ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງພະມະຫາກະສັດ Sultan Haji Hassanal Bolkiah  ໄດ້ດຳເນີນໃນສະພາວະການພົວພັນລະຫວ່າງສອງປະເທດພັດທະນາຢ່າງສະດວກນັບທັງສອງຝ່າຍ ແລະຫຼາຍຝ່າຍ, ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 1992. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງຜ່ານການຮັກສາການແລກປ່ຽນຄະນະ ແລະການພົບປະຂັ້ນສູງ. ເດືອນ ມີຖຸນາ 2000,  ຫວຽດນາມ ແລະບຣູໄນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການສ້າງຕັ້ງຄະນະກຳມະການຮ່ວມມືສອງຝ່າຍ. ໃນປີ 2017, ສອງປະເທດໄດ້ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ໃນນັ້ນມີກອງປະຊຸມສະໄໝສາມັນເທື່ອທີ 1 ຄະນະກຳມະການຮ່ວມມືສອງຝ່າຍຫວຽດນາມ - ບຣູໄນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະພະມະຫາກະສັດບຣູໄນ Sultan Haji Hassanal Bolkiah ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ຈ້ອງຫາຍ.

ກ່ຽວກັບການພົວພັນດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ໄລ່ມາຮອດປີ 2018, ບຣູໄນ ຢືນອັນດັບທີ 21/128 ປະເທດ ແລະເຂດແຄ້ວນ ລົງທຶນເຂົ້າຫວຽດນາມ ແລະຢືນອັນດັບທີ 4 ໃນພາກພື້ນອາຊຽນ ຖັດຈາກ ສິງກະໂປ, ມາເລເຊຍ ແລະໄທ,  ດ້ວຍ 179 ໂຄງການມີຈໍານວນທຶນທັງໝົດກວ່າ 1 ຕື້ໂດລາສະຫະລັດ. ໃນຂະນະນັ້ນ, ປະຈຸບັນຫວຽດນາມ ມີສອງໂຄງການລົງທຶນຢູ່ ບຣູໄນ ດ້ວຍຈໍານວນທຶນຈົດທະບຽນທັງໝົດແມ່ນ 3,6 ລ້ານໂດລາສະຫະລັດ. ສອງຝ່່າຍໄດ້ວາງເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 500 ລ້ານໂດລາສະຫະລັດ ໃນປີ 2025.

ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການເພີ່ມທະວີໃນຂອບເຂດສອງຝ່າຍ ແລະອາຊຽນ. ຫວຽດນາມ ແລະບຣູໄນ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດໃນເດືອນ ພະຈິກ 2005. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ ແລະນັກສຳມະນາກອນ, ການຮ່ວມມືບຳລຸງສ້າງ-ການຝຶກຊ້ອມ ແລະໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງທະຫານເຮືອປະຊາຊົນຫວຽດນາມ ແລະທະຫານເຮືອລາດຊະວົງບຣູໄນ ໃນເດືອນ ທັນວາ 2013.

ການຮ່ວມມືດ້ານການສຶກສາລະຫວ່າງສອງປະເທດໃນໄລຍະມໍ່ໆມານີ້ມີຫຼາຍບາດກ້າວພັດທະນາຢ່າງຕັ້ງໜ້າ. ເດືອນ ເມສາ 2014, ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການສຶກສາ. ເດືອນ ພະຈິກ 2017, ສູນບຳລຸງສ້າງພາສາອັງກິດ UBD Global Center ຢູ່ນະຄອນດ່ານ້ັງ ໄດ້ເປີດການນໍາໃຊ້ດ້ວຍການເຂົ້າຮ່ວມຂອງພະມະຫາກະສັດບຣູໄນ ເນື່ອງໃນໂອກາດດຳເນີນກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 25. ໃນສົກຮຽນ 2017-2018, ສູນດັ່ງກ່າວໄດ້ຈັດຫຼາຍຊຸດຮຽນໄລຍະສັ້ນໃຫ້ແກ່ນັກສຶກສາຫວຽດນາມ, ນັກສຶກສາບຣູໄນ ແລະບັນດາປະເທດໃນພາກພື້ນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ພົບປະເຈລະຈາກັບພະມະຫາກະສັດບຣູໄນ Sultan Haji Hassanal Bolkiah. ພາບ: ຈ້ອງຫາຍ.

ໃນຂະນະນັ້ນ, ການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດເປັນຕົ້ນແມ່ນໃນຂອບເຂດບັນດາໂຄງການກ່ຽວກັບການຮ່ວມມືດ້ານວັດທະນະທຳຂອງຄະນະກຳມະການວັດທະນະທຳຖະແຫຼງຂ່າວອາຊຽນ (ASEAN COCI). ຫວຽດນາມ ແລະບຣູໄນ ລ້ວນແຕ່ຕັ້ງໜ້າສະໜັບສະໜູນ, ເຂົ້າຮ່ວມບັນດາການເຄື່ອນໄຫວ, ໂຄງການທີ່ຝ່າຍກົງກັນຂ້າມສະເໜີ. ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1992-2017), ສອງຝ່າຍໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະຫຼາຍຢ່າງຢູ່ແຕ່ລະປະເທດ. ນອກຈາກນັ້ນ, ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວໃນເດືອນພະຈິິກ 2001. ນັບແຕ່ວັນທີ 1 ສິງຫາ 2007, ບຣູໄນ ຍົກເວັ້ນວິຊາໃຫ້ແກ່ພົນລະເມືອງຫວຽດນາມ (14 ວັນ) ແລະນັບແຕ່ວັນທີ 8 ສິງຫາ 2007, ຫວຽດນາມ ກໍ່ຍົກເວັ້ນວິຊາໃຫ້ແກ່ພົນລະເມືອງບຣູໄນ (14 ວັນ). ບັນດາຂົງເຂດຮ່ວມມືຕ່າງໆ, ຄື: ກະສິກຳ, ຄົມມະນາຄົມຂົນສົ່ງ, ນ້ຳມັນອາຍແກັດ... ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ.

ໃນບັນດາເວທີປາໄສຫຼາຍຝ່າຍ, ຫວຽດນາມ ແລະບຣູໄນ ຮັກສາການພົວພັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ, ອາຊຽນ, APEC, ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM); ແບ່ງປັນທັດສະນະລວມກ່ຽວກັບການຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ, ການເຕີບໂຕແບບຍືນຍົງ ແລະຫັນການຄ້າເປັນເສລີ. ບຣູໄນ ສະໜັບສະໜູນຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສສາກົນ, ຄື: ສະພາບໍລິຫານງານອົງການສະຫະປະຊາຊາດເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳ (UNESCO) ອາຍຸການ 2015-2019; ສະພາເສດຖະກິດ-ສັງຄົມຂອງສະຫະປະຊາຊາດ (ECOSOC) ອາຍຸການ 2016-2018; ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ບົນພື້ນຖານບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຄືດັ່ງກ່າວ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າການຢ້ຽມຢາມທາງລັດຖະກິດຫວຽດນາມຂອງພະມະຫາກະສັດ Sultan Haji Hassanal Bolkiah ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນປັບປຸງ ແລະເຮັດໃຫ້ການພົວພັນມິດຕະພາບລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ໂດຍ: ສົມເພັດ