ທ່ານເອກອັກຄະລັດຖະທູດຕີລາຄາຄືແນວໃດກ່ຽວກັບການພົວພັນຫວຽດນາມ-ຍີ່ປຸ່ນ?

ລັດຖະບານກໍ່ຄືປະຊາຊົນສອງປະເທດຫວຽດນາມ ແລະຍີ່ປຸ່ນ ກໍາລັງລໍຖ້າເຫດການທີ່ສໍາຄັນຍິ່ງ-ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023.

ປີ 1973, ເມື່ອສົງຄາມຢູ່ຫວຽດນາມ ຍັງບໍ່ທັນສິ້ນສຸດລົງ, ລັດຖະບານຍີ່ປຸ່ນ ໄດ້ຮັບຮອງ ແລະສ້າງຕັ້ງການພົວພັນກັບລັດຖະບານສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນີ້ແມ່ນການກະທໍາທີ່ຖືກຕ້ອງ, ມີຄວາມໝາຍປະກອບສ່ວນເປີດກວ້າງແນວຮົບສາກົນສະໜັບສະໜູນການຕໍ່ສູ້ອັນເປັນທໍາຂອງຊາດຫວຽດນາມ, ຊ່ວຍປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ສ້າງພື້ນຖານເອກະລາດ, ເສລີພາບໃນທົ່ວປະເທດຫວຽດນາມ.

leftcenterrightdel
ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຍີ່ປຸ່ນ. ພາບ: baoquocte.vn

ໃນໄລຍະຫຍຸ້ງຍາກຍ້ອນນະໂຍບາຍຂວ້ຳບາດ, ແຕ່ທ້າຍຊຸມປີ 80 ຂອງສະຕະວັດກ່ອນ, ຍີ່ປຸ່ນ ແມ່ນປະເທດທໍາອິດດຳເນີນການເຈລະຈາຊ່ວຍເຫຼືອ ODA ຄືນໃໝ່ໃຫ້ຫວຽດນາມ, ໃນຂະນະທີ່ຄຳສັ່ງຂວ້ຳບາດຍັງບໍ່ທັນໄດ້ຍົກເວັ້ນ. ການຊ່ວຍເຫຼືອອັນລໍ້າຄ່າໃນຂະນະຫຍຸ້ງຍາກນັ້ນໄດ້ຊ່ວຍຫວຽດນາມ ໃນການຟື້ນຟູເສດຖະກິດທີ່ຖືກທໍາລາຍຈາກສົງຄາມ ແລະຂວ້ຳບາດ.

ມາຮອດປະຈຸບັນ, ODA ຂອງຍີ່ປຸ່ນ ກວມເອົາ 1/3 ຍອດມຸນຄ່າ ODA ຂອງຕ່າງປະເທດທີ່ຊ່ວຍເຫຼືອໃຫ້ຫວຽດນາມ, ປະກອບສ່ວນດັດປັບ, ກໍ່ສ້າງພື້ນຖານໂຄງລ່າງ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະໜູນຊ່ວຍພັດທະນາເສດຖະກິດມະຫາພາກຂອງຫວຽດນາມ.

ການລົງທຶນໂດຍກົງຂອງຍີ່ປຸ່ນ ຢືນອັນດັບທີສາມໃນບັນດານັກລົງທຶນ, ມີທີ່ຕັ້ງສໍາຄັນໃນບັນດາຂົງເຂດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ຄື: ພະລັງງານ, ປະດິດສ້າງ, ວັດຖຸອຸປະກອນສໍາຮອງ, ຖະໜົນຫົນທາງ, ຂົວທ່າກໍາປັ່ນ, ສະໜາມບິນ... ການຄ້າຢືນອັນດັບທີ 4 ດ້ວຍການສົມດຸນການຄ້ານັ້ນໄດ້ນຳຜົນປະໂຫຍດທີ່ກົມກ່ຽວມາໃຫ້ສອງປະເທດ.

ນອກຈາກນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ຄວາມສະຫງົບ, ການສຶກສາ, ຊັບພະຍາກອນມະນຸດ, ການພົບປະແລກປ່ຽນປະຊາຊົນກໍ່ຄືພັດທະນາຢ່າງແຮງ, ກາຍເປັນປັດໄຈພົ້ນເດັ່ນໃນການພົວພັນມິດຕະພາບຫວຽດນາມ-ຍີ່ປຸ່ນ.

