WEF Davos ແມ່ນໜຶ່ງໃນບັນດາເວທີປາໄສສາກົນສໍາຄັນ ແລະມີອິດທິພົນຊື່ສຽງ, ເຊິ່ງເປັນແຫ່ງທີ່ບັນດາການນໍາພ້ອມກັນປຶກສາຫາລືກ່ຽວກັບບັນດາບັນຫາທີ່ຈໍາເປັນໃນທົ່ວໂລກ ເພື່ອມຸ່ງໄປເຖິງຄວາມວັດທະນາຖາວອນລວມ. ເວທີປາໄສສໍາຄັນທີ່ສຸດຂອງ WEF ແມ່ນກອງປະຊຸມໄດ້ຈັດຕັ້ງໃນທ້າຍເດືອນມັງກອນປະຈໍາປີຢູ່ Davos, ສະວິດ. ຄຽງຂ້າງນັ້ນ, WEF ກໍ່ຈັດຕັ້ງບັນດາເວທີປາໄສພາກພື້ນ, ພົ້ນເດັ່ນແມ່ນກອງປະຊຸມ WEF ກ່ຽວກັບອາຊີຕາເວັນອອກ, ກອງປະຊຸມ WEF ກ່ຽວກັບອິນເດຍ...

ກອງປະຊຸມ WEF Davos ປີນີ້ພາຍໃຕ້ຫົວຂໍ້: “ການຫັນເປັນໂລກາພິວັດ 4.0: ກໍານົດໂຄງປະກອບທົ່ວໂລກໃນຍຸກການປະຕິວັດອຸດສາຫະກໍາຄັ້ງທີສີ່ໃຫ້ເປັນຮູບເປັນຮ່າງ”. ເນື້ອໃນຈຸດສຸມທີ່ນຳມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້ເພື່ອແນໃສ່ຕີລາຄາຜົນກະທົບ, ແງ່ຫວັງ ແລະປຶກສາຫາລືການຮ່ວມມື, ເຈລະຈາເພື່ອແກ້ໄຂບັນດາບັນຫາພູມສາດການເມືອງ; ຕີລາຄາ, ຊຸກຍູ້ການປະຕິຮູບບັນດາຂອບເຂດລະບອບລະບຽບການທົ່ວໂລກໃນປະຈຸບັນ ເພື່ອປັບຕົວໃຫ້ເໝາະສົມກັບສະພາບການໃໝ່ທາງດ້ານການເມືອງ, ເສດຖະກິດ ແລະສັງຄົມ...

leftcenterrightdel
ພາບປະກອບຈາກ vtv.vn.

ນັບແຕ່ເມື່ອເຂົ້າຮ່ວມ WEF ໃນປີ 1989, ການພົວພັນລະຫວ່າງຫວຽດນາມ ແລະ WEF ໄດ້ຮັບການພັດທະນາຢ່າງວ່ອງໄວໃນຫຼາຍດ້ານ. ຈາກບົດບາດບຸກເບີກການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ກັບບັນດາປະເທດພັດທະນາໃນເງື່ອນໄຂທີ່ຫວຽດນາມ ຖືກປິດລ້ອມ, ຂວ້ຳບາດພາຍຫຼັງເກືອບ 30 ປີ, WEF ໄດ້ກາຍເປັນເວທີປາໄສເຈລະຈາສໍາຄັນຂອງການນໍາຂັ້ນສູງຫວຽດນາມ ກັບບັນດາກຸ່ມບໍລິສັດແຖວໜ້າໃນໂລກ. ການນໍາຂັ້ນສູງຂອງຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມປະຈໍາປີ WEF Davos ແລະ WEF ອາຊີຕາເວັນອອກເປັນປະຈໍາ, ເປີດຊ່ອງທາງໃຫ້ແກ່ການພັດທະນາສາຍພົວພັນລະຫວ່າງສອງຝ່າຍ, ສ້າງກາລະໂອກາດແລກປ່ຽນກ່ຽວກັບທິດທາງພັດທະນາພື້ນຖານເສດຖະກິດຫວຽດນາມ, ຈາກນັ້ນຊ່ວຍກໍ່ສ້າງແນວທາງ, ນະໂຍບາຍພັດທະນາໃຫ້ປະເທດຫວຽດນາມ.

