ໃນຄໍາພິໄນກໍາທີ່ຂຽນເມື່ອປີ 1965 ແລະປີ 1969, ເພິ່ນລ້ວນແຕ່ຢັ້ງຢືນວ່າ: “ການຕໍ່ຕ້ານອາເມລິກາ ສາມາດແກ່ຍາວຕື່ມອີກຫຼາຍປີ. ພໍ່ແມ່ປະຊາຊົນເຮົາອາດຈະຕ້ອງເສຍສະຫຼະທັງຊັບສິນ ແລະຊີວິດອິນຊີກວ່າອີກ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຕ້ອງຕັດສິນໃຈຕີສັດຕູອາເມລິກາ ເພື່ອຍາດເອົາໄຊຊະນະຢ່າງສົມບູນ.

ປະເທດຫວຽດນາມ ຈະທ້ອນໂຮມເປັນເອກະພາບຢ່າງແນ່ນອນ. ພໍ່ແມ່ປະຊາຊົນພາກໃຕ້, ພາກເໜືອຈະເຕົ້າໂຮມໃນຄອບຄົວດຽວຢ່າງແນ່ນອນ...” ຄວາມເຊື່ອໝັ້ນຕໍ່ໄຊຊະນະ ແລະເຈດຈໍານົງຂອງເພິ່ນໃນຄໍາພິໄນກໍາແມ່ນແຮງກ້າທີ່ສຸດ, ໃນຕອນສັ້ນໆເທົ່ານັ້ນ, ເພິ່ນໄດ້ເນັ້ນໜັກຄໍາສັບ “ຢ່າງແນ່ນອນ” ເຖິງ 4 ເທື່ອ.

ເດືອນ ພຶດສະພາ 1968, ລຸງໂຮ່ ໄດ້ຂຽນຄໍາພິໄນກໍາຕໍ່, ອ່ານ ແລະດັດແປງບັນດາສ່ວນໄດ້ຂຽນໄວ້ກ່ອນ. ລຸງໂຮ່ ຕັກເຕືອນວ່າ: “ພາຍຫຼັງການຕໍ່ຕ້ານອາເມລິກາ, ກູ້ຊາດຂອງປະຊາຊົນຫວຽດນາມ ຍາດໄດ້ໄຊຊະນະຢ່າງສົມບູນ, ວຽກງານທີ່ທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນຫວຽດນາມ ຕ້ອງອອກເຫື່ອແຮງປະຕິບັດໃນທັນທີນັ້ນແມ່ນຮຳບາດແຜສົງຄາມຢ່າງໜັກໜ່ວງໂດຍຈັກກະພັດອາເມລິກາ ກໍ່ຂຶ້ນໃນປາງສົງຄາມຮຸກຮານຢ່າງໂຫດຮ້າຍ. ນັ້ນແມ່ນວຽກງານໃຫຍ່ຫຼວງ, ສັບສົນ ແລະຫຍຸ້ງຍາກທີ່ສຸດ. ພວກເຮົາຕ້ອງມີແຜນການກຽມໄວ້ກ່ອນ, ຢ່າງຈະແຈ້ງ, ລອບຄອບຖິ່ຖ້ວນ, ເພື່ອບໍ່ໃຫ້ຕົກຢູ່ໃນທ່າຮັບ, ຂາດຕົກບົກພ່ອງ ແລະຜິດຜາດ. ຕາມຄວາມຄິດຂອງຂ້າພະເຈົ້າແລ້ວ, ວຽກງານທຳອິດທີ່ຕ້ອງເຮັດແມ່ນປັບປຸງພັກຄືນໃໝ່”.

leftcenterrightdel
ປະທານໂຮ່ຈີມິນ ຢ້ຽມຢາມກົມກອງທະຫານຊ່າງແສງຕໍ່ຂົວທຸ່ນຂ້າມແມ່ນ້ຳໃນຍາມກາງຄືນ (ເດືອນ ກຸມພາ 1966). ພາບເອກະສານ.

