ນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ, ຫວຽດນາມ ໄດ້ຜ່ານການລະບາດຂອງພະຍາດໂຄວິດ-19 ເປັນ 4 ຄັ້ງ. ຂອບຂະໜາດ, ບໍລິເວນ ແລະລະດັບແຜ່ລະບາດໃນແຕ່ລະຄັ້ງລ້ວນແຕ່ມີທ່າອ່ຽງສັບສົນກວ່າ. ສະເພາະແຕ່ທ້າຍເດືອນ ທັນວາ 2021, ພາຍຫຼັງຮັບຮູ້ກໍລະນີຕິດພະຍາດທໍາອິດຂອງໄວຣັດສາຍພັນໃໝ່ Omicron, ຈໍານວນຄົນຕິດພະຍາດໃນທົ່ວປະເທດເພີ່ມຂຶ້ນສູງສຸດໃນ 3 ອາທິດທໍາອິດຂອງເດືອນ ມີນາ 2022 ໂດຍໄວຣັດສາຍພັນໃໝ່ນີ້ມີຫຼາຍຄົນຕິດ. ຫຼັງຈາກນັ້ນ, ຈໍານວນຜູ້ຕິດພະຍາດກໍ່ຫຼຸດລົງຫຼາຍນັບແຕ່ທ້າຍເດືອນ ມີນາ 2022 ມາຮອດປະຈຸບັນ.
|
|
ເດັກນ້ອຍເຂົ້າຮ່ວມກິດຈະກໍາຢູ່ເຂດບັນເທີງກາງແຈ້ງ. ພາບ: ອານອານ |
ບົນພື້ນຖານແຜນການຂອງອົງການອະນາໄມໂລກ (WHO), ການທາບທາມແຜນການຕອບສະໜອງຂອງບາງປະເທດ ແລະພຶດຕິກຳຕົວຈິງຂອງສະພາບພະຍາດຢູ່ຫວຽດນາມ, ໂດຍປະຕິບັດຕາມມະຕິເລກທີ 38/NQ-CP, ກະຊວງ ສາທາລະນະສຸກ ໄດ້ສ້າງສອງກໍລະນີປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຫັນປ່ຽນຈາກການປ້ອງກັນ, ຕ້ານພະຍາດໄປເປັນການຄຸ້ມຄອງແບບຍືນຍົງ. ຕໍ່ກັບກໍລະນີທີ 1; ໄວຣັດຍັງມີການປ່ຽນແປງກ້າວໜ້າ, ເຖິງຢ່າງໃດກໍ່ຕາມ, ຍ້ອນວົງຄະນະຍາດຊຸມຊົນມີພູມຕ້ານທານຕໍ່ພະຍາດສະນັ້ນຈໍານວນກໍລະນີຕິດເຊື້ອທີ່ສະແດງອາການໜັກ ແລະເສຍຊີວິດຈຶ່ງຄ່ອຍໆຫຼຸດລົງຕະຫຼອດຮອດສະຖານທີ່ເກີດພະຍາດກໍ່ບໍ່ໜັກໜ່ວງຄືແຕ່ກ່ອນອີກແລ້ວ ຫຼື ມີໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2 ແຕ່ບໍ່ໜັກໜ່ວງ.
ກໍລະນີທີ 2: ມີໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2 ສາມາດເຮັດໃຫ້ປະສິດທິຜົນຂອງວັກຊິນ ຫຼື ພູມຕ້ານທານຕໍ່ພະຍາດຫຼຸດລົງ, ເຮັດໃຫ້ກໍລະນີຕິດເຊື້ອມີອາການໜັກໜ່ວງ ຫຼື ເສຍຊີວິດເພີ່ມຂຶ້ນ, ພິເສດຢູ່ບັນດາກຸ່ມທີ່ມີຄວາມສຽງສູງ.
