ວັນທີ 23 ສິງຫາ, ທີ່ນະຄອນຫຼວງໂຕກຽວ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແລະທ່ານ Yasutoshi Nishimura ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະອຸດສາຫະກໍາຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມຄະນະກໍາມະການປະສົມຫວຽດນາມ-ຍີ່ປຸ່ນ ຄັ້ງທີ 5  ກ່ຽວກັບການຮ່ວມມືໃນຂົງເຂດອຸດສາຫະກໍາ, ການຄ້າ ແລະພະລັງງານ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບປັບປຸງບັນດາຕ່ອງໂສ້ການສະໜອງໃນພາກພື້ນ ແລະທົ່ວໂລກ ແລະຍົກສູງຄວາມສາມາດແກ່ງແຍ້ງດ້ານອຸດສາຫະກໍາ; ການຮ່ວມມືຫັນປ່ຽນພະລັງງານມຸ່ງເຖິງກາກບອນຈາວ; ຍູ້ແຮງຄວາມຄືບໜ້າຂອງບາງໂຄງການພະລັງງານສໍາຄັນ.

ຄຽງຂ້າງກັນນັ້ນ, ເພີ່ມທະວີການໝູນໃຊ້ ແລະປະຕິບັດບັນດາສັນຍາການຄ້າເສລີ (FTA) ໃຫ້ມີປະສິດທິຜົນ, ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນໃນບັນດາຂອບເຂດຫຼາຍຝ່າຍ, ຄື: ສັນຍາຄູ່ຮ່່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະຂອບເຂດເສດຖະກິດມະຫາສະໝຸດອິນເດຍ-ປາຊີຟິກ ເພື່ອຄວາມຈະເລີນຮຸ່ງເຮືອງ (IPEF)...

ຍີ່ປຸ່ນເຫັນດີເປັນເອກະພາບສືບຕໍ່ໜູນຊ່ວຍຫວຽດນາມ ກໍ່ສ້າງຊັບພະຍາກອນມະນຸດອຸດສາຫະກໍາ, ຍົກສູງຄວາມສາມາດແກ່ງແຍ້ງອຸດສາຫະກໍາ ແລະເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືຫັນປ່ຽນພະລັງງານໂດຍໄວ ເພື່ອຫັນບັນດາໂຄງການໜູນຊ່ວຍຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານດ້ວຍແຫຼ່ງງົບປະມານຈາກກອງທຶນໜູນຊ່ວຍຫັນປ່ຽນພະລັງງານ ອາຊີ ເປັນລະອຽດ.

ຄຽງຂ້າງກັນນັ້ນ, ຝ່າຍ ຍີ່ປຸ່ນ ກໍ່ເຫັນດີໜູນຊ່ວຍບໍາລຸງສ້າງ ແລະແບ່ງປັນບົດຮຽນກັບຫວຽດນາມ ໃນຂົງເຂດແກສທໍາມະຊາດທາດແຫຼວ (LNG).

ໂດຍ: ເກື່ອງດັ້ງ