ການຕໍ່ຕ້ານອາເມລິກາ, ກູ້ຊາດຂອງທະຫານ ແລະປະຊາຊົນຫວຽດນາມ ໃນໄລຍະຫຼັງບັ້ນຮົບປີວອກ 1968 ແມ່ນຖືກເສຍສະຫຼະ, ເສຍຫາຍ ແລະປະສົບກັບຄວາມຫຍຸ້ງຍາກ, ລໍາບາກຫຼາຍຢ່າງ, ແຕ່ ລຸງໂຮ່ ຍັງມີຄວາມເຊື່ອໝັ້ນວ່າ: “ການຕໍ່ສູ້ຕ້ານຈັກກະພັດອາເມລິກາ ຈະຍາດເອົາໄຊຊະນະຢ່າງແນ່ນອນ”. ແລະເລີ່ມຕົ້ນຄໍາພິໄນກໍາທີ່ເພິ່ນຂຽນເມື່ອໃນທ້າຍເດືອນ ພຶດສະພາ 1969, ເພິ່ນໄດ້ຂຽນຕື່ມບັນດາຄໍາຕັກເຕືອນໃຫ້ພໍ່ແມ່ປະຊາຊົນ ແລະນັກຮົບທົ່ວປະເທດທີ່ວ່າ: “ການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດຂອງປະຊາຊົນເຮົາເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ, ລຳບາກ, ການເສຍສະຫຼະຫຼາຍກວ່າອີກ, ແຕ່ຈະແນ່ນອນຍາດເອົາໄຊຊະນະຢ່າງສົມບູນ. ນັ້ນແມ່ນສິ່ງແນ່ນອນ”.

ຄວາມເຊື່ອໝັ້ນ ແລະເຈດຈໍານົງຕັດສິນໃຈຍາດເອົາເອກະລາດຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບຂອງລຸງໂຮ່ ບໍ່ແມ່ນຄວາມມຸ່ງມາດປາດຖະໜາແບບອັດຕະວິໄສເທົ່ານັ້ນ, ຫາກເລີ່ມຈາກບັນດາພື້ນຖານວິທະຍາສາດ. ເມື່ອທະຫານ ແລະປະຊາຊົນຫວຽດນາມ ຕ້ອງກ້າວເຂົ້າສູ່ການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດ, ມີຫຼາຍປະເທດອ້າຍນ້ອງ, ເພື່ອນມິດສາກົນ ໄດ້ເຕືອນພວກເຮົາວ່າ ອາເມລິກາ ແມ່ນປະເທດມະຫາອໍານາດທີໜຶ່ງໃນໂລກ. ພິເສດ, ພາຍຫຼັງຖືກປະລາໄຊໃນຍຸດທະສາດ “ການສົງຄາມພິເສດ”, ເພື່ອແນໃສ່ກູ້ເອົາລະບອບໄຊງ່ອນ, ຈັກກະພັດອາເມລິກາ ໄດ້ຍູ້ແຮງການສົງຄາມຮຸກຮານຫວຽດນາມ, ສົ່ງທະຫານ, ອາວຸດອຸປະກອນເປັນຈຳນວນຫຼວງຫຼາຍເຂົ້າພາກໃຕ້ຫວຽດນາມ ເພື່ອປະຕິບັດຍຸດທະສາດ “ສົງຄາມພາກສ່ວນ”.