ສໍາລັບສອງກໍລະນີ, ກະຊວງສາທາລະນະສຸກ ເນັ້ນໜັກວ່າ ວັກຊິນຍັງແມ່ນໜຶ່ງໃນບັນດາມາດຕະການທີ່ມີປະສິດທິຜົນເພື່ອຫຼຸດຜ່ອນການສະແດງອາການໜັກ, ເສຍຊີວິດ. ອັດຕາສັກວັກຊິນສູງຢູ່ທຸກກຸ່ມເປົ້າໝາຍ, ພິເສດແມ່ນກຸ່ມທີ່ມີຄວາມສຽງສູງ ແລະກຸ່ມທີ່ອັນຕະລາຍສູງແມ່ນເປັນພື້ນຖານເພື່ອຜ່ອນຜັນບັນດາມາດຕະການການແພດ ແລະມາດຕະການສັງຄົມອື່ນເທື່ອລະກ້າວ. ຫວຽດນາມ ໄດ້ຜັນຂະຫຍາຍບັ້ນສັກວັກຊິນປ້ອງກັນໂຄວິດ-19 ດ້ວຍຂະໜາດໃຫຍ່ທີ່ສຸດໃນປະຫວັດສາດ. ເລື່ອງຜັນຂະຫຍາຍຍຸດທະສາດໄດ້ປະຕິບັດຕາມທັດສະນະເອກະພາບ “ສັກໄວທີ່ສຸດ, ຫຼາຍທີ່ສຸດ, ກວ້າງທີ່ສຸດ, ຮັບປະກັນຄວາມປອດໄພ, ມີປະສິດທິຜົນ” ແລະທິດນໍາທີ່ວ່າ “ໄປແຕ່ລະຮ່ອມ,ເຄາະປະຕູແຕ່ລະເຮືອນ, ກວດກາແຕ່ລະຄົນ” ເພື່ອຮັບປະກັນບໍ່ໃຫ້ຂາດເປົ້າໝາຍສັກວັກຊິນ, ພິເສດແມ່ນກັບຜູ້ມີໄພອັນຕະລາຍສູງ. ຫວຽດນາມ ແມ່ນໜ່ຶງໃນບັນດາປະເທດມີອັດຕາສັກວັກຊິນກັນໂຄວິດ-19 ຫຼາຍທີ່ສຸດໃນໂລກດ້ວຍຈຳນວນ 100% ເຂັມທີ 1, 98% ເຂັມທີ 2 ແລະ 49% ເຂັມທີ 3.
ໃນກໍລະນີທີສອງ, ກະຊວງສາທາລະນະສຸກ ສະເໜີໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມຢູ່ກໍລະນີນີ້ແມ່ນຄົ້ນຄວ້າສັກວັກຊິນເຂັມທີ 4 ໃຫ້ຜູ້ໃຫຍ່. ນອກຈາກນັ້ນ, ແມ່ນສັກວັກຊິນໃຫ້ເດັກນ້ອຍທີ່ມີອາຍຸແຕ່ 5 ປີຫາຕ່ຳກວ່າ 18 ປີ ແລະສັກວັກຊິນໃຫ້ເດັກນ້ອຍທີ່ມີອາຍຸແຕ່ 3 ຫາ 5 ປີໃນປີ 2022. ສະເພາະວຽກງານຕິດຕາມກວດກາ, ຕາມກະຊວງສາທາລະນະສຸກແລ້ວ, ຕ້ອງເພີ່ມທະວີການຕິດຕາມກວດກາ, ເກັບຕົວຢ່າງມາວິເຄາະຫາເຊື້ອ, ຄົ້ນພົບໄວຣັດສາຍພັນໃໝ່ທີ່ໜ້າເປັນຫວ່ງນີ້ໂດຍໄວ ແລະບັນດາການປ່ຽນແປງອື່ນກ່ຽວກັບຄວາມສາມາດແຜ່ລະບາດ ແລະມີປະສິດທິຜົນຂອງບັນດາມາດຕະການແຊກແຊງ. ຄຽງຂ້າງກັນນັ້ນ, ເປີດກວ້າງການຕິດຕາມກວດກາໄວຣັດສາຍພັນໃໝ່ຢູ່ສັດ (ລວມມີສັດລ້ຽງ ແລະສັດປ່າ). ກ່ຽວກັບບັນດາມາດຕະການສັງຄົມ, ແຜນການຮັບມືກໍລະນີທີໜຶ່ງຂອງກະຊວງສາທາລະນະສຸກແມ່ນສະເໜີໃຫ້ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19 