ກ່າວຄໍາເຫັນທີ່ເວທີປາໄສ, ທ່ານນາງຮອງປະທານປະເທດ ເນັ້ນໜັກວ່າ ໄທ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີໜຶ່ງຂອງຫວຽດນາມ ໃນອາຊຽນ; ເຖິງຢ່າງໃດກໍ່ຕາມ, ການລົງທຶນ ແລະການຄ້າລະຫວ່າງສອງປະເທດຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍ. ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະປາດຖະໜາຢາກຍູ້ແຮງການພົວພັນຄູ່່ຮ່ວມມືຍຸດທະສາດເພີ່ມທະວີກັບໄທ ກວ່າອີກ. ຫວຽດນາມ ຊົມເຊີຍ ແລະອໍານວຍຄວາມສະດວກໃຫ້ວິສາຫະກິດໄທ ມາລົງທຶນ, ດໍາເນີນທຸລະກິດຢູ່ ຫວຽດນາມ ເຂົ້າໃນຂົງເຂດທີ່ໄທ ມີທ່າແຮງ ແລະຫວຽດນາມ ມີຄວາມສາມາດບົ່ມຊ້ອນ.

leftcenterrightdel
ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ເວທີປາໄສ, ທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ສະເໜີຍຸດທະສາດເຊື່ອມຕໍ່ 3 ພາກພື້ນເພື່ອແນໃສ່ໜູນຊ່ວຍຊຸກຍູ້ການເຊື່ອມຕໍ່ລະຫວ່າງໄທ ແລະຫວຽດນາມ, ຊ່ວຍສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ການລົງທຶນ ແລະພັດທະນາເສດຖະກິດຢ່າງແຮງ ແລະຍືນຍົງ.

leftcenterrightdel
ທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: ສໍານັກຂ່າວສານຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານນາງ ຫວໍທິແອ໊ງຊວນ ຮອງປະທານປະເທດຫວຽດນາມ ພ້ອມກັບທ່ານ Don Pramudwinai ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດໄທ ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາ (MoU) ລະຫວ່າງວິສາຫະກິດຂອງຫວຽດນາມ ແລະໄທ.

ໂດຍ: ເກື່ອງດັ້ງ