ຄຽງຂ້າງສອງເສົາຄໍ້າການພົວພັນຕ່າງປະເທດພັກ ແລະການທູດແຫ່ງລັດ, ວຽກງານການພົວພັນຕ່າງປະເທດປະຊາຊົນຂອງຫວຽດນາມ ໃນປີ 2022 ໄດ້ຮັບການຕີລາຄາຈາກນັກຊ່ຽວຊານວ່າ ມີບາດກ້າວເຕີບໂຕ ແລະບຸກທະລຸພາຍຫຼັງຖືກຕັດຕອນຍ້ອນຫຼາຍປັດໄຈ. ການເຄື່ອນໄຫວການພົວພັນຕ່າງປະເທດປະຊາຊົນໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍຮູບການ, ເນື້ອໃນຫຼາຍຮູບຫຼາຍແບບ, ເອົາໃຈໃສ່ລົງເລິກ, ມີປະສິດທິຜົນ ແລະຮັບປະກັນແຜນການ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ.

leftcenterrightdel
ກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກ ດໍາເນີນສຳເລັດຜົນຢູ່ຫວຽດນາມ. ພາບ: VUFO

ເປັນຄັ້ງທໍາອິດທີ່ຫວຽດນາມ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ 22 ສະພາສັນຕິພາບໂລກສໍາເລັດຜົນ, ປະກອບສ່ວນສ້າງຮູບພາບຫວຽດນາມ ທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນການເຄື່ອນໄຫວຂອງສະພາສັນຕິພາບໂລກເວົ້າສະເພາະ ແລະຂະບວນການສັນຕິພາບໂລກເວົ້າລວມ.

ປີ 2022 ກໍ່ເປັນຂີດໝາຍມານະພະຍາຍາມຂອງຫວຽດນາມ, ຜ່ານຜ່າບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກຈາກພະຍາດໂຄວິດ-19, ເພີ່ມທະວີການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດໃນເງື່ອນໄຂໃໝ່ເທື່ອລະກ້າວ. ຫວຽດນາມ ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວທີ່ມີຄວາມໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ອິນເດຍ, 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ສ.ເກົາຫຼີ... ບັນດາການເຄື່ອນໄຫວໄດ້ປະກອບສ່ວນເປີດກວ້າງ, ຊຸກຍູ້ການພົວພັນສາມັກຄີ, ມິດຕະພາບ ແລະການຮ່ວມມືປະຊາຊົນເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນກວ່າ.

ໃນໜ້າທີ່ການພົວພັນຕ່າງປະເທດ, ເພີ່ມທະວີການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະເພື່ອນມິດສາກົນ, ສາມາດເວົ້າເຖິງບົດບາດຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ແມ່ນຂົວເຊື່ືອມຕໍ່ຢ່າງໜັກແໜ້ນ ເພື່ອເຊື່ອມຕໍ່ຫວຽດນາມ ກັບເພື່ອນມິດສາກົນ. ປີ 2022, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບໄດ້ເຂົ້າຮ່ວມ ແລະເປັນປະທານຫຼາຍການເຄື່ອນໄຫວທີ່ພົ້ນເດັ່ນໂດຍກົງທັງສອງຝ່າຍ, ຫຼາຍຝ່າຍ, ດ້ວຍຫຼາຍຮູບການ, ຂອບຂະໜາດຫຼາຍຮູບຫຼາຍແບບຄືປີສາມັກຄີມິດຕະພາບຫວຽດນາມ-ລາວ 2022; ປີມິດຕະພາບຫວຽດນາມ-ກໍາປູເຈຍ 2022,...

ປີ 2022 ກໍ່ແມ່ນປີທໍາອິດທີ່ຜັນຂະຫຍາຍປະຕິບັດຄໍາສັ່ງເລກທີ 12-CT/TW ວ່າດ້ວຍ “ເພີ່ມທະວີການຊີ້ນໍາຂອງພັກ, ຍົກສູງປະສິດທິຜົນການພົວພັນຕ່າງປະເທດປະຊາຊົນໃນສະພາບການໃໝ່”. ສະນັ້ນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບພ້ອມດ້ວຍບັນດາອົງການສະມາຊິກໄດ້ພະຍາຍາມເພື່ອໃຫ້ບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນນັບມື້ນັບແທດຈິງ, ຕິດແທດກັບບັນດາເປົ້າໝາຍພັດທະນາຂອງປະເທດກວ່າອີກ.

