ຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” (BRI) ຖືກປະທານປະເທດຈີນ ສີຈີ້ນຜິງ ຍົກອອກມາຄັ້ງທໍາອິດໃນການໄປຢ້ຽມຢາມອາຊີກາງ (ເດືອນກັນຍາ 2013) ແລະອາຊີຕາເວັນອອກສ່ຽງໃຕ້ (ເດືອນຕຸລາ 2013). ກ່ຽວກັບຂອບເຂດພູມີປະເທດ, BRI ແມ່ນເລີ່ມຈາກອາຊີ ໄປຮອດເອີລົບ ແລະສາມາດເປີດກວ້າງອອກສູ່ອາຟະລິກາ, ອາເມລິກາລາຕິນ. ສອງພາກສ່ວນປະກອບຕົ້ນຕໍແມ່ນແລວທາງເສດຖະກິດເສັ້ນທາງສາຍໄໝ ທາງບົກ ແລະເສັ້ນທາງສາຍໄໝທາງທະເລສະຕະວັດທີ XXI.

5 ເນື້ອໃນການຮ່ວມມືຕົ້ນຕໍທີ່ຝ່າຍຈີນສະເໜີໃນຂອບເຂດຂໍ້ລິເລີ່ມນີ້, ລວມມີ: ການເຊື່ອມຕໍ່ນະໂຍບາຍ; ການເຊື່ອມຕໍ່ພື້ນຖານໂຄງລ່າງ; ການເຊື່ອມຕໍ່ການຄ້າ ແລະການລົງທຶນ; ການເຊື່ອມຕໍ່ການເງິນ-ເງິນຕາ; ການເຊື່ອມຕໍ່ປະຊາຊົນ.

ມາຮອດປັດຈຸບັນມີ 150 ປະເທດ ແລະອົງການຈັດຕັ້ງສາກົນໄດ້ລົງນາມໃນບັນດາຂໍ້ຕົກລົງການຮ່ວມມືທີ່ກ່ຽວຂ້ອງເຖິງຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”, ໃນນັ້ນມີເລື່ອງເພີ່ມທະວີການກະທົບຮ່ວມລະຫວ່າງບັນດາຂໍ້ລິເລີ່ມຮ່ວມສໍາພັນດ້ານເສດຖະກິດໃນຂອບເຂດພາຍໃນປະເທດ ແລະພາກພື້ນດ້ວຍຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”.

ທີ່ເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 1, ການນໍາຂອງ 29 ປະເທດໄດ້ເຫັນດີເປັນເອກະພາບຕໍ່ບັນດາຫຼັກການຂອງການຮ່ວມມື “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”. ບັນດາຫຼັກການນີ້ໄດ້ສະແດງໃຫ້ເຫັນໃນແຈ້ງການຮ່ວມຂອງກອງປະຊຸມໂຕະມົນສຸດຍອດເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 1.

ເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 2 ພາຍໃຕ້ຫົວຂໍ້ວ່າ “ການຮ່ວມມືໜຶ່ງແລວທາງ ແລະໜຶ່ງເສັ້ນທາງ: ກໍານົດອະນາຄົດລວມໃຫ້ໃສແຈ້ງກວ່າ”. ຄາດຄະເນ, ຈະມີຜູ້ແທນເຂົ້າຮ່ວມບັນດາການເຄື່ອນໄຫວຂອງເວທີປາໄສກວ່າ 5000 ຄົນ, ໃນນັ້ນມີການນໍາຂອງກວ່າ 90 ອົງການຈັດຕັ້ງສາກົນ ແລະແຂກຖືກເຊີນທີ່ມາຈາກກວ່າ 190 ປະເທດ. ພິເສດ, ເວທີປາໄສມີການເຂົ້າຮ່ວມຂອງປະມຸກລັດ/ຜູ້ນຳໜ້າລັດຖະບານມາຈາກ 36 ປະເທດ, ເລຂາທິການໃຫຍ່ສະຫະປະຊາຊາດ, ຜູ້ອໍານວຍການກອງທຶນເງິນຕາສາກົນ...

leftcenterrightdel
ການນໍານະຄອນປັກກິ່ງ, ຜູ້ຕາງໜ້າກະຂວງການຕ່າງປະເທດຈີນ ຕ້ອນຮັບທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ມາເຂົ້າຮ່ວມເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 2. ພາບ: ສໍານັກຂ່າວສານຫວຽດນາມ.

ຜົນສໍາເລັດຂອງຫວຽດນາມ ໃນກິດຈະການປ່ຽນແປງໃໝ່ໃນໄລຍະ 30 ກວ່າປີຜ່ານມາ ແມ່ນໝາກຜົນຂອງບັນດາຄວາມມານະພະຍາຍາມປະຕິຮູບດ້ານເສດຖະກິດພາຍໃນປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມຊຸກຍູ້ການເຊື່ອມຕໍ່ ແລະການຮ່ວມມືດ້ານເສດຖະກິດໃນພາກພື້ນ, ໃນນັ້ນມີຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ”. ເລື່ອງຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຕ້ອງຮັບປະກັນບັນດາຫຼັກການຮ່ວມມືສັນຕິພາບ, ສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບນັບຖືເຊິ່ງກັນ ແລະກັນ, ສອດຄ່ອງກັບກົດໝາຍສາກົນ ແລະກົດບັດຂອງສະຫະປະຊາຊາດ, ມຸ່ງໄປເຖິງເປົ້າໝາຍປະກອບສ່ວນໃຫ້ການພັດທະນາ ແລະວັດທະນາຖາວອນລວມຂອງປະເທດທັງໝົດ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 2 ໃນສະພາບທີ່ການພົວພັນ ຫວຽດນາມ-ຈີນ ສືບຕໍ່ຮັກສາທ່າພັດທະນາຢ່າງມີສະຖຽນລະພາບ ແລະບັນລຸໄດ້ບາດກ້າວພັດທະນາໃໝ່ ແລະຕັ້ງໜ້າ. ບັນດາການຢ້ຽມຢາມ ແລະພົບປະລະຫວ່າງການນໍາຂັ້ນສູງສອງປະເທດ ໄດ້ດໍາເນີນເປັນປະຈໍາ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ບັນດາກົນໄກພົບປະແລກປ່ຽນ, ການຮ່ວມມືທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງສອງປະເທດກໍ່ມີບັນດາບາດກ້າວພັດທະນາຢ່າງແທດຈິງ, ການພົບປະແລກປ່ຽນປະຊາຊົນໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ.

ອາດສາມາດເຊື່ອໝັ້ນວ່າ, ການເຂົ້າຮ່ວມເວທີປາໄສຮ່ວມມືຂັ້ນສູງ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະປະກອບສ່ວນສໍາຄັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ພັດທະນາຢ່າງມີສະຖຽນລະພາບ, ຍືນຍົງ; ພ້ອມກັນນັ້ນກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເປີດກວ້າງຕະຫຼາດ, ເຊື່ອມຕໍ່ພື້ນຖານໂຄງລ່າງ, ຊຸກຍູ້ການຮ່ວມມືຕ່າງຝ່າຍຢ່າງມີຜົນປະໂຫຍດ, ຮັບໃຊ້ກິດຈະການສ້າງສາ ແລະພັດທະນາປະເທດຊາດ.

ໂດຍ: ທູຈາງ