ທ່ານເອກອັກຄະລັດຖະທູດໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບບົດບາດ ແລະການປະກອບສ່ວນຂອງວິສາຫະກິດ ແລະທ້ອງຖິ່ນຍີ່ປຸ່ນ ທີ່ມີຕໍ່ຫວຽດນາມ ເວົ້າລວມ ແລະແຂວງວິງຝຸກ ເວົ້າສະເພາະ?

ທຶນ FDI ສະສົມ 64,9 ຕື້ໂດລາສະຫະລັດຈາກບັນດາວິສາຫະກິດຍີ່ປຸ່ນ ຢູ່ຫວຽດນາມ, ກວມເອົາ 16% ຍອດທຶນ FDI ເຂົ້າຫວຽດນາມ, ເຖິງວ່າບໍ່ຫຼາຍແຕ່ມີຄວາມໝາຍໃຫຍ່ຫຼວງ, ເພາະວ່າໂຄງປະກອບການລົງທຶນຂອງວິສາຫະກິດຍີ່ປຸ່ນ, ຕົ້ນຕໍ່ແມ່ນໃນບັນດາຂົງເຂດອຸດສາຫະກໍາ ແລະໂຄງລ່າງ, ພະລັງງານ, ວັດຖຸອຸປະກອນເຄື່ອງອາໄຫຼ່ເຄື່ອງຈັກ... ເຊິ່ງແມ່ນບັນດາຂະແໜງຜະລິດທີ່ຈໍາເປັນຂອງພື້ນຖານເສດຖະກິດຫວຽດນາມ.

ບັນດານັກລົງທຶນຕ່າງປະເທດ, ໃນນັ້ນສ່ວນຫຼາຍແມ່ນນັກລົງທຶນຍີ່ປຸ່ນ, ໄດ້ສ້າງໂສມໜ້າໃໝ່, ສ້າງວຽກເຮັດງານທໍາໃຫ້ຜູ້ອອກແຮງງານ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ແລະກົງກັນຂ້າມ,  ແຂວງວິງຝຸກ ຍາມໃດກໍ່ແມ່ນເພື່ອນຮ່ວມເດີນທາງທີ່ໄວ້ເນື້ອເຊື່ອໃຈ, ນຳຜົນປະໂຫຍດ ແລະປະສິດທິຜົນມາໃຫ້ບັນດານັກລົງທຶນ, ນຳເອົາຄວາມປິຕິຊົມຊື່ນມາໃຫ້ບັນດາຄອບຄົວພາລະກອນຊາວຕ່າງປະເທດຢູ່ທ້ອງຖິ່ນ.

ນະໂຍບາຍຕ່າງປະເທດຫຼາຍຮູບຫຼາຍແບບ ແລະມີໄຫວພິບໄດ້ຊ່ວຍໃຫ້ແຂວງວິງຝຸກ ປະສົບຜົນສໍາເລັດ. ໃນການພົວພັນກັບທ້ອງຖິ່ນຂອງຍີ່ປຸ່ນ, ແຂວງວິງຝຸກ ໄດ້ແຮັກສ່ຽວກັບແຂວງ Akita ເມື່ອປີ 2015 ແລະແຂວງ Tochigi ປີ 2021. ບັນດາທ້ອງຖິ່ນຂອງຍີ່ປຸ່ນ ມີບົດບາດໃຫຍ່ຫຼວງໃນການກໍານົດທິດທາງພັດທະນາເສດຖະກິດໃຫ້ບັນດາວິສາຫະກິດຂອງແຂວງ.

ສະນັ້ນ, ເລື່ອງຮັດແໜ້ນການຮ່ວມມືມິດຕະພາບຂັ້ນແຂວງ ຈະແມ່ນການກໍານົດທິດທີ່ສໍາຄັນເພື່ອໃຫ້ວິສາຫະກິດຍີ່ປຸ່ນ ຊອກຫາບໍລິເວນລົງທຶນ. ເລື່ືອງເປີດກວ້າງຄູ່ຮ່ວມມືມິດຕະພາບປະກອບສ່ວນເພີ່ມທະວີການຮ່ວມມືຮອບດ້ານໃນລະດັບທ້ອງຖິ່ນ, ເປັນປະຖົມປັດໄຈສົ່ງເສີມ ແລະໜູນຊ່ວຍບັນດາຂົງເຂດອື່ນຄືການລົງທຶນ, ການຄ້າ, ກະສິກໍາເຕັກໂນໂລຢີສູງ, ການທ່ອງທ່ຽວ, ແຮງງານ, ການສຶກສາ ແລະກໍ່ສ້າງ, ສາທາລະນະສຸກ, ວິທະຍາສາດ ແລະເຕັກໂນໂລຢີ...

