ການຢ້ຽມຢາມຂອງທ່ານ Mark Rutte ກົງກັບໂອກາດທີ່ ຫວຽດນາມ-ໂຮນລັງ ສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (9-4-1973 / 9-4-2019), ເຊິ່ງສະແດງໃຫ້ເຫັນສອງປະເທດມີຄວາມປາດຖະໜາຢາກນໍາການພົວພັນສອງຝ່າຍໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນກວ່າອີກ.

ລາຊະອານາຈັກໂຮນລັງ ໄດ້ຮັບຂະໜານນາມວ່າແມ່ນ “ປະເທດນ້ອຍດ້ວຍຜົນງານໃຫຍ່ຫຼາຍຢ່າງ”. ຈຸດພິເສດຂອງພູມີປະເທດ ແລະພົນລະເມືອງພ້ອມກັບປະຫວັດສາດແຫ່ງການພັດທະນາເສດຖະກິດຂອງຊາດ, ພິເສດແມ່ນສັງກາດຄໍາຂອງໂຮນລັງ ໃນສະຕະວັດທີ  XVII ໄດ້ກໍານົດພື້ນຖານເສດຖະກິດໂຮນລັງ ຄືໃນປັດຈຸບັນ.

ໃນຕະຫຼອດໄລຍະປະຫວັດສາດທັນສະໄໝ, ໂຮນລັງ ກໍານົດວ່າການຮ່ວມມືໃນສະຫະພາບເອີລົບ (EU) ແມ່ນເສົາຄໍ້າຂອງນະໂຍບາຍການພົວພັນກັບຕ່າງປະເທດ, ມີບົດບາດສໍາຄັນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນ ກໍ່ຄື ຊ່ວຍເພີ່ມທະວີບົດບາດດ້ານພູມສາດການເມືອງຂອງປະເທດ. ໃນຊຸມປີມໍ່ໆມານີ້, ນະໂຍບາຍການພົວພັນຕ່າງປະເທດຂອງໂຮນລັງ ພວມຄ່ອຍໆຫັນປ່ຽນໄປສູ່ອາຊີ ດ້ວຍທິດຜັນຂະຫຍາຍຕົ້ນຕໍແມ່ນການທູດເສດຖະກິດ, ຖືອາຊີແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃຫ້ບັນດາວິສາຫະກິດ ແລະນັກລົງທຶນໂຮນລັງ, ເພາະວ່າອາຊີ ມີຫຼາຍພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະມີຕະຫຼາດກວ້າງໃຫຍ່.

ຫວຽດນາມ-ໂຮນລັງ ສ້າງການພົວພັນທາງການທູດໃນວັນທີ 9 ເມສາ 1973. ພາຍຫຼັງສ້າງຕັ້ງການພົວພັນທາງການທູດ, ໂຮນລັງ ເລີ່ມຕົ້ນສະໜອງທຶນຊ່ວຍເຫຼືອລ້າ ODA ໃຫ້ແກ່ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດມະນຸດສະທໍາ, ການສຶກສາ-ກໍ່ສ້າງ ແລະສາທາລະນະສຸກ.

ການພົວພັນ ຫວຽດນາມ-ໂຮນລັງ ໄດ້ຮັບຖືວ່າແມ່ນແບບຢ່າງຂອງ “ສາຍພົວພັນທີ່ຂະຫຍັນຂັນເຄື່ອນ ແລະມີປະສິດທິຜົນ” ລະຫວ່າງ ຫວຽດນາມ ແລະປະເທດໜຶ່ງຂອງເອີລົບ. ການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງຝ່າຍພັດທະນາອັນດີງາມໃນທຸກຂົງເຂດ, ນັບມື້ນັບເຂົ້າສູ່ລວງເລິກ. ເດືອນຕຸລາ 2010, ສອງປະເທດໄດ້ສ້າງຕັ້ງຄູ່ຮ່ວມມືຍຸດທະສາດກ່ຽວກັບການປັບຕົວໃຫ້ເໝາະສົມກັບການປ່່ຽນແປງຂອງດິນຟ້າອາກາດ ແລະຄຸ້ມຄອງນໍ້າ; ເດືອນມີຖຸນາ 2014 ສ້າງຕັ້ງຄູ່ຮ່ວມມືຍຸດທະສາດກ່ຽວກັບກະສິກໍາແບບຍືນຍົງ ແລະຄວາມໝັ້ນຄົງດ້ານສະບຽງອາຫານ... ສອງຝ່າຍໄດ້ກໍານົດ 5 ຂົງເຂດບຸລິມະສິດຮ່ວມມື, ລວມມີ:  ການປັບຕົວໃຫ້ເໝາະສົມກັບການປ່່ຽນແປງຂອງດິນຟ້າອາກາດ ແລະຄຸ້ມຄອງນໍ້າ, ກະສິກໍາ, ພະລັງງານ, ເສດຖະກິດທາງທະເລ ແລະການບໍລິການຂົນສົ່ງ logistics.

