leftcenterrightdel
ບັນຍາກາດ ທີ່ກອງປະຊຸມສຳມະນາ. ພາບ: ສໍານັກຂ່າວສານຫວຽດນາມ.

ມີກວ່າ 40 ບົດປະກອບຄໍາເຫັນ ໄດ້ກ່າວຢູ່ກອງປະຊຸມສຳມະນາ. ທ່ານ ຫງວຽນຊວັນຖັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ເນັ້ນໜັກວ່າ: “ທ່ານ ຫວໍຈີກົງ ແມ່ນຜູ້ນຳທີ່ມີວິຖີຊີວິດລຽບງ່າຍ, ຄ່ຽມຄົມ, ໃກ້ຊິດ, ສັດຊື່ບໍລິສຸດກັບປະຊາຊົນ. ຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງທ່ານ ແມ່ນແບບຢ່າງຄຸນສົມບັດໃສແຈ້ງທີ່ປະໄວ້ໃຫ້ລຸ້ນລູກ, ລຸ້ນຫຼານບັນດາບົດຮຽນທີ່ຄ່າທາງດ້ານທິດສະດີ ແລະພຶດຕິກຳຕົວຈິງຢ່າງເລິກເຊິ່ງ. ນັ້ນແມ່ນບົດຮຽນກ່ຽວກັບການບຳລຸງຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັກຊາດຢ່າງບໍ່ຢຸດຢັ້ງ.”

ຕອນຄ່ຳວັນດຽວກັນ, ຢູ່ແຂວງກວາງນາມ ໄດ້ຈັດພິທີສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດປະທານສະພາແຫ່ງລັດຫວຽດນາມ ຫວໍຈີກົງ.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