ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ໂດ໊ວັນຈ໊ຽນ ຢັ້ງຢືນວ່າ ພັກ, ລັດຫວຽດນາມ ຍາມໃດກໍ່ຖືຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນສໍາຄັນທີ່ບໍ່ສາມາດແຕກແຍກໄດ້, ແມ່ນກໍາລັງໜູນພັດທະນາຂອງປະເທດ. ສະນັ້ນ, ລັດຖະບານ, ປະຊາຊົນພາຍໃນປະເທດ ຍາມໃດກໍ່ຄວາມເອົາໃຈໃສ່, ໜູນຊ່ວຍ, ອໍານວຍຄວາມສະດວກຫຼາຍທີ່ສຸດໃຫ້ຊາວຫວຽດນາມ ອາໄສຢູ່ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການພົບປະ. ພາບ: Vov.vn.

ທ່ານ ໂດ໊ວັນຈ໊ຽນ ໃຫ້ຮູ້ຕື່ມອີກວ່າ ທີ່ການພົບປະກັບບັນດາການນໍາຂັ້ນສູງຂອງກໍາປູເຈຍ; ນາຍົກລັດຖະມົນຕີ, ປະທານສະພາແຫ່ງຊາດ, ປະທານສະພາສູງ, ປະທານແນວໂຮມກໍາປູເຈຍ, ທ່ານກໍ່ໄດ້ສະເໜີໃຫ້ຝ່າຍກໍາປູເຈຍ ເອົາໃຈໃສ່, ສະໜັບສະໜູນ ແລະຊ່ວຍແກ້ໄຂບັນດາເນື້ອໃນທີ່ໄດ້ກ່າວມາຂ້າງເທິງ. ກ່ອນໜັ້ນນັ້ນ, ວັນທີ 29 ກໍລະກົດ, ທ່ານ ໂດ໊ວັນຈ໊ຽນ ໄດ້ໄປຢ້ຽມຢາມ ແລະເຮັດວຽກກັບສະຖານທູດຫວຽດນາມ ປະຈໍາ ກໍາປູເຈຍ.

ໂດຍ: ໄຊນີດາ