ໂດຍຕັ້ງຢູ່ອາຊີຕາເວັນຕົກ, ຂຶ້ນກັບເຂດ Caucasus, ມີເສັ້ນຊາຍແດນຕິດກັບອາແຊກໄປຢານ, ຈໍເຈຍ, ຕວກກີ, ອີຣານ, ສ.ອາກເມນີ ມີເນື້ອທີ່ 29.743 ກິໂລຕາແມັດ ດ້ວຍພົນລະເມືອງ 2,98 ລ້ານຄົນ. ຜ່ານການປ່ຽນແປງຂອງປະຫວັດສາດ, ແຕ່ກາງຊຸມປີ 90 ຂອງສະຕະວັດກ່ອນ,  ອາກເມນີ ເລີ່ມຕົ້ນດໍາເນີນການປະຕິຮູບດ້ານເສດຖະກິດ, ຫັນໄປສູ່ພື້ນຖານເສດຖະກິດຕະຫຼາດ. ອາກເມນີ ໄດ້ດໍາເນີນການຫັນເປັນເອກະຊົນ, ປະຕິຮູບລະບົບທະນາຄານ-ການເງິນ, ກົດໝາຍເພື່ອແນໃສ່ດຶງດູດການລົງທຶນຈາກຕ່າງປະເທດ ແລະສົ່ງເສີມການຜະລິດພາຍໃນປະເທດ. ໃນຊຸມປີມໍ່ໆມານີ້, ລະດັບການພັດທະນາຂອງອາກເມນີ ເປັນປົກກະຕິພໍສົມຄວນ, ເງິນເຟີ້ຢູ່ໃນລະດັບຕໍ່າ. ອາກເມນີ ມີຄວາມສາມາດບົ່ມຊ້ອນໃນການຜະລິດ ແລະສົ່ງອອກສິນຄ້າປະເພດຕ່າງໆ:      ເອເລັກໂຕນິກຂັ້ນສູງ, ທອງ, ສາຍກາບ, ຢາສູບ, ນ້ຳນົມ, ເຫຼົ້າໂກຍັກ... ແລະມີຄວາມຕ້ອງການນໍາເຂົ້າສິນຄ້າປະເພດຕ່າງໆ ຄື: ທັນຍາຫານຫ້າຊະນິດ, ນ້ຳຕານ, ຜະລິດຕະພັນເຕັກໂນໂລຢີສູງ, ເຊື້ອເພີງ.

ໂດຍແມ່ນປະເທດນ້ອຍ ແລະຊັບພະຍາກອນທີ່ໜ້ອຍ, ທີ່ຕັ້ງພູມສາດບໍ່ສະດວກ, ບັນດາຂະແໜງຜະລິດອຸດສາຫະກໍາ-ກະສິກໍາຂອງອາກເມນີ ກວມເອົາມາດຕາຖ່ວງນ້ອຍໃນ GDP, ສ່ວນຫຼາຍແມ່ນຂຶ້ນກັບແຫຼ່ງວັດຖຸດິບຈາກພາຍນອກ. ອາກເມນີ ມີນະໂຍບາຍ, ກົນໄກທີ່ດີເພື່ອດຶງດູດຊາວອາກເມນີ ອາໄສຢູ່ຕ່າງປະເທດ ແລະແຕ່ລະປີກໍາລັງນີ້ໄດ້ໂອນເງິນຕາຕ່າງປະເທດກັບຄືນປະເທດ, ປະກອບເຂົ້າງົບປະມານແຫ່ງລັດ.

leftcenterrightdel
ທ່ານ Nikol Pashinyan ນາຍົກລັດຖະມົນຕີ ສ.ອາກເມນີ. ພາບ: ເຟືອງລີງ.

