leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baoquocte.vn

ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ ໃນສະພາບການຢູ່ຢູແກຼນ ຜັນແປທີ່ສັບສົນ, ພາຍໃຕ້ການຊີ້ນໍາຂອງການນໍາພັກ ແລະລັດ, ກະຊວງການຕ່າງປະເທດ  ແລະບັນດາກະຊວງ, ຂະແໜງການກ່ຽວຂ້ອງ, ບັນດາອົງການຕາງໜ້າຂອງຫວຽດນາມ ຢູ່ຢູແກຼນ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາອົງການກ່ຽວຂ້ອງ, ບັນດາສະມາຄົມຊາວຫວຽດນາມ ເພື່ອໜູນຊ່ວຍພົນລະເມືອງຫວຽດນາມ ແລະຍາດຕິພີ່ນ້ອງ ຍົກຍ້າຍ, ອົບພະຍົບອອກຈາກຢູແກຼນ ດ້ວຍແລວປອດໄພ, ສ່ົງຄົນໄປປົກປ້ອງສັບຊິນຂອງພໍ່ແມ່ປະຊາຊົນ, ຈໍາກັດຄວາມເສຍຫາຍຢ່າງສຸດຂີດ.

ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນໍາສະຖານທູດຫວຽດນາມ ປະຈໍາ ຢູແກຼນ ຕິດຕາມສະພາບການຢ່າງໃກ້ຊິດ, ຕັກເຕືອນພໍ່ແມ່ປະຊາຊົນກ່ຽວກັບການຜັນແປຢູ່ປະເທດປະຈໍາຖິ່ນຢ່າງທັນການ, ເປັນເຈົ້າການສ້າງແຜນການ, ພ້ອມແລ້ວທີ່ຈະຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງ ເມື່ອມີຄວາມຈໍາເປັນ.

ໂດຍ: ທູຈາງ