leftcenterrightdel
ພິທີຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 09 ມິຖຸນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ອຸດສະເບກິດສະຖານ ທີ່ນະຄອນຫຼວງ Tashkent, ທ່ານ ດັ້ງມິງຄອຍ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ອຸດສະເບກິດສະຖານ (ສຳນັກງານຢູ່ Moskava) ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ Vladimir I. Norov, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອຸດສະເບກິດສະຖານ.

ທີ່ການໂອ້ລົມກັບທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ Vladimir I. Norov ໄດ້ເນັ້ນໜັກເປັນພິເສດເຖິງການພົວພັນມິດຕະພາບ, ໃກ້ຊິດສະໜິດສະໜົມມາແຕ່ດົນນານລະຫວ່າງອຸດສະເບກິດສະຖານ ແລະ ຫວຽດນາມ. ທ່ານ Norov ໃຫ້ຮູ້ວ່າ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ມາດຳລົງຕຳແໜ່ງ ອຸດສະເບກິດສະຖານ ໃນຄັ້ງນີ້ ພ້ອມກັບພະນັກງານເປັນຈຳນວນຫຼາຍໄດ້ສະແດງໃຫ້ເຫັນຄວາມປາດຖະໜາຂອງທ່ານເອກອັກຄະລັດຖະທູດກ່ຽວກັບການສ້າງການພົວພັນໃໝ່ໃຫ້ແກ່ 2 ຝ່າຍ.

ທີ່ການໂອ້ລົມ, 2 ຝ່າຍໄດ້ແລກປ່ຽນຫຼາຍບັນຫາກ່ຽວຂ້ອງເຖິງນະໂຍບາຍຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງແຮງກວ່າໃນໄລຍະຈະມາເຖິງ, ນັບທັງດ້ານການເມືອງ, ເສດຖະກິດ, ວັດທະນະທຳ - ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນ. 2 ຝ່າຍຢືນຢັນວ່າ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນໃນທຸກຂົງເຂດ. 2 ຝ່າຍສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມ, ຫວຽດນາມ ແລະ ອຸດສະເບກິດສະຖານ ຈະສືບຕໍ່ພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