ນີ້ແມ່ນຄັ້ງທໍາອິດທີ່ ອິນເດຍ ຈັດຕັ້ງກອງປະຊຸມສະໄໝພິເສດ ກັບບັນດາລັດຖະມົນຕີການຕ່າງປະເທດຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມື ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ. ກອງປະຊຸມໂດຍທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar ແລະຄູ່ຮ່ວມຕໍາແໜ່ງສິງກະໂປ Vivian Balakrishnan ເປັນປະທານຮ່ວມ.

ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານ Jaishankar ລັດຖະມົນຕີການຕ່າງປະເທດ ປະເທດເຈົ້າພາບ ເນັ້ນໜັກວ່າ ການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ ຈະປະກອບສ່ວນຊຸກຍູ້ການສ້າງຕັ້ງບັນດາຕ່ອງໂສ້ການສະ ໜອງຢ່າງມີໄຫວພິບ ແລະໜ້າໄວ້ເນື້ອເຊື່ອໃຈ. ອິນເດຍ ສະໜັບສະໜູນ ອາຊຽນ ເຂັ້ມແຂງແຮງກ້າ, ເປັນເອກະພາບ ແລະວັດທະນາຖາວອນ, ອາຊຽນ ມີບົດບາດໃຈກາງຢູ່ມະຫາສະໝຸດອິນເດຍ-ປາຊີຟິກ.

leftcenterrightdel
ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ-ອິນເດຍ ສະໄໝພິເສດ ໄຂຂຶ້ນຢູ່ New Delhi (ອິນເດຍ) ໃນວັນທີ 16 ມິຖຸນາ. ພາບ: ຮ່າເຟືອງ.

ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ໂຄສົກກະຊວງການຕ່າງປະເທດ ອິນເດຍ Arindam Bagchi ໃຫ້ຮູ້ວ່າ ການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອິນເດຍ ພວມສຸກງອມ ແລະໄດ້ຮັບການກໍ່ສ້າງບົນພື້ນຖານອັນໝັ້ນຄົງເຂັ້ມແຂງ. “ອາຊຽນ ແມ່ນໃຈກາງຂອງນະໂຍບາຍການກະທຳມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ”, ໜັງສືພິມ Hindustan Times ຄັດສະເໜີຄໍາເວົ້າຂອງທ່ານ Bagchi.

ແຕ່ດົນນານມາແລ້ວ, ອິນເດຍ ແລະບັນດາປະເທດອາຊຽນ ເຄີຍມີຫຼັກໝັ້ນຄ້າຍຄືກັນກ່ຽວກັບບັນຫາສາກົນ. ທີ່ກອງປະຊຸມຄັ້ງນີ້, ເຈົ້າໜ້າທີ່ອາວຸໂສສອງຝ່າຍ ໄດ້ພິຈາລະນາ, ຕີລາຄາການຮ່ວມມືຕາມ 3 ເສົາຄ້ຳຂອງການພົວພັນຄູ່ຮ່ວມມືແມ່ນ ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ; ປຶກສາຫາລືກ່ຽວກັບບັນດາບາດກ້າວເພື່ອສືບຕໍ່ຜັນຂະຫຍາຍແຜນການກະທຳ ອາຊຽນ-ອິນເດຍ ໄລຍະ 2021-2025. ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ລວມມີວິກິດການຍ້ອນພະຍາດໂຄວິດ-19 ແລະຟື້ນຟູຫຼັງໂລກລະບາດ.

ຕາມທ່ານ Jaishankar, ພະຍາດໂຄວິດ-19 ຍັງບໍ່ທັນສິ້ນສຸດເທື່ອ ແລະເສັ້ນທາງຟື້ນຟູຫຼັງໂລກລະບາດຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ: “ເສັ້ນທາງນີ້ຈະປະສົບກັບສິ່ງທ້າທາຍຫຼາຍຢ່າງກວ່າດ້ວຍບັນດາຄວາມຫຍຸ້ງຍາກກ່ຽວກັບພູມສາດການເມືອງ ເຊິ່ງພວກເຮົາຕ້ອງປະເຊີນໜ້າຍ້ອນການຜັນແປຢູ່ ຢູແກຣນ ແລະການກະທົບໂດຍກົງຂອງມັນເຖິງຄວາມໝັ້ນຄົງດ້ານສະບຽງອາຫານ ແລະພະລັງງານ, ກໍ່ຄືລາຄາຝຸ່ນ ແລະສິນຄ້າຂຶ້ນສູງ, ພ້ອມກັບລະບົບຕ່ອງໂສ້ການສະໜອງຖືກຂາດຕິດຂາດຕອນ”.

ສ່ວນທ່ານ Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ກ່າວວ່າ ຄຽງຂ້າງການປະທະກັນລະຫວ່າງ ລັດເຊຍ-ຢູແກຣນ, ການແກ່ງແຍ້ງນັບມື້ນັບຂ້ຽວຂາດລະຫວ່າງສອງປະເທດມະຫາອຳນາດ ອາເມລິກາ-ຈີນ “ສົ່ງຜົນກະທົບໂດຍກົງເຖິງພວກເຮົາ... ບັນດາບັນຫານີ້, ຖ້າວ່າບໍ່ໄດ້ຮັບການຄວບຄຸມ, ອາດສາມາດນາບຂູ່ເຖິງທົ່ວລະບົບສັນຕິພາບ ແລະສະຖຽນລະພາບຂອງພວກເຮົາ-ເຄີຍແມ່ນພື້ນຖານຂອງການເຕີບໂຕ, ພັດທະນາ ແລະວັດທະນາຖາວອນໃນຫຼາຍສັດຕະວັດ”. ທ່ານ Balakrishnan ສະແດງຄວາມປາດຖະໜາວ່າ ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດເພື່ອໃຫ້ອາຊຽນ-ອິນເດຍ ເພີ່ມທະວີການເຊື່ອມຕໍ່ ແລະກໍ່ສ້າງຄວາມສາມາດຮັບມືກັບບັນດາສິ່ງທ້າທາຍທີ່ພວມ ແລະຈະເກີດຂຶ້ນໃນອະນາຄົດ.

