ດ້ວຍວິທີການບຸກໂຈມຕີຢ່າງອົງອາດ, ກຳລັງປະກອບອາວຸດເຮົາ ໄດ້ດັບສູນສັດຕູຫຼາຍຄົນ, ມ້າງເພທຳລາຍຫຼາຍພາຫະນະສົງຄາມຂອງສັດຕູ, ເຮັດໃຫ້ອິດທິພົນຂອງທະຫານອາເມລິກາ ຢູ່ສະໜາມຮົບຫວຽດນາມ, ອໍານາດການປົກຄອງຫຸ່ນ ແລະທະຫານຫຸ່ນໄຊງ່ອນ ຖືກຫຼຸດລົງ, ເຮັດໃຫ້ວົງການການນຳຂັ້ນສູງ ວໍຊິງຕັນ ສະທົກສະທ້ານໃຈ.

ວັນທີ 30 ມີນາ 1968, ນາຍພົນ Westmoreland, ຜູ້ບັນຊາການທະຫານສູງສຸດອາເມລິກາ ຢູ່ຫວຽດນາມ ມາໄຊງ່ອນ ເຜີຍແຜ່ແຜນນະໂຍບາຍ “ສົງຄາມພິເສດ” ຂອງລັດຖະບານອາເມລິກາ. ແຜນນະໂຍບາຍນີ້ໄດ້ປ່ຽນແທນແຜນນະໂຍບາຍ “ສົງຄາມພາກສ່ວນ” ຂອງປະທານາທິບໍດີ Johnson ໄດ້ປະລາໄຊ. ວັນທີ 31 ມີນາ 1968, Johnson ຖະແຫຼງບໍ່ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ ອາຍຸການທີສອງ, ພ້ອມທັງແຈ້ງຂໍ້ຕົກລົງຈຳກັດການເຄື່ອນໄຫວຂອງອາເມລິກາ ຢູ່ຫວຽດນາມ. ພ້ອມກັນນັ້ນ, ອອກຄຳສັ່ງຢຸດຕິການຖິ້ມລະເບີດພາກເໜືອ ຈາກເສັ້ນຂະໜານ 20 (ຮອດວັນທີ 1 ພະຈິກ 1968 ຢຸດຕິການຖິ້ມລະເບີດທົ່ວພາກເໜືອ) ແລະຈັດຜູ້ເຈລະຈາສອງຝ່າຍ ແຕ່ວັນທີ 13 ພຶດສະພາ 1968. ບົດແຈ້ງຂ່າວນັ້ນຂອງ Johnson ແມ່ນການຍອມຮັບປະລາໄຊຂອງອາເມລິກາ ໃນ “ສົງຄາມພາກສ່ວນ” ຢູ່ພາກໃຕ້. ບຸນເຕັດປີວອກ 1968 ແລະບັນດາຜົນກະທົບຢ່າງແຮງຂອງມັນໄດ້ສົ່ງຂ່າວເຖິງປະເທດອາເມລິກາ, ພ້ອມກັບການຜັນແປຢູ່ໂລກ ແລະພາຍໃນປະເທດອາເມລິກາ ໄດ້ເຮັດໃຫ້ວົງການການນຳອາເມລິກາ ຕ້ອງພິຈາລະນາຄືນແນວທາງ, ວິທີການດຳເນີນການສົງຄາມຢູ່ຫວຽດນາມ ກໍ່ຄືຍຸດທະສາດທົ່ວໂລກຂອງຕົນ.

leftcenterrightdel
ບັນດາຜູ້ປະທ້ວງຢູ່ Chicago (ອາເມລິກາ) ຮຽກຮ້ອງຢຸດຕິສົງຄາມຢູ່ຫວຽດນາມ, ປີ 1968. ພາບ ARTHUR ROTHSTEIN

ຕໍ່ໜ້າຄວາມຮຽກຮ້ອງຂອງຍຸດທະສາດທົ່ວໂລກ, ອາເມລິກາ ຕ້ອງຄິດໄລ່ເພື່ອຖອນໄລຍະດຳເນີນສົງຄາມຮຸກຮານຫວຽດນາມ ຍິ່ງສັ້ນກໍ່ຍິ່ງດີ. ການບຸກໂຈມຕີຄັ້ງໃຫຍ່ ແລະການລຸກຮື້ຂຶ້ນລະດູບານໃໝ່ ປີວອກ 1968 ໄດ້ເຮັດໃຫ້ຄວາມໄຝ່ຝັນ “ຕີໄວ, ໄຊຊະນະໄວ” ຂອງອຳນາດການປົກຄອງ Johnson ຖືກປະລາໄຊ. ແຕ່ປີ 1968, ພາຍໃນອຳນາດການປົກຄອງ Johnson, ມີຄວາມຂັດແຍ້ງກັນລະຫວ່າງກຸ່ມມີແຜນນະໂຍບາຍດຳເນີນສົງຄາມຈົນໄດ້ຮັບຜົນ ແລະກຸ່ມມີແຜນນະໂຍບາຍຊອກຫາທາງອອກຜ່ານການເຈລະຈາ ຫຼືຜ່ານມາດຕະການປອງດອງໃດນັ້ນ ຍິ່ງຂ້ຽວຂາດກວ່າ.

