ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສົມທົບກັນຢ່າງແໜ້ນແຟ້ນເພື່ອຮັບປະກັນໃຫ້ການຢ້ຽມຢາມຫວຽດນາມ ຈະມາເຖິງຂອງທ່ານ Ferdinand Romualdez Marcos ປະທານາທິບໍດີໄດ້ຮັບຜົນສຳເລັດ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: Vov.vn

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືໃນການເດີນທະເລ ແລະຈະຈັດກອງປະຊຸມກຸ່ມປະຕິບັດງານຮ່ວມມືກ່ຽວກັບທະເລ ແລະມະຫາສະໝຸດໂດຍໄວ. ສອງຝ່າຍຍັງໄດ້ແບ່ງປັນຄວາມຕ້ອງການຕົວຈິງໃນການເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ການຫັນປ່ຽນດີຈີຕອນ, ການຄ້າເອເລັກໂຕນິກ, ການທ່ອງທ່ຽວ, ການສຶກສາ-ບໍາລຸງສ້າງ; ເພີ່ມທະວີການແລກປ່ຽນ ແລະປຶກສາຫາລື, ພ້ອມກັນສືບຕໍ່ປັບປຸງຄວາມສາມັກຄີ, ກຳລັງແຮງ ແລະບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ.

ໂດຍ: ໄຊນີດາ