ຄວາມເຊື່ອໝັ້ນ ແລະເຈດຈໍານົງຂອງເພິ່ນໄດ້ຮັບການກໍ່ສ້າງບົນພື້ນຖານກໍາແໜ້ນທິດສະດີວິທະຍາສາດມາກ-ເລນິນ, ພ້ອມກັບປະສົບການໃນພຶດຕິກໍາຕົວຈິງແຫ່ງການຕໍ່ສູ້ປະຕິວັດ. ຖ້າຫາກປຽບທຽບກໍາລັງດ້ານການທະຫານ ແລະເສດຖະກິດລະຫວ່າງເຮົາ ແລະສັດຕູແມ່ນການຜິດດ່ຽງກັນຫຼາຍ, ເຮົາປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ກໍາລັງແຮງນີ້, ກ່ອນອື່ນໝົດແມ່ນເລີ່ມມາຈາກແນວທາງຕໍ່ສູ້, ສ້າງສາປະເທດຊາດ, ເອກະລາດ, ເປັນເຈົ້າຕົນເອງ, ຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກກອມມູນິດຫວຽດນາມ. ນັ້ນແມ່ນການປະສົມປະສານຢ່າງແໜ້ນແຟ້ນລະຫວ່າງກໍາລັງແຮງຂອງຊາດກັບກໍາລັງແຮງຂອງສະໄໝ; ກໍາລັງແຮງຂອງນໍ້າໃຈສາມັກຄີຕໍ່ສູ້ຂອງປະຊາຊົນສາມປະເທດ: ຫວຽດນາມ, ລາວ, ກໍາປູເຈຍ ແລະການສະໜັບສະໜູນ, ຊ່ວຍເຫຼືອຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ, ປະຊາຊົນກ້າວໜ້າໃນທົ່ວໂລກ. ກໍາລັງແຮງຂອງມູນເຊື້ອສົມທົບກັບກໍາລັງແຮງໃນປະຈຸບັນ, ກໍາລັງແຮງຂອງແນວໜ້າພາກໃຕ້ກັບແນວຫຼັງພາກເໜືອສັງຄົມນິຍົມ. ແກ່ນສານຂອງກໍາລັງແຮງນັ້ນແມ່ນເຈດຈໍານົງຕັດສິນໃຈຂອງປະເທດຊາດ: “ຍອມຕ່າຍແຕ່ບໍ່ຍອມເປັນຂ້າທາດ”, “ບໍ່ມີຫຍັງປະເສີດກວ່າຄວາມເປັນເອກະລາດ, ອິສະລະພາບ”.

ໂດຍປະຕິບັດຕາມຄໍາພິໄນກໍາຂອງລຸງໂຮ່, ທົ່ວປະເທດມີຄວາມຕັດສິນໃຈຢ່າງສູງ, ສ້າງບັນຍາກາດ ແລະຈິດໃຈປະຕິວັດສູງ, ຕັດສິນໃຈຍາດເອົາເອກະລາດ, ເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ. ເມື່ອກໍາໄດ້ໂອກາດມີໜຶ່ງບໍ່ມີສອງ, ພາຍໃຕ້ການນໍາພາຂອງພັກ, ປະຊາຊົນຫວຽດນາມ ໄດ້ປະຕິບັດ “ຕີເອົາຊະນະຫຸ່ນ”, ປົດປ່ອຍພາກໃຕ້ຢ່າງສົມບູນ”, ທ້ອນໂຮມປະເທດຊາດເປັນເອກະພາບໃນວັນທີ 30 ເມສາ 1975, ປະຕິບັດສຳເລັດຄວາມມຸ່ງມາດປາດຖາໜາຂອງເພິ່ນ.

ໄຊຊະນະອັນຍິ່ງໃຫຍ່ຂອງການຕໍ່ສູ້ຕ້ານອາເມລິກາ, ກູ້ຊາດ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບແມ່ນໄຊຊະນະຂອງແນວທາງ ແລະວິທີການປະວິວັດຢ່າງຖືກຕ້ອງ,  ສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ; ແມ່ນໄຊຊະນະຂອງຄວາມເຊື່ອໝັ້ນຢ່າງແຮງກ້າ ແລະເຈດຈໍານົງປະຕິວັດບຸກໂຈມຕີ; ແມ່ນຄວາມຕັດສິນໃຈຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃນການປະຕິບັດຕາມຄໍາພິໄນກໍາ ແລະຄຳໝັ້ນສັນຍາຕໍ່ດວງວິນຍານຂອງເພິ່ນ. ຄໍາພິໄນກໍາອະມະຕະຂອງປະທານໂຮ່ຈີມິນ ແມ່ນແຫຼ່ງກໍາລັງແຮງດ້ານຈິດໃຈຕະຫຼອດການເພື່ອນໍາພາທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນບົນເສັ້ນທາງປະຕິວັດ, ສ້າງສາ ແລະປົກປັກຮັກສາປະເທດຊາດ, ເພື່ອເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.

ໂດຍ: ເກື່ອງດັ້ງ