ໃນໄລຍະ 50 ປີຜ່ານມາ, ພິໄນກໍາຂອງລຸງໂຮ່ ໄດ້ຮັບການປະຕິບັດຢ່າງມານະພະຍາຍາມ, ບຸກທະລຸ ແລະເຂັ້ມງວດຈາກທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ. ພວກເຮົາປະຕິບັດພາລະກິດປົດປ່ອຍປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບໄດ້ຢ່າງສຳເລັດ ແລະສະຫງ່າງາມ. ໃນສູນທອນພົດທີ່ພິທີແຫ່ງຊາດ 50 ປີແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານ ໂຮ່ຈີມິນ ແລະລະນຶກເຖິງວັນມໍລະນະກຳຂອງເພິ່ນ ຄົບຮອບ  50 ປີ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊີ້ແຈ້ງວ່າ: “ພວກເຮົາມີຄວາມເອກອ້າງທະນົງໃຈ ແລະມີຄວາມເຊື່ອໝັ້ນລາຍງານຕໍ່ລຸງວ່າ, ພາຍໃຕ້ການນໍາພາຂອງພັກ, ປະຊາຊົນພວກເຮົາໄດ້ສ້າງສາປະເທດຊາດໃຫ້ສວຍງາມກວ່າເກົ່າທົບສິບເທື່ອ ແລະ “ນັບມື້ນັບສະຫງ່າຜ່າເຜີຍກວ່າ, ໃຫຍ່ງາມກວ່າ” ຄືດັ່ງຄວາມຄາດຫວັງຂອງເພິ່ນ. ສິ່ງດັ່ງກ່າວນັ້ນຍິ່ງເປັນການປັບປຸງຄວາມເຊື່ອໝັ້ນຂອງພວກເຮົາທີ່ມີຕໍ່ໄຊຊະນະຂອງກິດຈະການປ່ຽນໃໝ່, ສ້າງລັດທິສັງຄົມນິຍົມໃຫ້ປະສົບຜົນສໍາເລັດຕື່ມອີກ”.

leftcenterrightdel
ປະທານ ໂຮ່ຈີມິນ. ພາບສາລະຄະດີ

ຫວຽດນາມ ກໍາລັງໄປລັດໜ້າການປະຕິວັດອຸດສາຫະກໍາ 4.0 - ການປະຕິວັດວິທະຍາສາດ, ເຕັກໂນໂລຢີໃໝ່ທີ່ສຸດຂອງໂລກ. ເຖິງວ່າຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ທ່ວງທ່າ ແລະກໍາລັງແຮງຂອງປະເທດຊາດໃນປະຈຸບັນນີ້ໄດ້ເຮັດໃຫ້ພວກເຮົາມີຄວາມເຊື່ອໝັ້ນຕົນເອງດ້ວຍຄວາມປາດຖະໜາຢາກສ້າງສາປະເທດຫວຽດນາມ ໃຫ້ມີຄວາມເຂັ້ມແຂງແຮງກ້າໃນປີ 2045 - ຂີດໝາຍສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດ.

ນັບແຕ່ເມື່ອສ້າງຕັ້ງ, ການນໍາພາຂອງພັກແມ່ນປັດໄຈຕັດສິນຊີ້ຂາດກັບທຸກໄຊຊະນະຂອງການປະຕິວັດຫວຽດນາມ. ໃນຄໍາພິໄນກໍາຂອງປະທານ ໂຮ່ຈີມິນ, ບັນຫາກໍ່ສ້າງພັກໄດ້ເວົ້າເຖິງກ່ອນໝູ່ໝົດ. ເພິ່ນຕັກເຕືອນວ່າ: “ພັກເຮົາແມ່ນພັກກຳອຳນາດ. ສະມາຊິກພັກ ແລະພະນັກງານແຕ່ລະຄົນຕ້ອງເຊື່ອມຊຶມຄຸນສົມບັດປະຕິວັດ, ດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວຢ່າງແທດຈິງ. ຕ້ອງຮັກສາພັກເຮົາໃຫ້ປອດໃສ, ຕ້ອງໃຫ້ສົມກັບເປັນຜູ້ນໍາພາ, ເປັນຄົນຮັບໃຊ້ທີ່ຈົ່ງຮັກພັກດີຂອງປະຊາຊົນ”.