ຕາມການກໍານົດຢູ່ມະຕິເລກທີ 128 ຂອງລັດຖະບານ, ແຕ່ພິຈາລະນາຫຼຸດລົງ ຫຼື ຜ່ອນຜັນບັນດາເງື່ອນໄຂ, ແນະນໍາ ເພື່ອສ້າງຄວາມສະດວກກວ່າໃຫ້ບັນດາອົງການ, ຫົວໜ່ວຍ, ວິສາຫະກິດ, ສ່ວນບຸກຄົນໃນການຜັນຂະຫຍາຍປະຕິບັດ. ພ້ອມກັນນັ້ນ, ຕີລາຄາເລື່ອງປະຕິບັດ, ດັດປັບບັນດາດັດສະນີ, ກໍານົດລະດັບພະຍາດໃຫ້ສອດຄ່ອງກັບທາດແທ້ພະຍາດ, ຕອບສະໜອງຕົວຈິງ, ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວພັດທະນາເສດຖະກິດ-ສັງຄົມ. ສະເພາະວຽກງານປິ່ນປົວ, ກຽມພ້ອມສ້າງຮາກຖານຮັບ, ປິ່ນປົວພະຍາດໂຄວິດ-19 ໃຫ້ສອດຄ່ອງກັບສະພາບພະຍາດຢູ່ແຕ່ລະທ້ອງຖິ່ນ. ນອກຈາກນັ້ນ, ປະຕິບັດການກວດ, ປິ່ນປົວພະຍາດແຕ່ໄກ, ມີກົນໄກແຈກຢຸກຢາ, ສະໜອງຢາຢ່າງເໝາະສົມ, ມີປະສິດທິຜົນ, ຮັບປະກັນໃຫ້ຜູ້ຕິດພະຍາດໂຄວິດ-19 ໄດ້ປິ່ນປົວຢ່າງທັນການ.
ສໍາລັບກໍລະນີທີສອງ, ກະຊວງສາທາລະນະສຸກ ຈະສົມທົບກັນຢ່າງແໜ້ນແຟນກັບ WHO, ບໍລິສັດຜະລິດວັກຊິນເພື່ອອັບເດດວັກຊິນຊະນິດຕ່າງໆທີ່ສອດຄ່ອງກັບໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2, ລາຍງານຕໍ່ລັດຖະບານເພື່ອອັບເດດ ແລະອະນຸຍາດຊື້ເພີ່ມເພື່ອຮັບໃຊ້ການສັກວັກຊິນໃຫ້ປະຊາຊົນຢ່າງທັນການ. ຄຽງຂ້າງກັນນັ້ນ, ຕິດຕາມການຜັນແປສະພາບພະຍາດໃນໂລກ, ໃນປະເທດ, ລະອຽດແມ່ນເພີ່ມທະວີວຽກງານຕິດຕາມການແຜ່ລາມເຂົ້າຂອງໄວຣັດສາຍພັນໃໝ່ຢູ່ດ່ານຊາຍແດນ, ເຂດຊາຍແດນ...; ສືບຕໍ່ຕິດຕາມກວດກາ, ຄົ້ນພົບບັນດາກໍລະນີຕິດພະຍາດຢູ່ຊຸມຊົນ, ຕິດຕາມກວດກາບັນດາກໍລະນີເຂົ້າໂຮງໝໍ, ປິ່ນປົວຢ່າງຕັ້ງໜ້າ ແລະກໍລະນີເສຍຊີວິດຢ່າງໄວ. ຢູ່ກໍລະນີນີ້ຈະປະຕິບັດຫຼັກການຢ່າງມີໄຫວພິບ “ສະກັດກັ້ນ-ຄົ້ນພົບ-ແຍກຕົວ-ກໍານົດເຂດ-ດັບສູນພະຍາດ” ຕາມຂອບຂະໜາດ ແລະຂົງເຂດແຄບທີ່ສຸດ, ສອດຄ່ອງກັບການຜັນແປຂອງພະຍາດ; ໝູນໃຊ້ມາດຕະການປ້ອງກັນພະຍາດຢ່າງມີໄຫວພິບ “5 K+ວັກຊິນ, ຢາ+ປິ່ນປົວ+ເຕັກໂນໂລຢີ+ສະຕິຄວາມຮູ້ສຶກຂອງປະຊາຊົນ+ບັນດາມາດຕະການອື່ນ”.
ໂດຍ: ໄຊນີດາ