leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: qdnd.vn

ຕາມຂໍ້ມູນທີ່ກອງປະຊຸມຂ່າວ, ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ ສັນຕິພາບໂລກ ຄັ້ງທີ 22. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ ແລະຮູບພາບຂອງຫວຽດນາມ ເວົ້າລວມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະຄະນະກຳມະການສັນຕິພາບຫວຽດນາມ ເວົ້າສະເພາະ ໃນການເຄື່ອນໄຫວສັນຕິພາບຂອງໂລກ, ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ ແລະຕັ້ງໜ້າຂອງປະຊາຄົມສາກົນ. ກອງປະຊຸມດັ່ງກ່າວ ຍັງແມ່ນໂອກາດເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ແລະຄະນະກຳມະການສັນຕິພາບຫວຽດນາມ ກັບສະພາ ແລະບັນດາສະມາຊິກຂອງສະພາສັນຕິພາບໂລກ; ຊຸກຍູ້, ໂຄສະນາເຜີຍແຜ່ກ່ຽວກັບຫວຽດນາມ ແລະການເຄື່ອນໄຫວສັນຕິພາບຂອງຫວຽດນາມ; ຍາດແຍ່ງການສະໜັບສະໜູນຂອງສະພາ ແລະບັນດາສະມາຊິກກ່ຽວກັບບັນດາບັນຫາທີ່ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ.

ກອງປະຊຸມດັ່ງກ່າວ ຈະດຳເນີນແຕ່ວັນທີ 21 - 26 ພະຈິກ, ຢູ່ຮ່າໂນ້ຍ ແລະກວາງນິງ ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 200 ຄົນ, ໃນນັ້ນມີຜູ້ແທນ 100 ຄົນ ແລະແຂກສາກົນທີ່ຖືກເຊີນມາຈາກ 49 ປະເທດ.

ໂດຍ: ໄຊນີດາ