leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ພົບປະກັບເຈົ້າຊີວິດ ໄທ ມະຫາວະຊີຣາລົງກອນ ແລະພະມະເຫສີ. ພາບ: baoquocte.vn

ວັນທີ 18 ພະຈິກ, ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມສັບປະດາຂັ້ນສູງ APEC 2022, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ໄດ້ພົບປະກັບເຈົ້າຊີວິດ ໄທ ມະຫາວະຊີຣາລົງກອນ ແລະພະມະເຫສີ.

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງແຮງຂອງ ໄທ ຫຼັງໂລກລະບາດ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການບັນຊາທີ່ສະຫຼາດສ່ອງໄສຂອງເຈົ້າຊີວິດ, ກໍ່ຄືຄວາມມານະພະຍາຍາມຂອງລັດຖະບານແຫ່ງລາຊະອານາຈັກ ໄທ ແລະ ປະຊາຊົນ, ປະເທດ ໄທ ຈະສືບຕໍ່ຍາດໄດ້ຜົນງານຢ່າງໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ສວມບົດບາດນັບມື້ນັບໃຫຍ່ຫຼວງກວ່າຢູ່ພາກພື້ນ ແລະ ໃນໂລກ. ທ່ານປະທານປະເທດ ກໍ່ສະແດງຄວາມຂອບໃຈ ແລະ ປາດຖະໜາວ່າ ເຈົ້າຊີວິດ ແລະລັດຖະບານໄທ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ແລະສະໜັບສະໜູນການພັດທະນາວັດທະນະທຳ ຫວຽດນາມ ຢູ່ ໄທ ເພື່ອເປັນພື້ນຖານຍູ້ແຮງຄວາມເຂົ້າອົກເຂົ້າໃຈ ແລະ ການພົວພັນແລກປ່ຽນປະຊາຊົນຂອງ 2 ປະເທດໃຫ້ຫຼາຍກວ່າເກົ່າ.

ສ່ວນເຈົ້າຊີວິດ ໄທ ຢືນຢັນວ່າ, ລັດຖະບານ ໄທ ຈະສືບຕໍ່ເອົາໃຈໃສ່ຜັນຂະຫຍາຍບັນດາໂຄງການຮ່ວມມື, ໜູນຊ່ວຍຫວຽດນາມ, ກໍ່ຄືປະຊາຄົມຊາວຫວຽດນາມ ອາໄສຢູ່ ໄທ, ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດໃຫ້ຍິ່ງໆຂຶ້ນ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