ຍີ່ປຸ່ນມີຄວາມຕ້ອງການສູງກ່ຽວກັບຄຸນນະພາບຜະລິດຕະພັນ. ຜະລິດຕະພັນທີ່ຫວຽດນາມ ມີທ່າແຮງຢູ່ຕະຫຼາດຍີ່ປຸ່ນ ແມ່ນຫຍັງແດ່? ທ່ານເອກອັກຄະລັດຖະທູດ ມີຄໍາເຕືອນຫຍັງແດ່ຕໍ່ວິສາຫະກິດຫວຽດນາມ ໃນການຮ່ວມມືເສດຖະກິດກັບຍີ່ປຸ່ນ?

ຫວຽດນາມ ແລະຍີ່ປຸ່ນ ແມ່ນສະມາຊິກຂອງບັນດາສັນຍາການຄ້າເສລີ, ຄື: CPTPP, RCEP. ສະນັ້ນ, ສິນຄ້າຂອງຫວຽດນາມ ແລະຍີ່ປຸ່ນແມ່ນສະເໝີພາບ. ສ່ວນການເຊື່ອມໂຍງຕະຫຼາດແມ່ນຂຶ້ນກັບບໍລິສັດຜະລິດ.

ປະຈຸບັນ, ຍີ່ປຸ່ນພວມນຳເຂົ້າສິນຄ້າບາງປະເພດຂອງບັນດາວິສາຫະກິດ FDI ຂອງຍີ່ປຸ່ນ, ຄື: ເອເລັກໂຕນິກ, ເຄື່ອງອາໄຫຼ່ດ້ວຍຈຳນວນຫຼາຍ. ເປັນທີ່ຈະແຈ້ງແລ້ວວ່າ, ບັນຫາວາງອອກແມ່ນພວກເຮົາສາມາດຮັບເອົາ ເຕັກໂນໂລຢີ ແລະເຕັກນິກນັ້ນໄດ້ບໍ, ເພື່ອມີສິນຄ້າອຸດສາຫະກໍາ  “Made in Viet Nam” ແລະ “made by Vietnamese”.

ຜະລິດຕະພັນກະເສດ, ສິນໃນນໍ້າ, ສະບຽງອາຫານ, ເຄື່ອງຕິດຫຍິບ, ເກີບໜັງ, ເຄື່ອງເຟີນີເຈີ... ຈະສືບຕໍ່ແມ່ນທ່າແຮງຂອງຫວຽດນາມ ໃນການສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນປະເພດສິນຄ້າທີ່ມີຄວາມແກ່ງແຍ້ງຢ່າງຂ້ຽວຂາດຢູ່ຕະຫຼາດທີ່ມີຄວາມຮຽກຮ້ອງສູງສຸດຢູ່ໂລກກ່ຽວກັບຄຸນນະພາບ.

ໃນ 6 ເດືອນຜ່ານມາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Kishida Fumio ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ມີການພົບປະກັນ 3 ເທື່ອ. ນາຍົກລັດຖະມົນຕີສອງທ່ານໄດ້ຕົກລົງບັນດາຂົງເຂດບຸລິມະສິດ ເພື່ອໃຫ້ລັດຖະບານສອງປະເທດພ້ອມກັນຊ່ວຍເຫຼືອ, ກໍ່ສ້າງຫວຽດນາມ ກາຍເປັນບ່ອນຜະລິດ, ສະໜອງສິນຄ້າເປັນປົກກະຕິໃຫ້ຍີ່ປຸ່ນ ແລະບັນດາພື້ນຖານເສດຖະກິດ, ໜູນຊ່ວຍບັນດາຂົງເຂດເລີ່ມທຸລະກິດ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ...

ບັນດາວິສາຫະກິດຫວຽດນາມ ຕ້ອງກໍາແໜ້ນແຜນນະໂຍບາຍທິດທາງນີ້ຢ່າງໄວເພື່ອເຂົ້າຮ່ວມ ແລະກາຍເປັນຂັ້ນຕອນໜຶ່ງໃນລະບົບຕ່ອງໂສ້ການສະໜອງຂອງສອງພື້ນຖານເສດຖະກິດຫວຽດນາມ-ຍີ່ປຸ່ນ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ!

ໂດຍ: ໄຊນີດາ