ເນປານ ແມ່ນປະເທດມີພື້ນຖານວັດທະນະທຳປະຫວັດສາດມາແຕ່ດຶກດຳບັນ, ເປັນປະເທດທີ່ມີຫຼາຍທັດສະນີຍະພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະມີຄວາມສວຍງາມ, ໃນນັ້ນລືຊື່ແມ່ນຈອມພູ Everest ສູງທີ່ສຸດໃນໂລກ. ຄຽງຄູ່ກັນນັ້ນ, ເນປານ ຍັງມີມໍລະດົກໂລກ Lumbini, ແຫ່ງກຳເນີດຂອງພະພຸດທະເຈົ້າ ແລະບັນດາມໍລະດົກໂລກຕ່າງໆ.

leftcenterrightdel
ທ່ານ K P Sharma Oli ນາຍົກລັດຖະມົນຕີເນປານ. ພາບ: ສໍານັກຂ່າວສານຫວຽດນາມ.

ປະຊາຊົນເນປານ ມີອາລົມຈິດອັນເລິກເຊິ່ງ ແລະສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດຂອງປະຊາຊົນຫວຽດນາມ. ວັນທີ 15 ພຶດສະພາ 1975, ສອງປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນັບແຕ່ນັ້ນມາຮອດປະຈຸບັນ, ສອງປະເທດໄດ້ຮັກສາ ແລະເພີ່ມທະວີການແລກປ່ຽນຄະນະທຸກຂັ້ນ, ໃນຫຼາຍຂົງເຂດ, ຈາກດ້ານການເມືອງຕະຫຼອດຮອດການຄ້າຢ່າງເປັນປະຈຳ.

ຫວຽດນາມ ໄດ້ມີຫຼາຍຄະນະໄປຢ້ຽມຢາມ ແລະເຮັດວຽກຢູ່ເນປານ, ໜ້າສົນໃຈແມ່ນການຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກກອມມູນິດເນປານ Marxist-Leninist ເອກະພາບ (CPN-UML) ໃນເດືອນ ກໍລະກົດ 2014 ຂອງທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ການຢ້ຽມຢາມເນປານ ຂອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ (ເດືອນ ພຶດສະພາ 2014) ແລະປະທານສານປະຊາຊົນສູງສຸດ (ເດືອນ ພະຈິກ 2017).

ຫຼາຍຄະນະຂອງເນປານ ໄດ້ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຄື: ຄະນະຮອງລັດຖະມົນຕີກະຊວງວັດທະນະທຳ, ການທ່ອງທ່ຽວ, ການບິນ (ເດືອນ ທັນວາ 2004); ຮອງລັດຖະມົນຕີກະຊວງກະສິກຳ ແລະສະຫະກອນ (ເດືອນ ມັງກອນ 2009); ລັດຖະມົນຕີກະຊວງການຄ້າ (ເດືອນ ມີນາ 2017).

ຄຽງຄູ່ການເພີ່ມທະວີແລກປ່ຽນຄະນະປະຕິບັດງານການເມືອງຕ່າງໆແລ້ວ, ສອງຝ່າຍໄດ້ແລກປ່ຽນບັນດາຄະນະວິສາຫະກິດ, ເຊັນບັນດາຂໍ້ຕົກລົງຮ່ວມມື, ບົດບັນທຶກຊ່ວຍຈຳລະຫວ່າງສະຫະສະມາຄົມການຄ້າສອງປະເທດຢ່າງເປັນປະຈຳ. ສິ່ງດັ່ງກ່າວໄດ້ສ້າງກາລະໂອກາດເພື່ອໃຫ້ປະຊາຄົມວິສາຫະກິດສອງປະເທດຜັນຂະຫຍາຍບັນດາການເຄື່ອນໄຫວດ້ານການຄ້າ ແລະດຳເນີນທຸລະກິດ.

