ທີ່ການພົບປະ, ທ່ານນາງ ຫວໍທິແອັງຊວນ ຢັ້ງຢືນວ່າ ໄທຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າຂອງຫວຽດນາມ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານ Prayut Chan-o-cha ນາຍົກລັດຖະມົນຕີ ຢັ້ງຢືນວ່າ ໄທຖືເປັນສໍາຄັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີໄທ-ຫວຽດນາມ; ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຊຸກຍູ້ການພັດທະນາເສດຖະກິດ, ການຄ້າ ແລະການລົງທຶນ; ເພີ່ມທະວີຄວາມສະໜິດຕິດພັນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານຖ່າຍຮູບເປັນທີ່ລະນຶກກັບທ່ານ Prayut Chan-o-cha ນາຍົກລັດຖະມົນຕີໄທ. ພາບ: vov.vn

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຮັກສາຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ; ຊຸກຍູ້ການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ, ຍຸດທະສາດການຮ່ວມມືເສດຖະກິດ Ayeyawady-Chao Phraya-Mekong (ACMECS); ປະກອບສ່ວນເຂົ້າໃນການພັດທະນາປະຊາຄົມອາຊຽນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ.

ໃນວັນດຽວກັນ, ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໄດ້ຕ້ອນຮັບລັດຖະມົນຕີມາເລເຊຍ ຮັບຜິດຊອບກ່ຽວກັບແມ່ຍິງ, ຄອບຄົວ ແລະພັດທະນາປະຊາຄົມ; ຕ້ອນຮັບປະທານຂັ້ນສູງກຸ່ມບໍລິສັດ Charoen Pokphand, ປະທານກຸ່ມບໍລິສັດ WHA.

ໂດຍ: ໄຊນີດາ