ຂີດໝາຍອັນໜັກແໜ້ນໃນໄລຍະທາງ 30 ປີ
ຫວຽດນາມ ໄດ້ເຂົ້າເປັນສະມາຊິກອາຊຽນ ຢ່າງເປັນທາງການໃນປີ 1995, ແຕ່ວ່າຂະບວນການເຊື່ອມໂຍງເຂົ້າກັບພາກພື້ນໄດ້ຮັບການລິເລີ່ມມາແຕ່ຫຼາຍປີກ່ອນໜ້ານັ້ນ ເປັນຂີດໝາຍທີ່ໜ້າຈົດຈຳ, ເຊັ່ນ: ການເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ເປັນຜູ້ສັງເກດການຂອງ ອາຊຽນ ໃນປີ 1992, ເຂົ້າຮ່ວມກອງປະຊຸມປະຈຳປີຂອງລັດຖະມົນຕີອາຊຽນ (AMM). ເດືອນກໍລະກົດ ປີ 1994, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທຳອິດຂອງເວທີປາໄສພາກພື້ນອາຊຽນ (ARF) ແລະໄດ້ກາຍເປັນໜຶ່ງໃນບັນດາສະມາຊິກທີ່ສ້າງຕັ້ງເວທີປາໄສ.
ການເຂົ້າຮ່ວມອາຊຽນ ບໍ່ພຽງແຕ່ແມ່ນບາດກ້າວສຳຄັນ ເພື່ອເຊື່ອມໂຍງເຂົ້າກັບພາກພື້ນ ແລະໂລກເທົ່ານັ້ນ, ຫາກຍັງຕິດພັນກັບຂະບວນການປ່ຽນແປງໃໝ່ແນວຄິດການພົວພັນຕ່າງປະເທດຂອງ ຫວຽດນາມ ອີກດ້ວຍ. ນີ້ກໍ່ແມ່ນຂີດໝາຍໃນໄລຍະທາງຮັດແໜ້ນການຮ່ວມມື ແລະມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ, ເປັນຕົ້ນແມ່ນບັນດາປະເທດສະມາຊິກ ອາຊຽນ - ເປັນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.
    |
 |
|
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອັງກິດ ໃນເດືອນ ກໍລະກົດ 2025 ຢູ່ ມາເລເຊຍ. ພາບ: ກະຊວງການຕ່າງປະເທດຫວຽດນາມ. |
ປະຈຸບັນ, ອາຊຽນ ແມ່ນຄູ່ຮ່ວມມືສົ່ງອອກໃຫຍ່ອັນດັບ 4 ແລະຄູ່ຮ່ວມມືນຳເຂົ້າໃຫຍ່ອັນດັບ 3 ຂອງຫວຽດນາມ. ການເຂົ້າຮ່ວມສັນຍາການຄ້າເສລີ (FTA) ລະຫວ່າງອາຊຽນ ແລະບັນດາຄູ່ຮ່ວມມືໃຫຍ່ແມ່ນບາດກ້າວບຸກທະລຸເພື່ອໃຫ້ ຫວຽດນາມ ກາຍເປັນຕ່ອງໂສ້ທີ່ສຳຄັນໃນການຮ່ວມສຳພັນເສດຖະກິດໃນພາກພື້ນ ແລະທົ່ວໂລກ. ປະຊາຊົນກໍ່ໄດ້ຮັບຜົນປະໂຫຍດຈາກບັນດາໂຄງການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ສະຫວັດດີການສັງຄົມ, ແຮງງານ, ວຽກເຮັດງານທຳ, ວັດທະນະທຳ, ກິລາ ຂອງປະຊາຄົມ… ບັນດາຜົນງານທີ່ກ່າວມາຂ້າງເທິງນັ້ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຮອບດ້ານຂອງຫວຽດນາມ ໃນໄລຍະ 30 ປີຜ່ານມາ.
ສຳລັບ ອາຊຽນ, ການເຂົ້າຮ່ວມຂອງຫວຽດນາມ ແມ່ນບາດລ້ຽວຂະໜາດໃຫຍ່ໃນວິວັດການສ້າງຕັ້ງ ແລະພັດທະນາປະຊາຄົມ, ປະກອບສ່ວນເຂົ້າໃນການຫັນວິໄສທັດຂອງບັນດາຜູ້ສ້າງຕັ້ງອາຊຽນ ກ່ຽວກັບການເຊື່ອມຕໍ່ບັນດາປະເທດສະມາຊິກໃຫ້ປະກົດຜົນເປັນຈິງດ້ວຍຄວາມຄາດຫວັງສັນຕິພາບ, ວັດທະນາຖາວອນ ແລະຈິດໃຈສາມັກຄີ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ.
