ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານ ຟ້າມມິງຈິ໊ງ ຖືວ່າ ຍີ່ປຸ່ນ ແມ່ນປະເທດທີ່ມີພື້ນຖານເສດຖະກິດພັດທະນາຢູ່ລະດັບສູງ, ກໍາມະສິດເຕັກໂນໂລຢີກ້າວໜ້າແຖວໜ້າໂລກ ແລະແມ່ນໜຶ່ງໃນບັນດາປະເທດນໍາໜ້າກ່ຽວກັບການນໍາໃຊ້ວິທະຍາສາດເຕັກໂນໂລຢີ ແລະພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ໃນຂະນະນັ້ນ, ພື້ນຖານເສດຖະກິດຫວຽດນາມ ມີລະດັບເປີດສູງ, ກໍາລັງຮັກສາລະດັບເຕີບໂຕໄວ, ກໍາມະສິດແຫຼ່ງຊັບພະຍາກອນມະນຸດໜຸ່ມທີ່ອຸດົມສົມບູນ ແລະມີຄວາມຕ້ອງການຍົກສູງຄວາມສາມາດແກ່ງແຍ້ງ ແລະມີປະສິດທິຜົນໃນການຜະລິດອຸດສາຫະກໍາ. ສອງພື້ນຖານເສດຖະກິດຫວຽດນາມ-ຍີ່ປຸ່ນ ມີລັກສະນະເພີ່ມເຕີມສູງ ແລະມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຫຼາຍຂົງເຂດ, ພິເສດແມ່ນໃນການປ່ຽນແປງໃໝ່ເຕັກໂນໂລຢີ, ຫັນປ່ຽນດີຈີຕອນ ແລະຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ແລະທ່ານ Kishida Fumio ປາດຖະໜາຢາກໃຫ້ສອງປະເທດຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ຫຼາຍກວ່າອີກ. ພາບ: congthuong.vn

ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ໄດ້ຮັບການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ, ຊ່ວຍເຫຼືອຂອງລັດຖະບານ ແລະວິສາຫະກິດຍີ່ປຸ່ນ ໃນວິວັດການຍູ້ແຮງການປ່ຽນແປງໃໝ່ເຕັກໂນໂລຢີ, ຫັນປ່ຽນດີຈີຕອນ ແລະຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຖືວ່າ ຄວາມສາມາດຮ່ວມມືລະຫວ່າງຍີ່ປຸ່ນ ແລະຫວຽດນາມ ແມ່ນບໍ່ມີຂີດຈຳກັດ. ຍີ່ປຸ່ນ ແລະຫວຽດນາມ ໄດ້ ແລະກໍາລັງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນມຸ່ງໄປເຖິງໄລຍະຫຼັງໂຄວິດ-19 ກວ່າອີກ.

ໂດຍ: ໄຊນີດາ