ກ້າວເຂົ້າສູ່ສະໄໝເຊື່ອມໂຍງ, ຄວາມຮັບຮູ້ຂອງສັງຄົມມີການປ່່ຽນແປງເມື່ອທຽບໃສ່ກ່ອນນີ້, ການຮັກສາພັກໃຫ້ມີຄວາມປອດໃສນັ້ນຕົ້ນຕໍ່ແມ່ນຄວາມຮຽກຮ້ອງຕ້ອງການພື້ນຖານເພື່ອໃຫ້ພັກຍາມໃດກໍ່ແມ່ນສູນມະຫາສາມັກຄີທົ່ວປວງຊົນທັງຊາດ, ຮັກສາ ແລະເສີມຂະຫຍາຍບົດບາດນໍາພາຂອງຕົນໃຫ້ເຂັ້ມແຂງ. ໃນໄລຍະຜ່ານມາ, ໝາກຜົນຕັ້ງໜ້າຂອງວຽກງານກໍ່ສ້າງ, ປັບປຸງພັກ; ໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ; ຕ້ານການ “ຜັນແປດ້ວຍຕົວເອງ”, “ຫັນປ່ຽນດ້ວຍຕົວເອງ”; ເພີ່ມທະວີບົດບາດການເປັນແບບຢ່າງຂອງພະນັກງານ, ສະມາຊິກພັກໄດ້ປະກອບສ່ວນຮັກສາຄວາມເຊື່ອໝັ້ນຂອງປະຊາຊົນ, ຂອງສັງຄົມຕໍ່ກັບການນໍາພາຂອງພັກ.

ປີ 2019, ແມ່ນປີຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ. ກອງທັບເຮົາຍາມໃດກໍ່ແມ່ນກໍາລັງປະຕິວັດທີ່ຫຼັກແຫຼ່ງແກ່ນສານ, ນໍາໜ້າ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ, ລັດ, ປະຊາຊົນ. ພະນັກງານ, ນັກຮົບກອງທັບຍາມໃດກໍ່ເສີມຂະຫຍາຍມູນເຊື້ອ, ຄຸນນະທາດທີ່ດີງາມຂອງທະຫານລຸງໂຮ່, ກຽມພ້ອມສູ້ຮົບ, ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

ປີ 2019 ກໍ່ແມ່ນປີບຸກທະລຸເພື່ອປະຕິບັດບັນດາຄາດໝາຍໃນໄລຍະ 2016-2020 ໃຫ້ລື່ນລະດັບທີ່ໄດ້ວາງອອກ. ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາສືບຕໍ່ອອກແຮງແຂ່ງຂັນ, ປະຕິບັດສໍາເລັດບັນດາວຽກງານດ້ານຕ່າງໆໃຫ້ເປັນຢ່າງດີ, ກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງຮອບຄອບຖີ່ຖ້ວນ. ຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຈະແມ່ນພື້ນຖານເພື່ອໃຫ້ປະເທດຫວຽດນາມ ສືບຕໍ່ເພີ່ມຄວາມໄວຂອງການພັດທະນາໃນໄລຍະຕໍ່ໄປ, ຫັນຄວາມໄຝ່ຝັນກ່ຽວກັບ ປະເທດຊາດເຂັ້ມແຂງແຮງກ້າໃຫ້ປະກົດຜົນເປັນຈິງໂດຍໄວ, ຄືດັ່ງຄວາມຄາດຫວັງຂອງລຸງໂຮ່ ຜູ້ຍິ່ງໃຫຍ່.

ໂດຍ: ຈາງຫງວຽນ