ໃນການພົວພັນຕ່າງປະເທດ, ອາກເມນີ ໄດ້ປະຕິບັດນະໂຍບາຍຫຼາຍຝ່າຍ, ສ້າງຄວາມດຸນດ່ຽງ, ມີການພົວພັນກັບລັດເຊຍ, ຝ່າຍຕາເວັນຕົກ ແລະສະຫະພາບເອີລົບ (ອີຢູ) ເພື່ອແນໃສ່ຍາດແຍ່ງການລົງທຶນຈາກຕ່າງປະເທດຢ່າງສຸດຂີດ ແລະເງິນທຶນເພື່ອພັດທະນາເສດຖະກິດ ກໍ່ຄືຮັບປະກັນຄວາມໝັ້ນຄົງແຫ່ງຊາດ. ປັດຈຸບັນ, ອາກເມນີ ເປັນສະມາຊິກຂອງກວ່າ 40 ອົງການຈັດຕັ້ງສາກົນ ແລະພາກພື້ນ. ອາກເມນີ ກໍ່ຕັ້ງໜ້າເຂົ້າຮ່ວມກົນໄກຮ່ວມມືຕ່າງໆ ຄື: ຂະບວນການບໍ່ຮ່ວມກຸ່ມ, ເຂົ້າຮ່ວມໂຄງການ “ຄູ່ຮ່ວມມືເພື່ອສັນຕິພາບ” ຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO).

ຫວຽດນາມ ແລະອາກເມນີ ສ້າງຕັ້ງການພົວພັນທາງການທູດໃນວັນທີ 14 ກໍລະກົດ 1992. ນັບແຕ່ນັ້ນມາຮອດປະຈຸບັນ, ສອງປະເທດໄດ້ຮັກສາ ແລະປັບປຸງການພົວພັນດ້ານການເມືອງອັນດີງາມ. ສ.ອາກເມນີ ໄດ້ສະຫງວນການຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ປະຊາຊົນຫວຽດນາມ ໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ, ໃນນັ້ນມີການເຄື່ອນໄຫວໜູນຊ່ວຍກໍ່ສ້າງພະນັກງານ, ນັກຮຽນຫວຽດນາມ. ປັດຈຸບັນ, ສອງຝ່າຍສົມທົບກັນ ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສສາກົນ, ພົບປະ, ແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈໍາ, ຍູ້ແຮງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ, ຜ່ານນັ້ນຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ, ສ້າງພື້ນຖານຢ່າງໜັກແໜ້ນໃຫ້ແກ່ການເປີດກວ້າງ, ພັດທະນາການພົວພັນດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະຂົງເຂດຕ່າງໆ.

ຫວຽດນາມ ແລະອາກເມນີ  ມີກົນໄກຄະນະກໍາມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ-ການຄ້າ ແລະວິທະຍາສາດ-ເຕັກນິກ. ຍ້ອນທີ່ຕັ້ງພູມສາດທີ່ຫ່າງໄກ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດບໍ່ຫຼາຍ, ສະນັ້ນການພົວພັນດ້ານເສດຖະກິດ-ການຄ້າລະຫວ່າງຫວຽດນາມ ແລະອາກເມນີ ຍັງຈໍາກັດຢູ່. ວົງເງິນການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະອາກເມນີ   ໃນປີ 2015 ບັນລຸ 6,1 ລ້ານໂດລາສະຫະລັດ; ປີ 2016 ບັນລຸ 2,4 ລ້ານໂດລາສະຫະລັດ; ປີ 2018 ບັນລຸ 3,6 ລ້ານໂດລາສະຫະລັດ. ເລື່ອງຫວຽດນາມ ແລະພັນທະມິດເສດຖະກິດອາຊີ-ເອີລົບ ລົງນາມໃນສັນຍາການຄ້າເສລີເມື່ອວັນທີ 29 ພຶດສະພາ 2015 ຢູ່ແຂວງ Burabai, ປະເທດກາຢັກສະຖານ ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຊຸກຍູ້ການຄ້າສອງຝ່າຍລະຫວ່າງ ຫວຽດນາມ ແລະອາກເມນີ.

ໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພັດທະນາເປັນປົກກະຕິ, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Nikol Pashinyan ພ້ອມດ້ວຍພັນລະຍາ ໃນຄັ້ງນີ້ຈະປະສົບຜົນສໍາເລັດຢ່າງຈົບງາມ, ນໍາການພົວພັນລະຫວ່າງຫວຽດນາມ ແລະອາກເມນີ    ສືບຕໍ່ພັດທະນາໃນບັນດາຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ, ມີຄວາມຕ້ອງການ ແລະມີຜົນປະໂຫຍດ.

ໂດຍ: ທູຈາງ