ຮູບເງົາໄດ້ຮັບການຜະລິດແຕ່ປີ 1973 ຂອງຜູ້ກຳກັບການສະແດງຄົນຝຣັ່ງ Gérard Guillaume ໄດ້ສະແດງໃຫ້ເຫັນຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ, ຄື: ເລື່ອງເຂົ້າຮ່ວມກອງປະຊຸມໃຫຍ່ Tours (ຝຣັ່ງ) ປີ 1920, ການເຄື່ອນໄຫວຕໍ່ສູ້ຍາດເອົາເອກະລາດໃຫ້ປະເທດຊາດ. ໃນຮູບເງົາໄດ້ນໍາໃຊ້ບັນດາຂໍ້ມູນ, ເອກະສານ ແລະມີການສໍາພາດນັກປະຫວັດສາດຫຼາຍຄົນອີກດ້ວຍ.

leftcenterrightdel
ບັນຍາກາດທີ່ພິທີໄຂເຫດການສາຍຮູບເງົາ “ໂຮ່ຈີມິນ: ວາດພາບຮູບພາບນັກການເມືອງ”. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວຊາວຫວຽດນາມ ອາໄສຢູ່ອານເຊຣີ ລຸ້ນຕ່າງໆຫວນຄືນມູນເຊື້ອອັນສະຫງ່າລາສີຂອງຊາດ, ກໍ່ຄືສະໜອງໃຫ້ເພື່ອນມິດສາກົນ, ພິເສດແມ່ນບັນດາປະເທດທີ່ເຄີຍເປັນເມືອງຂຶ້ນຢູ່ອາຟຣິກາ ມີທັດສະນະຮອບດ້ານກວ່າກ່ຽວກັບພາລະກິດປະຕິວັດຂອງປະທານໂຮ່ຈີມິນ ເວົ້າສະເພາະ ແລະຊົນຊາດຫວຽດນາມ ເວົ້າລວມ.

ໂດຍ: ໄຊນີດາ