ຕີລາຄາກ່ຽວກັບຖານະທີ່ຕັ້ງ ແລະບົດບາດຂອງອາຊຽນ ໃນພາກພື້ນ, ທ່ານ Jaishankar ລັດຖະມົນຕີການຕ່າງປະເທດອິນເດຍ ວາດພາບວ່າ ອາຊຽນແມ່ນ “ປະພາຄານຂອງລັດທິພາກພື້ນ, ລັດທິຫຼາຍຝ່າຍ ແລະໂລກາພິວັດ”. ອາຊຽນ ໄດ້ສ້າງໃຫ້ຕົນເອງຖານະທີ່ຕັ້ງສຳຄັນໃນພາກພື້ນ ແລະກໍ່ສ້າງພື້ນຖານໂຄງປະກອບເສດຖະກິດ ແລະຍຸດທະສາດພັດທະນາຢູ່ມະຫາສະໝຸດອິນເດຍ-ປາຊີຟິກ. “ປະຈຸບັນບົດບາດຂອງອາຊຽນ ມີຄວາມສຳຄັນກວ່າເວລາໃດໝົດ, ຕໍ່ໜ້າສິ່ງທ້າທາຍ ແລະຂາດສະຖຽນລະພາບດ້ານພູມສາດການເມືອງ ເຊິ່ງໂລກຕ້ອງປະເຊີນໜ້າ”, ທ່ານ ໃຫ້ຮູ້ ແລະໃສ່ໃຈວ່າ ການເຕົ້າໂຮມຢ່າງແຮງລະຫວ່າງວິໄສທັດອາຊຽນ ແລະມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ແລະຂໍ້ລິເລີ່ມມະຫາສະໝຸດອິນເດຍ-ປາຊີຟິກ (IPOI) ແມ່ນພະຍານຫຼັກຖານສະແດງໃຫ້ເຫັນວິໄສທັດລວມຂອງສອງຝ່າຍຕໍ່ກັບພາກພື້ນ.

ອິນເດຍ ແລະອາຊຽນ ສ້າງຕັ້ງການພົວພັນຄູ່ຮ່ວມມືເປັນຄັ້ງທຳອິດໃນປີ 1992 ແລະຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2012. ໂດຍບໍ່ຫົວຊາຕໍ່ກັບຄວາມຫຍຸ້ງຍາກຍ້ອນພະຍາດໂຄວິດ-19, ການຮ່ວມມືດ້ານການຄ້າລະຫວ່າງອາຊຽນ-ອິນເດຍ ໄດ້ເພີ່ມຂຶ້ນໂດຍໄວໃນໄລຍະຜ່ານມາ, ດ້ວຍການຄ້າສອງຝ່າຍເພ່ີມຈາກ 5,8 ຕື້ໂດລາສະຫະລັດ ໃນປີ 1996 ຂຶ້ນເປັນ 84,39 ຕື້ໂດລາສະຫະລັດ ໃນປີ 2021.

ເຖິງຢ່າງໃດກໍ່ຕາມ, ຖ້າວ່າທຽບໃສ່ການຄ້າອາຊຽນ-ຈີນ ແລ້ວ ຈຳນວນນີ້ໜ້ອຍຢູ່ ຍ້ອນວ່ານັບແຕ່ປີ 2009-ປັກກິ່ງ ໄດ້ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງອາຊຽນ, ການຄ້າສອງສົ້ນບັນລຸປະມານ 878 ຕື້ໂດລາສະຫະລັດ ໃນປີ 2021.

ຢາກເພີ່ມທະວີຜົນສະທ້ອນຂອງຕົນໃນພາກພື້ນ, ອິນເດຍ ຕ້ອງຍູ້ແຮງການຮ່ວມມືເສດຖະກິດກັບບັນດາປະເທດອາຊຽນ. ເຖິງຢ່າງໃດກໍ່ຕາມ, ປະເທດນີ້ພວມປະສົບກັບສິ່ງບໍ່ສະດວກຍ້ອນບໍ່ເຂົ້າຮ່ວມສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)  (ສັນຍາມີການເຂົ້າຮ່ວມຂອງ 10 ປະເທດສະມາຊິກຂອງອາຊຽນ ແລະ 5 ປະເທດ: ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ, ນິວຊີແລນ).

ປີ 2022 ແມ່ນປີມິດຕະພາບອາຊຽນ-ອິນເດຍ. ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ ໄດ້ກາຍເປັນໜຶ່ງໃນບັນດາການພົວພັນພັດທະນາໄວທີ່ສຸດ, ຂະຫຍັນຂັນເຄື່ອນ ແລະຮອບດ້ານທີ່ສຸດຂອງອາຊຽນ. ບັນດານັກວິເຄາະດ້ານການເມືອງ ໃຫ້ຂໍ້ສັງເກດວ່າ ກອງປະຊຸມຄັ້ງນີ້ແມ່ນກາລະໂອກາດທີ່ຫາຍາກ ເພື່ອໃຫ້ອາຊຽນ-ອິນເດຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນສະພາບການໂລກ ແລະພາກພື້ນ ຍັງຊ້ອນແຝງການປະທະກັນ ແລະຂາດສະຖຽນລະພາບທີ່ບໍ່ສາມາດແກ້ໄຂໃນບຶດໜຶ່ງຍາມດຽວໄດ້.

ໂດຍ: ແສງເດືອນ