ທີ່ການພົບປະໂອ້ລົມ, ພາຍຫຼັງຮັບຟັງປະທານສະມາຄົມຊາວຫວຽດນາມ ທົ່ວໄທ, ປະທານສະມາຄົມນັກທຸລະກິດໄທ-ຫວຽດນາມ ລາຍງານສະພາບການຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໄທ, ທ່ານນາງຮອງປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນຂອງປະຊາຊົນ, ອາລົມຈິດສະໜິດຕິດພັນ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ແລະການປະກອບສ່ວນອັນລໍ້າຄ່າຂອງຊາວຫວຽດນາມ ອາໄສຢູ່ໄທລຸ້ນຕ່າງໆໃຫ້ແກ່ການປະຕິວັດຫວຽດນາມ ໃນສະໄໝຕໍ່ຕ້ານກ່ອນໜ້ານີ້, ກໍ່ຄືໃຫ້ພາລະກິດສ້າງສາ ແລະພັດທະນາປະເທດຊາດໃນປະຈຸບັນ.

leftcenterrightdel
ທ່ານນາງ ຫວໍທິແອັງຊວນ ຮອງປະທານປະເທດຫວຽດນາມ ໂອ້ລົມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ  ປາດຖະໜາຢາກໃຫ້ຄະນະບໍລິຫານງານສະມາຄົມຊາວຫວຽດນາມ ທົ່ວໄທ ແລະຄະນະບໍລິຫານບັນດາສະມາຄົມຊາວໄທເຊື້ອຊາດຫວຽດນາມ ນັບມື້ນັບເສີມຂະຫຍາຍບົດບາດແກ່ນສານຂອງປະຊາຄົມ, ຕອບສະໜອງຄວາມຕ້ອງການຂອງພໍ່ແມ່ປະຊາຊົນໃຫ້ເປັນຢ່າງດີໃນການເຄື່ອນໄຫວສາມັກຄີ, ເຕົ້າໂຮມພໍ່ແມ່ປະຊາຊົນ, ສອນ ແລະຮຽນພາສາຫວຽດ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ພ້ອມທັງປະກອບສ່ວນເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງລັດ, ທ້ອງຖິ່ນ ແລະປະຊາຊົນສອງປະເທດ, ໃນນັ້ນເອົາໃຈໃສ່ຕໍ່ການຮັກສາ ແລະປັບປຸງກຸ່ມກ້ອນມະຫາສາມັກຄີ, ສົ່ງເສີມບັນດາສະມາຄົມນຳເອົາທ່າແຮງສະເພາະຂອງຕົນປະກອບສ່ວນໃຫ້ປະຊາຄົມ, ສືບຕໍ່ຮັກສາ ແລະເສີມຂະຫຍາຍສີສັນຊາດ, ໃນນັ້ນມີພຸດທະສາສະໜາຫວຽດນາມ ແລະພາສາຫວຽດ.

ໂດຍ: ໄຊນີດາ