ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າໃຫ້ການນຳສະພາແຫ່ງຊາດ, ທ່ານ ເຈີ່ນແທັງເໝິນ ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ, ປະທານອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ ເນັ້ນໜັກວ່າ: ການພົບປະໄດ້ດຳເນີນໄປກ່ອນບັນດາການເຄື່ອນໄຫວສຳຄັນຂອງປະຊາຄົມຝະລັ່ງໂກໂຟນີ, ໃນນັ້ນມີກອງປະຊຸມສຸດຍອດອົງການຝະລັ່ງໂກໂຟນີ ຄັ້ງທີ 18 ທີ່ຈັດຂຶ້ນຢູ່ Djerba, ຕຸຍນີຊີ ດ້ວຍທິດທາງຍຸດທະສາດໃໝ່ໃຫ້ແກ່ອະນາຄົດຂອງປະຊາຄົມ. ທ່ານ ເຈີ່ນແທັງເໝິນ ໃຫ້ຮູ້ວ່າ:  ບັນດາການເຄື່ອນໄຫວຂອງອະນຸກຳມະການຫວຽດນາມ  ໃນ APF ແມ່ນມີປະສິດທິຜົນທີ່ສຸດ ແລະມີຫຼາຍຂໍ້ລິເລີ່ມ. ໃນຕໍ່ໜ້າ, ຫວຽດນາມ ຈະເປັນເຈົ້າພາບ ຈັດກອງປະຊຸມພາກພື້ນອາຊີ-ປາຊີຟິກ ໃນ APF ແຕ່ວັນທີ 28 – 30 ພະຈິກ, ຢູ່ນະຄອນ ດ່ານັງ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ແລ້ວ, ອົງການຈັດຕັ້ງສາກົນຝະລັ່ງໂກໂຟນີ ແລະບັນດາປະເທດສະມາຊິກໃນປະຊາຄົມຝະລັ່ງໂກໂຟນີ ຍາມໃດກໍ່ຮັກສາທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ຫວຽດນາມ ຍາມໃດກໍ່ແບ່ງປັນ ແລະສະໜັບສະໜູນບັນດາຄຸນຄ່າ, ເປົ້າໝາຍອັນສູງສົ່ງຂອງປະຊາຄົມຝະລັ່ງໂກໂຟນີ ນັ້ນແມ່ນສັນຕິພາບ, ປະຊາທິປະໄຕ ແລະວັດທະນະທຳ - ພາສາທີ່ຫຼາກຫຼາຍ, ຄວາມສາມັກຄີ, ຮ່ວມມື ແລະພັດທະນາ.

ໂດຍ: ໄຊນີດາ