ການຢ້ຽມຢາມລາຊະອານາຈັກນອກແວ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານ, ພ້ອມທັງຍູ້ແຮງການຮ່ວມມືໃນຂົງເຂດການຄ້າ-ການລົງທຶນລະຫວ່າງສອງປະເທດ.

ນອກແວ ຕັ້ງຢູ່ແຫຼມ Scandinavie ທິດຕາເວັນຕົກສ່ຽງເໜືອຂອງເອີຣົບ, ນອກແວ ແມ່ນປະເທດມີແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ເປັນຕົ້ນແມ່ນດ້ານພະລັງງານ (ນໍ້າມັນອາຍແກັສ, ໄຟຟ້ານ້ຳຕົກ), ສິນໃນນໍ້າ ແລະປ່າໄມ້.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະສອງຝ່າຍກັບທ່ານນາງ Erna Solberg ນາຍົກລັດຖະມົນຕີນອກແວ ຢູ່ນອກກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 12 (ASEM 12) ຢູ່ປະເທດແບນຊິກ ເມື່ອປີ 2018. ພາບ: ສໍານັກຂ່າວສານຫວຽດນາມ.

ຫວຽດນາມ ແລະນອກແວ ສ້າງຕັ້ງການພົວພັນທາງການທູດ ເມື່ອວັນທີ 25 ພະຈິກ 1971. ເຊັ່ນດຽວກັບບັນດາປະເທດເອີຣົບເໜືອ, ນອກແວ ມີຂະບວນການສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງຫວຽດນາມ ຢ່າງແຮງ. ໃນຊຸມປີຜ່ານມາ, ສາຍພົວພັນຫວຽດນາມ-ນອກແວ ໄດ້ຮັບການພັດທະນາຢ່າງໝັ້ນຄົງ. ນອກແວ ໜູນຊ່ວຍຫວຽດນາມ ຢ່າງຕັ້ງໜ້າໃນພາລະກິດປ່ຽນແປງໃໝ່, ລົບລ້າງຄວາມອຶດຫຶວ, ຫຼຸດຜ່ອນຄວາມທຸກຍາກ ແລະການເຊື່ອມໂຍງເຂົ້າກັບສາກົນ. ສອງປະເທດໄດ້ຮ່ວມມືຢ່າງມີປະສິດທິຜົນໃນບັນດາເວທີປາໄສຫຼາຍຝ່າຍ ຄື: ສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະທະນາການໂລກ (WB). ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນຢ່າງຕັ້ງໜ້າ ແລະການນໍາຂັ້ນສູງສອງປະເທດໄດ້ມີຫຼາຍການພົບປະຢູ່ນອກກອງປະຊຸມ, ກອງປະຊຸມສໍາມະນາສາກົນ.

ກ່ຽວກັບການຮ່ວມມືດ້ານການຄ້າ-ການລົງທຶນ, ວົງເງິນການຄ້າສອງສົ້ນ ຫວຽດນາມ-ນອກແວ ປີ 2018 ບັນລຸໄດ້ 363 ລ້ານໂດລາສະຫະລັດ. ບັນດາສິນຄ້າສົ່ງອອກຂອງຫວຽດນາມ ໄປຍັງນອກແວ ລວມມີ: ເຄື່ອງຕໍ່າແຜ່ນຕັດຫຍິບ, ເກີບໜັງ, ໄມ້, ... ຫວຽດນາມ ນໍາເຂົ້າບັນດາສິນຄ້າຈາກນອກແວ, ຄື: ສິນໃນນໍ້າ, ເຄື່ອງມືອຸປະກອນ, ເຄື່ອງອາໄຫຼ່, ຝຸ່ນ...

