ການຢ້ຽມຢາມຂອງທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ ໄດ້ດໍາເນີນໄປໃນສະພາບການສາຍພົວພັນຫວຽດນາມ-ອົດສະຕາລີ ພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນ, ເປັນຕົ້ນແມ່ນນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານໃນປີ 2009 ແລະຄູ່ຮ່ວມມືຮອບດ້ານເພີ່ມທະວີໃນປີ 2015. ສອງປະເທດໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເມື່ອເດືອນມີນາ 2018. ຫວຽດນາມ ແລະອົດສະຕາລີ ໄດ້ປະຕິບັດໂຄງການດໍາເນີນງານໄລຍະ 2016-2019 ຢ່າງມີປະສິດທິຜົນ ແລະພວມສົ່ງເສີມການສ້າງໂຄງການດໍາເນີນງານໄລຍະ 2020-2022 ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນຜ່ານການແລກປ່ຽນຄະນະຜູ້ແທນ ແລະການພົບປະຂັ້ນສູງ. ການຮ່ວມມືລະຫວ່າງສອງປະເທດຢູ່ຂົງເຂດຕ່າງໆກໍ່ພວມພັດທະນາອັນດີງາມ, ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ.

ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 4 ຂອງອົດສະຕາລີ ຢູ່ອາຊຽນ, ໃນຂະນະນັ້ນ, ອົດສະຕາລີ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ 7 ຂອງຫວຽດນາມ. ວົງເງິນການຄ້າລະຫວ່າງສອງປະເທດເຕີບໂຕສະເລ່ຍກວ່າ 8,8% ແຕ່ລະປີ, ບັນລຸກວ່າ 7,7 ຕື້ໂດລາສະຫະລັດໃນປີ 2018, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2017. ໃນ 6 ເດືອນຕົ້ນປີ 2019, ວົງເງິນການຄ້າລະຫວ່າງຫວຽດນາມ ແລະອົດສະຕາລີ ບັນລຸໄດ້ 3,84 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ໄລ່ຮອດທ້າຍເດືອນມິຖຸນາ 2019, ອົດສະຕາລີ ມີໂຄງການລົງທຶນຢູ່ຫວຽດນາມ 458 ໂຄງການດ້ວຍລວມຍອດເງິນລົງທຶນກວ່າ 1,86 ຕື້ໂດລາສະຫະລັດ, ຢືນອັນດັບທີ 20/131 ປະເທດ ແລະເຂດແຄວ້ນລົງທຶນເຂົ້າຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ມີໂຄງການລົງທຶນໂດຍກົງຢູ່ອົດສະຕາລີ 53 ໂຄງການດ້ວຍມູນຄ່າທັງໝົດບັນລຸກວ່າ 247 ລ້ານໂດລາສະຫະລັດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ. ພາບ: baochinhphu.vn.

ອົດສະຕາລີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍສະໜອງທຶນຊ່ວຍເຫຼືອພັດທະນາ (ODA) ຢ່າງເປັນທາງການໃຫຍ່ທີ່ສຸດໃຫ້ແກ່ຫວຽດນາມ. ຫວຽດນາມ ແລະ ອົດສະຕາລີ ກໍ່ຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຢ່າງດີຜ່ານການແລກປ່ຽນຄະນະຜູ້ແທນ, ລົງນາມໃນຂໍ້ຕົກລົງຮ່ວມມື, ຮ່ວມມືຕ້ານ ແລະສະກັດກັ້ນອາດຊະຍາກຳ... ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການຮ່ວມມືບຳລຸງສ້າງການຮັກສາສັນຕິພາບ ແລະການເກັບກູ້ລະເບີດບໍ່ທັນແຕກໃນປີ 2016.

ການສຶກສາແມ່ນຂົງເຂດຮ່ວມມືຢ່າງແຮງລະຫວ່າງຫວຽດນາມ ແລະ ອົດສະຕາລີ. ອົດສະຕາລີ ໄດ້ສະໜອງທຶນສຶກສາຕາມໂຄງການໄລຍະຍາວ ແລະໄລຍະສັ້ນໃຫ້ແກ່ຫວຽດນາມ. ປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດຢູ່ອົດສະຕາລີ ມີປະມານ 300.000 ຄົນ, ຢືນອັນດັບທີ 5 ໃນບັນດາປະຊາຄົມຊາວຕ່າງປະເທດ ອາໄສຢູ່ອົດສະຕາລີ. ຊາວຫວຽດນາມ ອາໄສຕົ້ນຕໍແມ່ນຢູ່ລັດ New South Wales, Victoria, Queensland, ອົດສະຕາລີໃຕ້.

ຫວຽດນາມ ແລະ ອົດສະຕາລີ ຮ່ວມມືກັນເປັນຢ່າງດີ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC), ບັນດາກົນໄກໂດຍອາຊຽນ ຊັກນໍາ. ອົດສະຕາລີ ແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນຫວຽດນາມ ກາຍເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021 ຢ່າງແຮງ ແລະຢືນຢັນວ່າຈະຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍຫວຽດນາມ ປະຕິບັດສໍາເລັດບົດບາດເປັນປະທານອາຊຽນ ປີ 2020 ໃຫ້ເປັນຢ່າງດີ.

ສອງຝ່າຍລ້ວນແຕ່ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະພວມຕັ້ງໜ້າສົມທົບກັນຊຸກຍູ້ປະຕິບັດໃຫ້ສໍາເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານຢູ່ພາກພື້ນ (RCEP) ຖືກຕາມວິວັດທະນາການ. ດ້ວຍພື້ນຖານຢ່າງໝັ້ນຄົງຂອງສາຍພົວພັນສອງຝ່າຍຄືດັ່ງກ່າວ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Scott Morrison ນາຍົກລັດຖະມົນຕີອົດສະຕາລີ ຈະປະສົບຜົນສໍາເລັດຢ່າງຈົບງາມ, ສ້າງກໍາລັງໜູນ ແລະແງ່ຫວັງໃໝ່, ເປີດກວ້າງ ກໍ່ຄືເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ອົດສະຕາລີ ເລິກເຊິ່ງກວ່າອີກ.

ໂດຍ: ທະນາພອນ