ທ່ານ Orlando Nicolás Hernández Guillén ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດກູບາ ປະຈໍາຫວຽດນາມ ໃຫ້ຮູ້ວ່າ, ກູບາ ໄດ້ ແລະພວມມານະພະຍາຍາມພັດທະນາເສດຖະກິດ-ສັງຄົມ ໂດຍບໍ່ຫົວຊາຕໍ່ນະໂຍບາຍປິດລ້ອມຂວ້ຳບາດຂອງອາເມລິກາ. ລັດຖະບານກູບາ ກໍ່ຕັ້ງໜ້າໜູນຊ່ວຍວິສາຫະກິດຂະໜາດກາງ, ນ້ອຍ ແລະຈຸນລະວິສາຫະກິດ. ນີ້ແມ່ນພາກສ່ວນເສດຖະກິດສໍາຄັນຂອງກູບາ ໃນປັດຈຸບັນ.

leftcenterrightdel
ກອງປະຊຸມແບ່ງປັນຂໍ້ມູນກ່ຽວກັບສະພາບການຢູ່ກູບາ ໃນປັດຈຸບັນ. ພາບ: dangcongsan.vn

ສ່ວນ ປອ Ruvislei González Saez, ຮອງປະທານສະມາຄົມມິດຕະພາບກູບາ - ຫວຽດນາມ ໄດ້ສະແດງຄວາມຂອບໃຈ ຕໍ່ໝູ່ເພື່ອນຫວຽດນາມ ທີ່ໄດ້ສະໜັບສະໜູນກູບາ ຢ່າງສຸດອົກສຸດໃຈໃນຕະຫຼອດໄລຍະຜ່ານມາ. ປອ Ruvislei González Saez ໃຫ້ຮູ້ວ່າ, ເລື່ອງນໍາເນື້ອໃນການສຶກສາກ່ຽວກັບນໍ້າໃຈມິດຕະພາບກູບາ-ຫວຽດນາມ ເຂົ້າໃນຫຼັກສູດການຮຽນ ຈະຊ່ວຍໃຫ້ໄວໜຸ່ມມີຄວາມເຂົ້າຢ່າງຈະແຈ້ງກ່ຽວກັບສາຍພົວພັນອັນດີງາມລະຫວ່າງສອງປະເທດ, ຜ່ານນັ້ນປະກອບສ່ວນຮັກສາ, ປັບປຸງ ແລະພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ ກູບາ - ຫວຽດນາມ ໃຫ້ຫຼາຍກວ່າອີກ.

ໂດຍ: ທູຈາງ