ສອງຝ່າຍຕັ້ງໜ້າຮ່ວມມືຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍສາກົນ ແລະພາກພື້ນ, ເປັນຕົ້ນແມ່ນໃນຂອບເຂດສະຫະປະຊາຊາດ, ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM), ອາຊຽນ-ອີຢູ...

leftcenterrightdel
ທ່ານ Mark Rutte ນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ. ພາບ: qdnd.vn.

ໃນຊຸມປີຜ່ານມາ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ-ໂຮນລັງ ພັດທະນາຢ່າງບໍ່ຢຸດຢັ້ງ, ວົງເງິນການຄ້າຫຼາຍພໍສົມຄວນ ແລະເພີ່ມຂຶ້ນໃນແຕ່ລະປີ. ປີ 2018, ວົງເງິນການຄ້າສອງສົ້ນບັນລຸ 7,84 ຕື້ໂດລາສະຫະລັດ, ໃນນັ້ນ, ຫວຽດນາມ ສົ່ງອອກຕົ້ນຕໍແມ່ນບັນດາປະເພດສິນຄ້າ ຄື: ສິນໃນນໍ້າ, ຜັກ, ໝາກໄມ້, ໝາກມ່ວງຫິມະພານ, ກາເຟ, ໝາກພິກໄທ, ເຂົ້າສານ... ແລະນໍາເຂົ້າຈາກ ໂຮນລັງ ຕົ້ນຕໍແມ່ນທັນຍາຫານ, ຫົວອາຫານ, ວັດຖຸດິບ, ທາດເຄມີ...

ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍຮ່ວມມືປະຕິບັດບັນດາສັນຍາວ່າດ້ວຍການຕໍ່ກຳປັ່ນທະຫານ ກັບກຸ່ມບໍລິສັດ Damen. ປີ 2016, ຫວຽດນາມ ຈັດສົ່ງນັກສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມຮັກສາສັນຕິພາບຢູ່ໂຮນລັງ 2 ຊຸດ. ເດືອນທັນວາ 2016, ຄະນະຜູ້ແທນການທະຫານຫວຽດນາມ ໄດ້ໄປຢ້ຽມຢາມ, ແລກປ່ຽນບົດຮຽນກັບໂຮງຮຽນຮັກສາສັນຕິພາບໂຮນລັງ ເພື່ອກະກຽມໃຫ້ເລື່ອງ ຫວຽດນາມ ເຂົ້າຮ່ວມບັນດາຄະນະປະຕິບັດງານຮັກສາສັນຕິພາບ ແລະສ້າງຕັ້ງສູນຮັກສາສັນຕິພາບຫວຽດນາມ.

ໜຶ່ງໃນບັນດາ “ຈຸດພົ້ນເດັ່ນ” ໃນການພົວພັນສອງປະເທດແມ່ນຂົງເຂດການສຶກສາ. ໂຮນລັງ ຊ່ວຍຫວຽດນາມ ໃນຫຼາຍໂຄງການ ຄື: ໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລ ຫວຽດນາມ-ໂຮນລັງ, ສອງໂຄງການກ່ຽວກັບທຶນການສຶກສາ. ຄຽງຂ້າງນັ້ນ, ສອງຝ່າຍກໍ່ຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ຂະແໜງການເດີນທະເລ ແລະທາງນ້ຳ, ການບິນ, ການຮ່ວມມືໃນຂົງເຂດພາສີ.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Mark Rutte ໃນຄັ້ງນີ້ສະແດງໃຫ້ເຫັນວ່າ, ຫວຽດນາມ ຖືເປັນສໍາຄັນການພົວພັນມິດຕະພາບ, ການຮ່ວມມືກັບໂຮນລັງ ແລະປາດຖະໜາຢາກຍົກລະດັບການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານເພື່ອແນໃສ່ຊຸກຍູ້ການພົວພັນ ຫວຽດນາມ-ໂຮນລັງ ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນກວ່າອີກ.

ໂດຍ: ທູຈາງ