ກຸ່ມທີ່ປຶກສາຂັ້ນສູງຂອງອາເມລິກາ ກ່ຽວກັບຫວຽດນາມ ໄດ້ຂຶ້ນແຜນເພື່ອໃຫ້ປະທານາທິບໍດີ Johnson ຖອນທະຫານເປັນຫຼາຍຄັ້ງ, ເພື່ອກູ້ກຽດສັກສີ ແລະອິດທິພົນສ່ວນໃດສ່ວນໜຶ່ງ. ໃນເວທີປາໄສ, ບັນດາສະມາຊິກສະພາສູງ McCarthy ແລະ F.Kennedy, ໄດ້ທ້າທາຍທີ່ຕັ້ງຜູ້ອອກສະໝັກຮັບເລືອກຕັ້ງຂອງພັກ ຕໍ່ກັບ Johnson. ສະພາຕໍ່າອາເມລິກາ ກໍ່ຕົກລົງຖອນທະຫານອາເມລິກາ ຢູ່ຫວຽດນາມ ກັບຄືນປະເທດໃນໄລຍະສັ້ນທີ່ສຸດ.

leftcenterrightdel
ທະຫານອາເມລິກາ ຖືກບາດເຈັບເມື່ອກຳລັງຕີພິເສດບຸກໂຈມຕີສະຖານທູດອາເມລິກາ ປະຈຳ ໄຊງ່ອນ ໃນບຸນເຕັດປີວອກ 1968. ພາບເອກະສານ

ພາຍຫຼັງບຸນເຕັດປີວອກ 1968, ຂະບວນການຄັດຄ້ານສົງຄາມ, ຮຽກຮ້ອງລັດຖະບານຖອນທະຫານຢູ່ຫວຽດນາມ ຂອງປະຊາຊົນອາເມລິກາ ເກີດຂຶ້ນຢ່າງແຮງ. ຜູ້ຕາງໜ້າສື່ມວນຊົນ ຂອງວົງການດຳເນີນທຸລະກິດ, ຄື: ໜັງສືພິມ Wall Street Journal, ນັບມື້ນັບສົງໄສ “ຄວາມສະຫຼາດສະຫຼຽວ” ຂອງການສົງຄາມຢູ່ອິນດູຈີນ. ອາເມລິກາ ບໍ່ຫົວຊາຕໍ່ກົດໝາຍສາກົນ, ປະຕິບັດຍຸດທະສາດທົ່ວໂລກຂອງຕົນ ດ້ວຍຄວາມຫວັງແຜ່ອຳນາດ ແລະອິດທິພົນຂອງຕົນ. ເຖິງຢ່າງໃດກໍ່ຕາມ, ໃນຕົວຈິງ, ຄວາມຜິດຜາດຂອງອາເມລິກາ ໃນບັນດາຍຸດທະສາດທົ່ວໂລກແມ່ນຄວາມຜິດຜາດຂອງອາເມລິກາ ຢູ່ຫວຽດນາມ. ພາຍຫຼັງຖືກປະລາໄຊ, ອາເມລິກາ ຈຶ່ງຖອດຖອນບົດຮຽນວ່າ: ເຖິງວ່າອາວຸດທັນສະໄໝຈັ່ງໃດກໍ່ຕາມ ກໍ່ບໍ່ສາມາດປ່ຽນແທນຈິດໃຈສູ້ຮົບຂອງຊາວຫວຽດນາມ ໄດ້. ເຖິງປີ 1982, ຊາວອາເມລິກາ ເຖິງ 70% ຍັງຖືສົງຄາມຢູ່ຫວຽດນາມ ແມ່ນຄວາມຜິດຜາດ ແລະໄຮ້ສິນທຳ.

ການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮື້ຂຶ້ນມີລະດັບຍຸດທະສາດ ໃນລະດູບານໃໝ່ປີວອກ 1968 ໄດ້ເຮັດໃຫ້ເຈດຈໍານົງຂອງຜູ້ນໍາໜ້າທໍານຽບຂາວ ແລະທຳນຽບຫ້າແຈ ສັ່ນສະເທື່ອນ. ພາຍຫຼັງລະດູບານໃໝ່ ປີວອກ 1968, ອາເມລິກາ ກໍ່ເຫັນໄດ້ວ່າ “ສົງຄາມພາກສ່ວນ” ຖືກປະລາໄຊ, ຍຸດທະສາດທົ່ວໂລກ “ການໂຕ້ຕອບທີ່ມີໄຫວພິບ” ປະເຊີນໜ້າຄວາມສ່ຽງຖືກທໍາລາຍ. ເວລາຍັງບໍ່ທັນຖືກລອບສັງຫານ, Kennedy ກໍ່ເຫັນໄດ້ຍຸດທະສາດ “ການໂຕ້ຕອບທີ່ມີໄຫວພິບ” ທົດລອງຢູ່ຫວຽດນາມ ຈະບໍ່ນຳມາເຊິ່ງຜົນທີ່ໄດ້ປາດຖະໜາ. ແລະ “ຄຳຕອບ” ຈະແຈ້ງທີ່ສຸດໃຫ້ແກ່ການຍຸບເລີກຍຸດທະສາດ “ການໂຕ້ຕອບທີ່ມີໄຫວພິບ” ແມ່ນເຫດການປີວອກ 1968 ຢູ່ຫວຽດນາມ, ສະຖານທີ່ເຊິ່ງ ອາເມລິກາ ໄດ້ບໍ່ “ໄຫວພິບໂຕ້ຕອບ”  ຕໍ່ໜ້າການບຸກໂຈມຕີປິດລັບ, ບັງເອີນຂອງທະຫານ ແລະປະຊາຊົນພາກໃຕ້.

ໂດຍ: ແສງເດືອນ