ປະຕິບັດມະຕິສະບັບເລກທີ 58/2022/NĐ-CP ຂອງລັດຖະບານວ່າດ້ວຍການລົງທະບຽນ ແລະຄຸ້ມຄອງການເຄື່ອນໄຫວຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ໃນຊຸມປີຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມານະພະຍາຍາມສື່ສານໃຫ້ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ  ແລະກອບນິຕິກໍາຂອງຫວຽດນາມ ຕໍ່ກັບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ບັນດາອົງການຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວຢູ່ຫວຽດນາມ ໃນເງື່ອນໄຂທົ່ວໂລກກໍາລັງຟື້ນຟູພາຍຫຼັງພະຍາດໂຄວິດ-19 ຢ່າງທັນການ, ຜ່ານນັ້ນຊ່ວຍດຶງດູດການອຸປະຖໍາກວ່າ 200 ລ້ານໂດລາສະຫະລັດໃນປີ 2022.

ໂລກໄດ້ຜ່ານຜ່າປີທີ່ມີການຜັນແປຢ່າງສັບສົນ, ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນຂອງຫວຽດນາມ. ຕາມທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລ້ວ, ຕ້ອງຊາບຊຶມແນວທາງການພົວພັນຕ່າງປະເທດຂອງພັກຢ່າງເລິກເຊິ່ງ, ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ມີໄຫວພິກໂດຍສະເພາະແມ່ນບັນດາແຜນນະໂຍບາຍ, ແນວທາງເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກໄດ້ວາງອອກ. ການພົວພັນຕ່າງປະເທດປະຊາຊົນຕ້ອງປະຕິບັດຢ່າງກົມກຽວກັນ, ທັງຕອບສະໜອງຜົນປະໂຫຍດຂອງຊາດແຕ່ກໍ່ຕ້ອງປະກອບສ່ວນເຂົ້າໃນຜົນປະໂຫຍດລວມຂອງສາກົນ, ເພື່ອຄວາມກ້າວໜ້າ, ຍຸຕິທໍາ ແລະພັດທະນາແບບຍືນຍົງ.

ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ ດ້ວຍຫົວຂໍ້ຂອງລະບົບສະຫະພັນບັນດາອົງການຈັດຕັ້ງປີ 2023 ແມ່ນ “ການພົວພັນຕ່າງປະເທດປະຊາຊົນຮັບໃຊ້ການພັດທະນາເສດຖະກິດ-ສັງຄົມ”. ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຈະອີງບຸລິມະສິດຂອງພັກ ແລະລັດ, ຖືປີ 2023 ແມ່ນປີບານພັບປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2021-2025 ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ໜ້າທີ່ຂອງການພົວພັນຕ່າງປະເທດປະຊາຊົນແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຕ່າງປະເທດ, ສວມບົດບາດນຳໜ້າໃນຂະບວນການສ້າງ ແລະຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປຸກລະດົມແຫຼ່ງກໍາລັງພາຍນອກເພື່ອພັດທະນາປະເທດຊາດ, ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງສາກົນຂອງຫວຽດນາມ ຢູ່ເວທີປາໄສ. ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ສືບຕໍ່ເສີມຂະຫຍາຍການພົວພັນຕ່າງປະເທດປະຊາຊົນຢ່າງມີປະສິດທິຜົນ, ນໍາວຽກງານນີ້ເຂົ້າສູ່ລວງເລິກກວ່າອີກ.

ປີ 2023 ກໍ່ເປັນຂີດໝາຍແຫ່ງການສະເຫຼີມສະຫຼອງການພົວພັນທາງການທູດຂອງຫວຽດນາມ ກັບບັນດາປະເທດ. ນັ້ນຈະແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ປັບປຸງນໍ້າໃຈມິດຕະພາບກັບປະຊາຊົນບັນດາປະເທດໃນໂລກ, ກໍ່ຄືຍູ້ແຮງບັນດາການເຄື່ອນໄຫວເພື່ອເພີ່ມທະວີການຮ່ວມມື, ປຸກລະດົມແຫຼ່ງກໍາລັງທັງວັດຖຸກໍ່ຄືສະຕິປັນຍາ, ບົດຮຽນ, ເຕັກໂນໂລຢີ... ປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.

ໂດຍ: ໄຊນີດາ