ບັນດາການພົບປະ, ທ່ານພົນຈັດຕະວາ ເລເຕີ໋ນເຕີ໊ຍ ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມອາເມລິດາ ເພື່ອແນໃສ່ສືບຕໍ່ປັບປຸງ ແລະນໍາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ, ແທດຈິງ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດສອງປະເທດ; ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືອາເມລິກາ ແມ່ນຄູ່ຮ່ວມມືສໍາຄັນແຖວໜ້າ.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາສະມາຊິກລັດຖະສະພາ ແລະອໍານາດການປົກຄອງອາເມລິກາ ໄດ້ຕີລາສູງການຢ້ຽມຢາມຂອງຄະນະຜູ້ແທນ, ພ້ອມທັງຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນຂອງອາເມລິກາ. ສະພາແຫ່ງຊາດອາເມລິກາ ສະໜັບສະໜູນການພົວພັນສອງປະເທດຢ່າງແຮງ; ປາດຖະໜາວ່າ ການພົວພັນສອງປະເທດໄດ້ມີບາດກ້າວພັດທະນາໃໝ່...

ທີ່ການພົບປະກັບທ່ານ Atul Khare ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບກ່ຽວກັບການໜູນຊ່ວຍຜັນຂະຫຍາຍພື້ນທີ່ຕົວຈິງການເຄື່ອນໄຫວຮັກສາສັນຕິພາບ ສປຊ, ທ່ານພົນຈັດຕະວາ ເລເຕີ໋ນເຕີ໊ຍ ສະເໜີ ສປຊ ແລະທ່ານ Atul Khare ສືບຕໍ່ໜູນຊ່ວຍເພື່ອໃຫ້ຫວຽດນາມ ສາມາດປະກອບສ່ວນໃຫ້ບັນດາເປົ້າໝາຍອັນສູງສົ່ງຂອງ ສປຊ ຫຼາຍກວ່າອີກ, ນັ້ນແມ່ນແກ້ໄຂການປະທະກັນ, ຮັກສາສັນຕິພາບ, ສະຖຽນລະພາບໃຫ້ປະຊາຊົນທຸກຄົນໃນທົ່ວໂລກ. ທ່ານ Atul Khare ຢັ້ງຢືນວ່າ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນວຽກງານສຶກສາຕົວຈິງ, ມີນະໂຍບາຍ ແລະປາດຖະໜາວ່າ ຫວຽດນາມ ກໍ່ແບ່ງປັນບົດຮຽນສຶກສາກໍາລັງເຂົ້າຮ່ວມການຮັກສາສັນຕິພາບກັບບັນດາປະເທດອື່ນ, ພິເສດແມ່ນບັນດາປະເທດໃນພາກພື້ນ.

ໃນໄລຍະຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ, ຄະນະຜູ້ແທນໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ອາເມລິກາ ແລະຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ.

ໂດຍ: ດັ້ງເກື່ອງ