ຕອນບ່າຍວັນທີ 01 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຍີ່ປຸ່ນ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ເປັນທາງການແຕ່ວັນທີ 30 ເມສາ ຫາວັນທີ 01 ພຶດສະພາ ຢ່າງຈົບງາມ.

leftcenterrightdel
ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ດຳເນີນການເຄື່ອນໄຫວສຳຄັນຫຼາຍຢ່າງຄື: ວາງພວງມາລາ ແລະ ເຂົ້າຢ້ຽມຂ່ຳນັບສູ້ສານປະທານໂຮ່ຈີມິນ; ເຈົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ; ເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ; ແລກປ່ຽນບັນດາເອກະສານການຮ່ວມມື ແລະ ພົບປະກັບສື່ມວນຊົນ; ເຂົ້າຮ່ວມກອງປະຊຸມສຳມະນາການຮ່ວມມືລະຫວ່າງ 2 ປະເທດໃນການປ່ຽນແປງໃໝ່ເຕັກໂນໂລຢີ, ການຫັນເປັນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ; ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນສູງຫວຽດນາມ.

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ Kishida Fumio ດຳເນີນໄປໃນສະພາບການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະອັນດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ການຢ້ຽມຢາມໄດ້ປະກອບສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