ປະຈຸບັນ, ນອກແວ ມີ 41 ໂຄງການລົງທຶນຍັງມີຜົນສັກສິດດ້ວຍຍອດຈຳນວນເງິນທຶນຈົດທະບຽນແມ່ນ 166 ລ້ານໂດລາສະຫະລັດ, ຢືນອັນດັບທີ 41/130 ປະເທດ ແລະເຂດແຄວ້ນລົງທຶນເຂົ້າຫວຽດນາມ. ບັນດາໂຄງການລົງທຶນຂອງນອກແວ ສຸມໃສ່ຕົ້ນຕໍໃນຂົງເຂດປຸງແຕ່ງໄມ້, ວັດຖຸກໍ່ສ້າງ ແລະເຄື່ອງປະດັບໃນເຮືອນ; ກະສິກໍາ-ປ່າໄມ້.  ມາຮອດປະຈຸບັນ, ນອກແວ ຊ່ວຍເຫຼືອລ້າໃຫ້ຫວຽດນາມ 320 ລ້ານໂດລາສະຫະລັດ ແລະແມ່ນໜຶ່ງໃນບັນດາປະເທດຍັງຮັກສາການໜູນຊ່ວຍພັດທະນາທາງການ (ODA) ໃຫ້ແກ່ຫວຽດນາມ, ຕົ້ນຕໍແມ່ນໃນຂົງເຂດສິ່ງແວດລ້ອມ, ການສຶກສາ... ບັນດາໂຄງການໂດຍນອກແວ ອຸປະຖໍາກໍ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຊ່ວຍຫວຽດນາມ ສໍາເລັດບັນດາເປົ້າໝາຍພັດທະນາສະຫັດສະວັດຂອງສະຫະປະຊາຊາດກ່ອນກໍານົດເວລາ.

ໃນຂົງເຂດຮ່ວມມືດ້ານວັດທະນະທໍາ, ນັບແຕ່ປີ 2007, ນອກແວ ເລີ່ມຕົ້ນອຸປະຖໍາໃຫ້ຂົງເຂດວັດທະນະທໍາຢູ່ຫວຽດນາມ ຜ່ານໂຄງການ Transposition. ນອກແວ ກໍ່ສະໜອງທຶນສຶກສາໃຫ້ແກ່ນັກສຶກສາຫວຽດນາມ ຕາມໂຄງການທຶນສຶກສາສາກົນ, ໜູນຊ່ວຍກໍ່ສ້າງຍົກສູງກໍາລັງຄວາມສາມາດໃຫ້ແກ່ພະນັກງານຄູອາຈານ ແລະພະນັກງານຄົ້ນຄວ້າສັງກັດບັນດາໂຮງຮຽນມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າຂອງຫວຽດນາມ. ນອກແວ ກໍ່ຕັ້ງໜ້າຊ່ວຍເຫຼືອຫວຽດນາມ ກໍ່ສ້າງພະນັກງານໃນບັນດາຂົງເຂດທີ່ນອກແວ ມີທ່າແຮງ ຄື: ຮັກສາສັນຕິພາບ... ; ໜູນຊ່ວຍຫວຽດນາມ ກໍ່ສ້າງໂຮງຮຽນກິນນອນໃຫ້ແກ່ເດັກນ້ອຍຢູ່ແຂວງດ້ຽນບຽນ, ແຂວງກວ໋າງຈິ, ແຂວງເທື່ອທຽນ-ເຫວ້ ແລະແຂວງກວ໋າງນາມ...

ໜຶ່ງໃນບັນດາປັດໄຈປະກອບສ່ວນນໍາສາຍພົວພັນສອງປະເທດໃຫ້ພັດທະນາຢ່າງແຮງຄືປະຈຸບັນ ແມ່ນປະຊາຄົມຊາວຫວຽດນາມ ອາໄສຢູ່ນອກແວ. ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ນອກມີປະມານ 20.000 ຄົນ, ໃນນັ້ນ  90% ມີສັນຊາດນອກແວ. ເຂົາເຈົ້າແມ່ນບັນດາປັດໄຈສໍາຄັນ, ເປັນຂົວເຊື່ອມຕໍ່, ໜູນຊ່ວຍໃຫ້ແກ່ສາຍພົວພັນສອງຝ່າຍ ຫວຽດນາມ-ນອກແວ ໃນທຸກໆຂົງເຂດ.

ໃນສະພາບການທີ່ສາຍພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດພວມພັດທະນາຢ່າງໝັ້ນຄົງ, ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມລາຊະອານາຈັກນອກແວ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຈະປະສົບຜົນສໍາເລັດຢ່າງຈົບງາມ,  ນໍາການພົວພັນ ຫວຽດນາມ-ນອກແວ ສືບຕໍ່ພັດທະນາໃນຫຼາຍຂົງເຂດຮ່ວມມື ຄື: ການເມືອງ, ການຄ້າ-ການລົງທຶນ, ການສຶກສາ-ກໍ່ສ້າງ, ວັດທະນະທໍາ, ການທ່ອງທ່ຽວ...

ໂດຍ: ທະນາພອນ