ໃນຊຸມປີມໍ່ໆມານີ້, ຫວຽດນາມ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ WEF ອາຊີຕາເວັນອອກ. ປີ 2010, ກອງປະຊຸມ WEF ອາຊີຕາເວັນອອກ ໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນ, ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 450 ທ່ານ. ເປັນໜ້າເອົາໃຈໃສ່ທີ່ສຸດແມ່ນ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມ ແລະຈັດຕັ້ງກອງປະຊຸມ WEF-ແມ່ຂອງ ໃນເດືອນຕຸລາ 2016 ຢູ່ຮ່າໂນ້ຍ ປະສົບຜົນສໍາເລັດ.

ປີ 2018, ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມ WEF ASEAN (WEF ASEAN 2018) ຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 11-13 ກັນຍາ. ພາຍຫຼັງເກືອບ 60 ວາລະປຶກສາຫາລືຢ່າງຟົດຟື້ນ, ແທດຈິງ, ກອງປະຊຸມ WEF ASEAN 2018 ດ້ວຍຫົວຂໍ້ “ASEAN 4.0: ຈິດໃຈວິສາຫະກິດ ແລະການປະຕິວັດອຸດສາຫະກໍາຄັ້ງທີສີ່” ໄດ້ກາຍເປັນວັນບຸນແຫ່ງການພົບປະແລກປ່ຽນບັນດາແນວຄິດ, ຕີລາຄາຢ່າງເລິກເຊິ່ງ, ຫຼາຍສົ້ນກ່ຽວກັບບັນດາບັນຫາສໍາຄັນສໍາລັບການພັດທະນາຂອງບັນດາປະເທດອາຊຽນ ໃນສະພາບການປະຕິວັດອຸດສາຫະກໍາຄັ້ງທີສີ່. ຄຽງຂ້າງນັ້ນ, ຫວຽດນາມ ຍັງຍາດແຍ່ງເອົາການສະໜັບສະໜູນຢ່າງກວ້າງຂວາງຂອງສາກົນ, ກໍ່ຄືຊຸກຍູ້ WEF ແລະບັນດາກຸ່ມບໍລິສັດໃຫຍ່ສົມທົບກັນ, ໜູນຊ່ວຍການຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງຫວຽດນາມ, ຄື: ສ້າງຕັ້ງສູນປະຕິວັດອຸດສາຫະກໍາ 4.0 ຢູ່ຫວຽດນາມ, ຊຸກຍູ້ການຮ່ວມມືກ່ຽວກັບຂີ້ເຫຍື້ອປຣາດສະຕິກໃນອາຊຽນ.

ຄຽງຂ້າງການເຂົ້າຮ່ວມບັນດາກອງປະຊຸມ WEF, ຫວຽດນາມ ແລະ WEF ໄດ້ເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດ: ຍົກສູງກໍາລັງການແກ່ງແຍ້ງແຫ່ງຊາດ, ຮ່ວມມືໃນອຸດສາຫະກໍາ, ກະສິກໍາ... ຫວຽດນາມ ຍາມໃດກໍ່ເຂົ້າຮ່ວມຢ່າງຕັ້ງໜ້າ ແລະມີປະສິດທິຜົນໃນບັນດາຂໍ້ລິເລີ່ມຂອງ WEF ຄື “ວິໄສທັດໃໝ່ໃຫ້ກະສິກໍາ”, “ເຕີບໂຕອາຊີ”...

ທ່ານ ຫງວຽນຊວນຟຸກ ເຂົ້າຮ່ວມ WEF Davos 2019 ຈະເປັນການໂຄສະນາຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໃນປີ 2018, ສົ່ງສານກ່ຽວກັບແນວທາງ, ການກໍານົດທິດ, ນະໂຍບາຍ, ມາດຕະການໃຫຍ່ຂອງລັດຖະບານຫວຽດນາມ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມປີ 2019, ຈາກນັ້ນຊຸກຍູ້ບັນດາຄູ່ຮ່ວມມື, ກຸ່ມບໍລິສັດແຖວໜ້າສືບຕໍ່ເພີ່ມທະວີການຮ່ວມມືກັບຫວຽດນາມ. ພວກເຮົາເຊື່ອໝັ້ນວ່າ, ການເຂົ້າຮ່ວມກອງປະຊຸມ WEF Davos 2019 ຂອງທ່ານ ຫງວຽນຊວນຟຸກ ຈະປະກອບສ່ວນປັບປຸງສະພາບແວດລ້ອມສາກົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມ ປີ 2019.

ໂດຍ: ບົວພອນ