ເກືອບເຄິ່ງສັດຕະວັດແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ຫວຽດນາມ-ເນປານ ຍາມໃດກໍ່ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນຮ່ວມມື, ມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງປະເທດ. ຄຽງຄູ່ການພົວພັນດ້ານການເມືອງອັນດີງາມ ກໍ່ຄືການພົບປະແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເພີ່ມທະວີ, ການພົວພັນດ້ານການຄ້າລະຫວ່າງຫວຽດນາມ-ເນປານ ພວມຢູ່ໃນທ່າພັດທະນາ. ໄລ່ຮອດເດືອນ ກັນຍາ 2018, ວົງເງິນການຄ້າສອງສົ້ນບັນລຸໄດ້ປະມານ 38 ລ້ານໂດລາສະຫະລັດ. ສຳລັບດຸນການຄ້າກັບເນປານ, ຫວຽດນາມ ຍາມໃດກໍ່ຢູ່ໃນທ່າສົ່ງອອກເກີນດຸນ. ບັນດາສິນຄ້າສົ່ງອອກຕົ້ນຕໍຂອງຫວຽດນາມ ໄປຍັງເນປານ ລວມມີ: ໝາກພິກໄທ, ຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ສິນຄ້າແຊ່ເຢັນ...; ນຳເຂົ້າດ້ວຍຈຳນວນໜ້ອຍແມ່ນວັດຖຸດິບຕ່ຳແຜ່ນຕັດຫຍິບ, ເກີບໜັງ. ປະຈຸບັນ, ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ (VNPT) ໄດ້ສ້າງຕັ້ງຫ້ອງການຕາງໜ້າຢູ່ເນປານ.

ການທ່ອງທ່ຽວແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງປະເທດ. ຈຳນວນຊາວຫວຽດນາມ ໄປທ່ອງທ່ຽວເນປານ ມີທ່າອ່ຽງນັບມື້ນັບເພີ່ມຂຶ້ນໃນຊຸມປີມໍ່ໆມານີ້. ປີ 2017 ມາຊາວຫວຽດນາມ ໄປເນປານ ກວ່າ 7.000 ເທື່ອຄົນ. ດ້ວຍເລື່ອງເນປານ ກຳລັງກໍ່ສ້າງສະໜາມບິນສາກົນຢູ່ແຫ່ງກຳເນີດພຸດທະສາສະໜາ  Lumbini, ສອງຝ່າຍຫວັງວ່າຈຳນວນແຂກທ່ອງທ່ຽວຫວຽດນາມ ມາແຫ່ງກຳເນີດພຸດທະສາສະໜາຈະເພີ່ມຂຶ້ນຢ່າງວ່ອງໄວ.

ກ່ຽວກັບຂົງເຂດການຮ່ວມມືໃນພາກພື້ນ ແລະສາກົນ, ສອງປະເທດໄດ້ສະໜັບສະໜູນ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະສາກົນເປັນຢ່າງດີ. ເນປານ ໄດ້ສະໜັບສະໜູນຫວຽດນາມ ມີພ້ືນຖານເສດຖະກິດຕະຫຼາດ (ເດືອນ ຕຸລາ 2014), ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ (ເດືອນ ພະຈິກ 2013), ສະພາເສດຖະກິດ ແລະສັງຄົມສະຫະປະຊາຊາດ ອາຍຸການ 2016-2018 ແລະກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ຫວຽດນາມ ສະໜັບສະໜູນ ເນປານ ເຂົ້າເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2018-2020. ສອງປະເທດກໍ່ແມ່ນສະມາຊິກກໍ່ຕັ້ງທະນາຄານລົງທຶນພື້ນຖານໂຄງລ່າງ (AIIB).

ໃນສະພາບການສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ເນປານ ພັດທະນາຢ່າງສະດວກ, ການຮ່ວມມືດ້ານເສດຖະກິດ-ການຄ້າ ຈະເລີນເຕີບໂຕ, ບັນດາການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ K.P. Sharma Oli ນາຍົກລັດຖະມົນຕີເນປານ ແລະພັນລະຍາ ຈະປະກອບສ່ວນເປີດບັນດາກາລະໂອກາດຮ່ວມມືລະຫວ່າງ ຫວຽດນາມ-ເນປານ.

ໂດຍ: ແສງເດືອນ