ຫວຽດນາມ ແລະໄທ ຊຸກຍູ້ການຮ່ວມມືກ່ຽວກັບແຮງງານ
ກປ.ອອນໄລ - ກະຊວງແຮງງານໄທ ເຫັນດີເປັນເອກະພາບຕ້ອງມີມາດຕະການ ເພື່ອເພີ່ມຈໍານວນຄົນງານຫວຽດນາມ ໄປເຮັດວຽກຢູ່ໄທ ໃນໄລຍະຈະມາເຖິງ.
ຢູ່ນະຄອນຫຼວງບາງກອກ (ໄທ), ທ່ານ ຟານຈີ໊ແທ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ໄດ້ພົບປະ ແລະເຮັດວຽກກັບທ່ານ Surachai Chaitrakulthong ຮອງລັດຖະມົນຕີກະຊວງແຮງງານໄທ ເພື່ອປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືດ້ານແຮງງານສອງຝ່າຍ.
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: baoquocte.vn |
ທ່ານ ຟານຈີ໊ແທ່ງ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ສ້າງເງື່ອນໄຂສະດວກ ເພື່ອໃຫ້ຄົນງານໄທ ມາເຮັດວຽກຢູ່ຫວຽດນາມ. ກ່ຽວຂ້ອງເຖິງການເຊັນບົດບັນທຶກຊ່ວຍຈຳການຮ່ວມມື (MoU) ສະບັບໃໝ່ລະຫວ່າງກະຊວງແຮງງານສອງປະເທດ ແລະຂໍ້ຕົກລົງແຮງງານ, ທ່ານ ຟານຈີ໊ແທ່ງ ສະເໜີສອງຝ່າຍຄວນເຫັນດີເປັນເອກະພາບແຜນການຜັນຂະຫຍາຍການເຊັນ MoU ແລະຂໍ້ຕົກລົງແຮງງານ, ຄື: ກວດກາຄືນ, ເພີ່ມເຕີມບັນດາເນື້ອໃນໃນບັນດາເອກະສານເຊັນກັນ, ໃນນັ້ນມີການເພີ່ມເຕີມບັນດາຂະແໜງອາຊີບ.
ສ່ວນທ່ານຮອງລັດຖະມົນຕີ Surachai Chaitrakulthong ໃຫ້ຮູ້ວ່າ ຫວຽດນາມ ມີພົນລະເມືອງເກືອບ 100 ລ້ານຄົນ, ສະໜອງຊັບພະຍາກອນມະນຸດຈຳນວນຫຼວງຫຼາຍຮັບໃຊ້ການພັດທະນາປະເທດກໍ່ຄືໄປເຮັດວຽກຢູ່ໄທ. ກະຊວງແຮງງານໄທ ເຫັນດີເປັນເອກະພາບວ່າ ສອງຝ່າຍຕ້ອງມີມາດຕະການເພື່ອເພີ່ມຈໍານວນຄົນງານຫວຽດນາມ ໄປເຮັດວຽກຢູ່ໄທ ໃນໄລຍະຈະມາເຖິງ.
ໂດຍ: ໄຊນີດາ