ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດຂອງທ່ານ ຫງວຽນຝູຈ້ອງ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດຫວຽດນາມ. ການຢ້ຽມຢາມໄດ້ດຳເນີນໃນປີບານພັບ 2019 ໃນຂະນະທີ່ຫວຽດນາມ ແລະລາວ ຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະສອງພັກພວມກະກຽມໃຫ້ກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້້ນກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກ. ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແມ່ນການຢັ້ງຢືນເຖິງແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນພິເສດ ແລະສະຫງວນບຸລິມະສິດຢ່າງສູງໃນການພົວພັນກັບລາວ ກໍຄືການສະໜັບສະໜູນຢ່າງຮອບດ້ານຕໍ່ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາປະເທດລາວ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ກວດແຖວກຽດຕິຍົດກອງທັບປະຊາຊົນລາວ. ພາບ: ຫງວຽນເຕີ໋ນຕວນ.

ທ່ານ ຫງວຽນຝູຈ້ອງ ຢ້ຽມຢາມສັນຖະວະໄມຕີສປປ ລາວ ຢ່າງເປັນທາງການໃນສະພາວະການພົວພັນລະຫວ່າງສອງປະເທດສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ. ສອງຝ່າຍໄດ້ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຕ່າງໆລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ; ບັນດາເນື້ອໃນຢູ່ກອງປະຊຸມຄັ້ງທີ 39, 40, 41 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ຢ່າງມີປະສິດທິຜົນ. ການພົວພັນດ້ານການເມືອງລະຫວ່າງສອງປະເທດສືບຕໍ່ໄດ້ຮັບການເພີ່ມທະວີ, ນັບມື້ນັບສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ, ສວມບົດບາດແກ່ນສານ, ກໍານົດທິດໃນການພົວພັນສອງປະເທດຫວຽດນາມ-ລາວ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການຢ້ຽມຢາມ, ການພົບປະລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດເປັນຢ່າງດີ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ ກໍຄືບັນດາຂົງເຂດວິຊາສະເພາະ; ໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ຢ່າງເລິກເຊິ່ງກວ້າງຂວາງ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 9  ສະບັບ ລະຫວ່າງບາງກະຊວງ, ຂະແໜງການຂອງສອງປະເທດ. ພາບ: ຫງວຽນເຕີ໋ນຕວນ.

ໃນຂະນະນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການພົວພັນກັບຕ່າງປະເທດສືບຕໍ່ມີບາດກ້າວພັດທະນາໃໝ່, ເຂົ້າສູ່ລວງເລິກ ແລະມີປະສິດທິຜົນ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ; ປະຕິບັດອະນຸສັນຍາ ແລະແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເປັນຢ່າງດີ; ກໍ່ສ້າງເສັ້ນຊາຍແດນສະຖຽນລະພາບ ແລະພັດທະນາແບບຍືນຍົງ. ສອງຝ່າຍສືບຕໍ່ສົມທົບກັນໃນການຊອກຫາ, ຂຸດຄົ້ນ, ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ. ສອງຝ່າຍໄດ້ສົມທົບກັນຜັນຂະຫຍາຍການປະຕິບັດກົນໄກທາບທາມຄຳເຫັນລະຫວ່າງສອງຄະນະພົວພັນຕ່າງປະເທດສູນກາງພັກ ແລະສອງກະຊວງການຕ່າງປະເທດ ຢ່າງມີປະສິດທິຜົນ; ປະຕິບັດການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈເປັນປະຈຳ; ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນທີ່ບັນດາເວທີປາໄສຮ່ວມມືຫຼາຍຝ່າຍ, ໂດຍສະເພາະແມ່ນໃນຂອບເຂດອາຊຽນ, ສະຫະປະຊາຊາດ... ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງປະເທດ. ໄລ່ມາຮອດເດືອນທັນວາ 2018, ຫວຽດນາມມີ 409 ໂຄງການລົງທຶນຢູ່ລາວດ້ວຍຍອດເງິນລົງທຶນທັງໝົດແມ່ນ 4,1 ຕື້ໂດລາສະຫະລັດ. ຫຼາຍໂຄງການລົງທຶນຂອງຫວຽດນາມຢູ່ລາວ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ການຜະລິດດຳເນີນທຸລະກິດມີກຳໄລ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາຂອງສອງປະເທດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ.

ສອງຝ່າຍກໍ່ເອົາໃຈໃສ່ເຖິງການຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ-ກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົມມະນາຄົມຂົນສົ່ງ, ວິທະຍາສາດເຕັກໂນໂລຢີ... ພ້ອມກັນນັ້ນ, ການຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ກຳມາທິການຂອງສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນ ແລະບັນດາອົງການຈັດຕັ້ງປະຊາຊົນ ສືບຕໍ່ໄດ້ຮັບການຍູ້ແຮງ ແລະເຂົ້າສູ່ແທດຈິງ. ສອງຝ່າຍໄດ້ແລກປ່ຽນບັນດາຄະນະຜູ້ແທນ, ແລກປ່ຽນບົດຮຽນ, ຊ່ວຍເຫຼືອ, ໜູນຊ່ວຍເຊິ່ງກັນ ແລະກັນ. ການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນຕິດກັບຊາຍແດນສືບຕໍ່ໄດ້ຮັບການເປີດກວ້າງ, ພິເສດແມ່ນໃນການກໍ່ສ້າງພື້ນຖານໂຄງລ່າງ, ເບິ່ງແຍງດູແລດ້ານການແພດ, ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ບັນດາເຂດຊາຍແດນຂອງສອງປະເທດ.

ບົນພື້ນຖານບັນດາບາດກ້າວພັດທະນາຢ່າງເລິກເຊິ່ງກວ້າງຂວາງຂອງການພົວພັນຫວຽດນາມ-ລາວ ໃນໄລຍະຜ່ານມາ, ພວກເຮົາເຊື່ອໝັ້ນວ່າການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນ.

ໂດຍ: ແສງເດືອນ