ທ່ານ Dato'Tan Yang Thai ເອກອັກຄະລັດຖະທູດມາເລເຊຍ (ປະເທດທີ່ດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2025) ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ໃນຖານະທີ່ເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່ສຸດຂອງອາຊຽນ, ຫວຽດນາມ ໄດ້ປະກອບສ່ວນຍົກສູງທີ່ຕັ້ງການຄ້າທົ່ວໂລກຂອງອາຊຽນ, ດ້ວຍການສວມບົດບາດສຳຄັນໃນການໃຫ້ສັດຕະຍາບັນ ແລະປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຊຸກຍູ້ການຄ້າພາຍໃນກຸ່ມ; ຕັ້ງໜ້າໜູນຊ່ວຍບັນດາເປົ້າໝາຍເຊື່ອມໂຍງເສດຖະກິດຂອງອາຊຽນ.
ທ່ານ Dato'Tan Yang Thai ໃຫ້ຮູ້ວ່າ ຈາກປະເທດທີ່ຫາກໍ່ເຂົ້າຮ່ວມອາຊຽນ, ພາຍຫຼັງ 30 ປີແຫ່ງຄວາມມານະພະຍາຍາມບໍ່ອິດເມື່ອຍ, ປະຈຸບັນ ຫວຽດນາມ ໄດ້ກາຍເປັນສະມາຊິກທີ່ມີຄວາມໄວ້ເນື້ອເຊື່ອໃຈ, ມີບັນດາການປະກອບສ່ວນທີ່ມີລັກສະນະກໍ່ສ້າງສໍາລັບຄວາມເຫັນດີເຫັນພ້ອມຂອງ “ຊາຍຄາລວມ”.
ການສ້າງອະນາຄົດທີ່ສົດໃສ
ໃນຖານະເປັນພາກພື້ນທີ່ມີຜົນປະໂຫຍດທາງການເມືອງ ແລະເສດຖະກິດຫຼາຍດ້ານ, ອາຊຽນ ພວມປະເຊີນໜ້າກັບຄວາມກົດດັນທີ່ເພີ່ມຂຶ້ນຈາກການແຂ່ງຂັນຍຸດທະສາດລະຫວ່າງປະເທດໃຫຍ່, ຜົນກະທົບທາງລົບຈາກການປ່ຽນແປງຂອງດິນຟ້າອາກາດ, ພະຍາດ... ໃນສະພາບການນັ້ນ, ການເພື່ອທະວີນໍ້າໃຈສາມັກຄີ, ເສີມຂະຫຍາຍທັດສະນະລວມຢ່າງແຂງແຮງ, ຢຶດໝັ້ນຕໍ່ເສັ້ນທາງ “ການເຈລະຈາແທນໃຫ້ການສູ້ຢັນ, ສາມັກຄີ ແທນໃຫ້ການແບ່ງແຍກ” ເປັນກະແຈເພື່ອໃຫ້ພາກພື້ນຜ່ານຜ່າສິ່ງທ້າທາຍ.
ເມື່ອເບິ່ງຄືນໄລຍະທາງທີ່ໄດ້ຜ່ານ, ສາມາດເຫັນໄດ້ວ່າ ການເຂົ້າເປັນສະມາຊິກອາຊຽນ ແມ່ນລັດຖະນະໂຍບາຍທີ່ຖືກຕ້ອງ, ທັນການ, ມີຄວາມໝາຍປະຫວັດສາດ ແລະຍຸດທະສາດສຳຄັນຂອງພັກ ແລະລັດຫວຽດນາມ. ໃນໄລຍະຈະມາເຖິງ, ການປະກອບສ່ວນເຂົ້າໃນການພັດທະນາຂອງ ອາຊຽນ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມຍຸດທະສາດຂອງການທູດຫຼາຍຝ່າຍຂອງຫວຽດນາມ.
ທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນ ໃຫ້ຮູ້ວ່າ ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້, ຫວຽດນາມ ຈະສືບຕໍ່ມີຈິນຕະນາການທີ່ເປັນເຈົ້າການ, ມີການກະທໍາທີ່ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງຄວາມສາມັກຄີ, ເປັນເອກະພາບ, ຍົກສູງຫຼັກການພື້ນຖານ, ຮັກສາບົດບາດໃຈກາງຂອງອາຊຽນ, ເປີດກວ້າງ ແລະເຮັດໃຫ້ການພົວພັນກັບຄູ່ຮ່ວມມືເລິກເຊິ່ງ, ຍົກສູງກໍາລັງຄວາມສາມາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຄວາມສາມາດປັບຕົວຂອງອາຊຽນ ໃນສະພາບແວດລ້ອມພາກພື້ນ ແລະສາກົນ.
ບຸລິມະສິດອັນດັບໜຶ່ງຂອງຫວຽດນາມ ແມ່ນພ້ອມກັບບັນດາປະເທດສະມາຊິກມານາພະຍາຍາມເພື່ອປະຕິບັດສຳເລັດບັນດາເປົ້າໝາຍສ້າງປະຊາຄົມອາຊຽນ ທີ່ເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ, ຖືປະຊາຊົນເປັນໃຈກາງ, ໄດ້ຮັບການວາງອອກໃນວິໄສທັດອາຊຽນ 2045.
ໂດຍ: ຈາງຫງວຽນ