ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ດໍາເນີນໃນສະພາບທີ່ເສດຖະກິດໂລກເຕີບໂຕດ້ວຍລະດັບຄວາມໄວຊັກຊ້າ, ສະພາບການໃນພາກພື້ນ ອາຊີ-ປາຊີຟິກ ມີສະຖຽນລະພາບແຕ່ຍັງບົ່ມຊ້ອນບັນດາປັດໄຈຂາດສະຖຽນລະພາບ. ບັນດາປະເທດໃຫຍ່ ແລະກາງ ສືບຕໍ່ຍູ້ແຮງບັນດາຫົວຄິດປະດິດສ້າງ. ໃນຂະນະນັ້ນ, ອາຊຽນ ກ້າວເຂົ້າສູ່ໄລຍະກາງອາຍຸການຂອງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ແລະບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ.

ຄຽງຂ້າງນັ້ນ, ການເຕີບໂຕເສດຖະກິດຂອງບັນດາປະເທດສະມາຊິກອາຊຽນ ສືບຕໍ່ມີສະຖຽນລະພາບ, ໃນປີນີ້ຄາດຄະເນບັນລຸໄດ້ 4,9%, ຍອດ GDP ຄາດຄະເນບັນລຸ 3.000 ຕື້ໂດລາສະຫະລັດ. ອາຊຽນ ກໍ່ສືບຕໍ່ຍາດໄດ້ຜົນສໍາເລັດຫຼາຍຢ່າງໃນການດຶງດູດການກ່ຽວພັນຍຸດທະສາດຂອງທັງໝົດບັນດາປະເທດໃຫຍ່ເພື່ອຜົນປະໂຫຍດຮ່ວມ, ເຊິ່ງແມ່ນສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ ແລະໃນໂລກ. ບັນດາຄູ່ຮ່ວມມືນັບມື້ນັບຖືເປັນສໍາຄັນ ແລະເປັນເຈົ້າການຊຸກຍູ້ການຮ່ວມມືຫຼາຍດ້ານກັບອາຊຽນ ຜ່ານບັນດາໂຄງການ, ຂໍ້ລິເລີ່ມ ແລະມາດຕະການທີ່ລະອຽດ, ໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍອາຊຽນ ສ້າງປະຊາຄົມ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະພັນລະຍາ. ພາບ: ສໍານັກຂ່າວສານຫວຽດນາມ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແມ່ນກອງປະຊຸມສຸດຍອດຄັ້ງທໍາອິດໃນປີໄທ ເປັນປະທານອາຊຽນ 2019. ພາຍໃຕ້ຫົວຂໍ້ຂອງປີ 2019 ແມ່ນ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”, ອາຊຽນ ສຸມໃສ່ຊຸກຍູ້ລັກສະນະໝັ້ນຄົງທັງ 3 ເສົາຄ້ຳຂອງປະຊາຄົມ ແລະເປີດກວ້າງການພົວພັນກັບບັນດາຄູ່ຮ່ວມມືເພື່ອເປົ້າໝາຍນີ້. ໄທ, ເປັນປະທານອາຊຽນ 2019, ໄດ້ ແລະກໍາລັງຕັ້ງໜ້າຜັນຂະຫຍາຍບັນດາຂໍ້ລິເລີ່ມຮອບດ້ານທີ່ໝັ້ນຄົງ.

ໃນສະພາບການຄືແນວນັ້ນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແມ່ນໂອກາດເພື່ອໃຫ້ບັນດາການນໍາສືບຕໍ່ປຶກສາຫາລືການຜັນຂະຫຍາຍຮ່ວມມືຕາມເນື້ອໃນຈິດໃຈ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ” ແລະບັນດາບຸລິມະສິດຂອງປີ 2019; ຍູ້ແຮງການຮ່ວມສຳພັນເສດຖະກິດ, ການເຊື່ອມຕໍ່; ເປີດກວ້າງການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ໃນນັ້ນມີການຍາດແຍ່ງເອົາການຮ່ວມມືກັບບັນດາຄູ່ຮ່ວມມືເພື່ອແນໃສ່ຮັບມືກັບການປະຕິວັດອຸດສາຫະກໍາ 4.0, ປັບປຸງບົດບາດໃຈກາງ ແລະການນຳພາຂອງອາຊຽນ ໃນພາກພື້ນ…

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະພັນລະຍານໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ໄດ້ສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ທີ່ມີຕໍ່ໄທ ໃນບົດບາດປະທານອາຊຽນ 2019, ພ້ອມທັງແນໃສ່ປະກອບສ່ວນຮັດແໜ້ນ ແລະປັບປຸງຈິດໃຈສາມັກຄີອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງສະມາຄົມ, ເປີດກວ້າງ ແລະເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືຂອງອາຊຽນ ໃຫ້ເລິກເຊິ່ງ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະພາກພື້ນ. ນີ້ແມ່ນໂອກາດເພື່ອໃຫ້ພວກຂ້າພະເຈົ້າຍົກສູງຮູບພາບກ່ຽວກັບປະເທດຫວຽດນາມ ສືບຕໍ່ປ່ຽນໃໝ່, ເຂົ້າຮ່ວມບັນດາເນື້ອໃນຮ່ວມມືໃນພາກພື້ນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບ, ກໍ່ຄືຍາດແຍ່ງເອົາການສະໜັບສະໜູນຂອງບັນດາປະເທດອາຊຽນ ແລະຄູ່ຮ່ວມມື, ສ້າງປະຖົມປັດໄຈໃຫ້ການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ໃຫ້ສໍາເລັດຜົນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຈະສໍາເລັດຜົນຢ່າງດີງາມ, ປະກອບສ່ວນການສົ່ງສານຂອງອາຊຽນ ກ່ຽວກັບ “ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”.

ໂດຍ: ຈາງຫງວຽນ