ການນຳສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາ; ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດມີພື້ນຖານອັນໜັກແໜ້ນ, ມີການຮ່ວມມືຮອບດ້ານ ແລະແທດຈິງໃນຂົງເຂດຕ່າງໆ, ໂດຍສະເພາະແມ່ນເສດຖະກິດ ແລະການຄ້ານັບມື້ນັບເລິກເຊິ່ງ, ກວ້າງຂວາງ. ທ່ານປະທານປະເທດ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາງ Kamala Harris ຮອງປະທານາທິບໍດີອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ, ໝັ້ນຄົງ ແລະເລິກເຊິ່ງກວ່າອີກ ບົນພື້ນຖານຫຼັກການທີ່ເປັນພື້ນຖານ. ຜ່ານທ່ານນາງຮອງປະທານາທິບໍດີ Harris, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຊື້ອເຊີນທ່ານປະທານາທິບໍດີ ອາເມລິກາ Joe Biden ມາຢ້ຽມຢາມ ຫວຽດນາມ ໃນໂອກາດທີ່ເໝາະສົມ. ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາສູງບົດບາດຂອງທ່ານນາງ ຮອງປະທານາທິບໍດີ Harris ໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ ແລະໄດ້ເຊື້ອເຊີນທ່ານນາງມາຢ້ຽມຢາມ ຫວຽດນາມ ອີກເທື່ອໜຶ່ງ.  ທ່ານປະທານປະເທດ ຫງວຽນຊວນຟຸກ ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ເລື່ອງອາເມລິກາ ໜູນຊ່ວຍວັກຊິນກັນພະຍາດໂຄວິດ-19 ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນຊ່ວຍຫວຽດນາມ ຄວບຄຸມພະຍາດ; ສະແດງຄວາມຊົມເຊີຍກັບ ອາເມລິກາ ທີ່ເປັນເຈົ້າພາບຈັດຕັ້ງປີ APEC 2023 ແລະ ຢືນຢັນວ່າ ຫວຽດນາມ ຈະຕັ້ງໜ້າສົມທົບກັບ ອາເມລິກາ ເພື່ອຮັບປະກັນໃຫ້ປີ APEC 2023 ປະສົບຜົນສຳເລັດ.

ທ່ານນາງຮອງປະທານາທິບໍດີ Harris ໄດ້ແບ່ງປັນຄວາມປະທັບໃຈທີ່ດີງາມກ່ຽວກັບການຢ້ຽມຢາມຫວຽດນາມ ໃນປີ 2021; ຢືນຢັນວ່າ ອາເມລິກາ ຖືເປັນສໍາຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ, ນຳເອົາຜົນປະໂຫຍດມາໃຫ້ສອງປະເທດຫຼາຍກວ່າອີກ ກໍ່ຄືປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