ໃນສະພາວະສອງປະເທດຈະຜັດປ່ຽນກັນຈັດຕັ້ງປີ ຫວຽດນາມ-ລັດເຊຍ 2019-2020 ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ຫວຽດນາມ-ສະຫະພັນລັດເຊຍ (1994-2019) ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ (1950-2020), ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນການຢ້ັງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Dmitri Medvedev ນາຍົກລັດຖະມົນຕີສະຫະພັນລັດເຊຍ (ເດືອນ ພະຈິກ 2017). ພາບ: dangcongsan.vn.

ປະຈຸບັນ, ສະຫະພັນລັດເຊຍ ແມ່ນໜຶ່ງໃນ 5 ປະເທດສະມາຊິກປະຈຳສະພາຄວາມໝ້ັນຄົງສະຫະປະຊາຊາດ, ແມ່ນສະມາຊິກ G20, BRICS ພ້ອມກັບຫຼາຍອົງການຈັດຕັ້ງສາກົນ ແລະພາກພື້ນ. ຕາມທິດສະດີພົວພັນຕ່າງປະເທດໃໝ່ທີ່ຫາກໍ່ຮັບຮອງເອົາໃນປີ 2016, ລັດເຊຍ ມີແຜນນະໂຍບາຍແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ ແລະເປັນເຈົ້າຕົນເອງ, ເປີດກວ້າງບົນພື້ນຖານປົກປ້ອງຜົນປະໂຫຍດແຫ່ງຊາດ ແລະເຄົາລົບກົດໝາຍສາກົນ. ໃນນະໂຍບາຍພົວພັນຕ່າງປະເທດ, ລັດເຊຍ ຖືພາກພື້ນປະຊາຄົມບັນດາປະເທດເອກະລາດ (SNG) ແມ່ນບຸລິມະສິດແຖວໜ້າ, ດ້ວຍຈຸດສຸມແມ່ນເພີ່ມທະວີການຮ່ວມສຳພັນໃນພາກພື້ນ; ຖືພາກພື້ນອາຊີ-ປາຊີຟິກ ມີທີ່ຕັ້ງສຳຄັນ... ລັດເຊຍ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືພາກພື້ນ, ຄື: APEC, ລັດເຊຍ - ອາຊຽນ, EAS, ARF, ASEM, ADMM+…; ເພີ່ມທະວີການຮ່ວມມືສອງຝ່າຍກັບບັນດາປະເທດໃນພາກພື້ນ, ໃນນັ້ນມີຫວຽດນາມ; ຂຸດຄົ້ນທ່າແຮງກ່ຽວກັບພະລັງງານ, ເຕັກນິກການທະຫານ.

ປະຫວັດສາດໃຫ້ເຫັນວ່າ ສາຍພົວພັນລະຫວ່າງຫວຽດນາມ ກັບ ສະຫະພາບໂຊວຽດ ໃນເມື່ອກ່ອນ ແລະກັບສະຫະພັນລັດເຊຍ ໃນປະຈຸບັນ ຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈ, ຜ່ານຜ່າທຸກສິ່ງທ້າທາຍຂອງການເວລາ ແລະການຜັນແປຂອງຍຸກສະໄໝ. ສະຫະພາບໂຊວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກ ຮັບຮອງ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ຢ່າງເປັນທາງການໃນວັນທີ 30 ມັງກອນ 1950, ສ້າງພື້ນຖານໃຫ້ແກ່ນ້ຳໃຈມິດຕະພາບອັນໝັ້ນແກ່ນ ແລະການພົວພັນອັນດີງາມລະຫວ່າງສອງປະເທດ.

ພາຍຫຼັງ ສະຫະພາບໂຊວຽດ ຖືກລົ້ມລະລາຍ (ເດືອນທັນວາ 1991), ການພົວພັນຮ່ວມມືຫຼາຍດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ສືບຕໍ່ໄດ້ຮັບການຖືເປັນສຳຄັນ ແລະນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ. ເລື່ອງສອງຝ່າຍເຊັນສົນທິສັນຍາວ່າດ້ວຍບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ສະຫະພັນລັດເຊຍ ໃນວັນທີ 16 ມິຖຸນາ 1994, ເນື່ອງໃນໂອກາດການຢ້ຽມຢາມສະຫະພັນລັດເຊຍ ຂອງທ່ານ ຫວໍວັນກຽດ ອະດີດນາຍົກລັດຖະມົນຕີຫວຽດນາມ ໄດ້ສ້າງພື້ນຖານດ້ານນິຕິກຳໃຫ້ແກ່ການພົວພັນສອງປະເທດໃນໄລຍະພັດທະນາໃໝ່. ໃນການຢ້ຽມຢາມ (ແຕ່ວັນທີ 28 ກຸມພາ ຫາວັນທີ 2 ມີນາ 2001) ຂອງທ່ານ Vladimir Putin ປະທານາທິບໍດີລັດເຊຍ, ສອງຝ່າຍໄດ້ເຊັນຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ. ວັນທີ 27 ກໍລະກົດ 2012, ຫວຽດນາມ ແລະລັດເຊຍ ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກວ່າອີກ. ການພົວພັນດ້ານການເມືອງ ຫວຽດນາມ-ລັດເຊຍ ມີລະດັບຄວາມໄວ້ເນື້ອເຊື່ອໃຈສູງ ແລະໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ການແລກປ່ຽນຄະນະຜູ້ແທນຂັ້ນສູງໄດ້ດຳເນີນຢ່າງເປັນປະຈຳ, ສ້າງກຳລັງໜູນໃຫ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ສອງຝ່າຍຮັກສາຫຼາຍກົນໄກສົມທົບກັນ ແລະເຈລະຈາ ຄື: ການເຈລະຈາຍຸດທະສາດການຕ່າງປະເທດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈໍາປີຂັ້ນຮອງລັດຖະມົນຕີຜູ້ປະຈຳການການຕ່າງປະເທດ; ການເຈລະຈາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ...  ນອກຈາກນັ້ນ, ສອງຝ່າຍຍັງດຳເນີນການທາບທາມຄຳເຫັນດ້ານການເມືອງປະຈຳໄລຍະຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະຂັ້ນກົມໃນຂອບເຂດການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ. ສອງຝ່າຍມີທັດສະນະຄືກັນກ່ຽວກັບຫຼາຍບັນຫາສາກົນ ແລະພາກພື້ນ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນບົນເວທີປາໄສສາກົນຕ່າງໆ, ຄື: ສະຫະປະຊາຊາດ, APEC, ASEM...

ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ-ລັດເຊຍ ໃນໄລຍະຜ່ານມາພັດທະນາຢ່າງຂະຫຍັນຂັນເຄື່ອນ, ແຕ່ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ປີ 2016 ວົງເງິນການຄ້າບັນລຸ 2,7 ຕື້ໂດລາສະຫະລັດ; ປີ 2017 ເພີ່ມຂຶ້ນລະດັບ 3,55 ຕື້ໂດລາສະຫະລັດ; ປີ 2018 ບັນລຸ 4,5 ຕື້ໂດລາສະຫະລັດ. ບັນດາສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງ ລັດເຊຍ ລວມມີ: ໂທລະສັບ, ເຄື່ອງຕັດຫຍິບ, ຜະລິດຕະພັນກະເສດ, ສິນໃນນ້ຳ, ສິນທະເລປະເພດຕ່າງໆ... ໃນຂະນະນັ້ນ, ຫວຽດນາມ ໄດ້ນຳເຂົ້າສິນຄ້າປະເພດຕ່າງໆຈາກ ລັດເຊຍ ຄື: ນ້ຳມັນເຊື້ອໄຟ, ເຫຼັກກ້າ,  ເຄື່ອງຈັກ, ອຸປະກອນປະເພດຕ່າງໆ... ຫວຽດນາມ ແລະບັນດາປະເທດພັນທະມິດເສດຖະກິດອາຊີ-ເອີລົບ, ເຊິ່ງ ລັດເຊຍ ແມ່ນສະມາຊິກໄດ້ເຊັນສັນຍາການຄ້າເສລີຢ່າງເປັນທາງການໃນວັນທີ 29 ພຶດສະພາ 2015, ມີຜົນສັກສິດນັບແຕ່ວັນທີ 5 ຕຸລາ 2016.

ໃນຂົງເຂດການລົງທຶນ, ໄລ່ມາຮອດເດືອນ ກຸມພາ 2019, ລັດເຊຍ ຢືນອັນດັບທີ 24 ໃນຈຳນວນປະເທດ ແລະເຂດແຄວ້ນລົງທຶນເຂົ້າຫວຽດນາມ ດ້ວຍ 127 ໂຄງການ ແລະຍອດຈຳນວນທຶນຈົດທະບຽນແມ່ນ 950 ລ້ານໂດລາສະຫະລັດ. ການລົງທຶນຂອງລັດເຊຍ ສຸມໃສ່ເຂົ້າຂົງເຂດຂຸດຄົ້ນບໍ່ແຮ່, ນ້ຳມັນອາຍແກັດ, ອຸດສາຫະກຳປຸງແຕ່ງ... ຫວຽດນາມ ມີ 20 ກວ່າໂຄງການລົງທຶນຢູ່ລັດເຊຍ ດ້ວຍຍອດຈຳນວນທຶນເກືອບ 3 ຕື້ໂດລາສະຫະລັດ. ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໄດ້ຈັດຕັ້ງເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ. ລັດເຊຍ ສືບຕໍ່ແມ່ນໜຶ່ງໃນ 10 ຕະຫຼາດທີ່ມີການເຕີບໂຕແຖວໜ້າກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ.

ຍ້ອນປັດໄຈປະຫວັດສາດ, ປະຊາຄົມຊາວຫວຽດນາມ (ປະມານ 6-8 ໝື່ນຄົນ) ໄດ້ດຳລົງຊີວິດ ແລະເຮັດວຽກຢູ່ສະຫະພັນລັດເຊຍ ມາຫຼາຍທົດສະວັດ. ປະຊາຄົມຊາວຫວຽດນາມ ອາໄສຢູ່ລັດເຊຍ ຕັ້ງໜ້າຮ່ຳຮຽນ, ມານະພະຍາຍາມຫັນປ່ຽນຮູບການດຳເນີນທຸລະກິດເພື່ອແນໃສ່ເຄົາລົບບັນດາຂໍ້ກຳນົດຂອງລັດເຊຍ ຢ່າງຄົບຖ້ວນ.

ໃນສະພາວະສອງປະເທດຈະຜັດປ່ຽນກັນຈັດຕັ້ງປີຫວຽດນາມ-ລັດເຊຍ 2019-2020, ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ນຳການພົວພັນຫວຽດນາມ-ລັດເຊຍ ສືບຕໍ່ພັດທະນາຢ່າງມີເນື້ອແທ້, ຍືນຍົງໃນຫຼາຍຂົງເຂດຮ່ວມມື, ຄື: ການເມືອງ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ.

ໂດຍ: ສົມເພັດ