ການຢ້ຽມຢາມນີ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງອົດສະຕາລີ ໃນການໜູນຊ່ວຍພັດທະນາເສດຖະກິດ-ສັງຄົມຢູ່ບັນດາແຂວງຕາເວັນຕົກສ່ຽງເໜືອແມ່ນພາກສ່ວນໜຶ່ງໃນການພົວພັນຄູ່ຮ່ວມມືອັນຍາວນານກັບ ຫວຽດນາມ, ຜ່ານໂຄງການ “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຜ່ານການຍົກສູງປະສິດທິຜົນເສດຖະກິດການຜະລິດກະສິກໍາ ແລະພັດທະນາການທ່ອງທ່ຽວ” (GREAT), ໂຄງການສັງກັດໂຄງການຮ່ວມມືບໍ່ຂຶ້ນກັບລັດຖະບານອົດສະຕາລີ (ANCP) ໂດຍອົງການ CARE  ສາກົນປະຕິບັດຢູ່ຫວຽດນາມ ແລະສູນຄົ້ນຄວ້າກະສິກໍາສາກົນອົດສະຕາລີ (ACIAR).

leftcenterrightdel
ທ່ານນາງ Robyn Mudie ເອກອັັກຄະລັດຖະທູດອົດສະຕາລີ ປະຈໍາ ຫວຽດນາມ ປູກໜໍ່ໄມ້ຢູ່ສະຫະກອນຜະລິດໜໍ່ໄມ້ຊວນຍາ. ພາບ: ສໍານັກຂ່າວສານຫວຽດນາມ.

GREAT ແມ່ນໂຄງການໜູນຊ່ວຍກ່ຽວກັບເພດສໍາຄັນທີ່ສຸດຂອງອົດສະຕາລີ ຢູ່ ຫວຽດນາມ, ລວມຍອດມູນຄ່າ 33,7 ລ້ານໂດລາອົດສະຕາລີ. ໂຄງການຮ່ວມມືກັບບັນດາວິສາຫະກິດ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະບັນດາອົງການຂອງລັດຫວຽດນາມ ເພື່ອກໍ່ສ້າງລະບົບຕະຫຼາດ ແລະດໍາເນີນທຸລະກິດກວມລວມໃນຂົງເຂດກະສິກໍາ ແລະທ່ອງທ່ຽວຢູ່ສອງແຂວງເຊີນລາ ແລະລາວກາຍ, ແນໃສ່ຮັບປະກັນໃຫ້ແມ່ຍິງທ້ອງຖິ່ນ ແລະຊາວຊົນເຜົ່າສ່ວນໜ້ອຍເຂົ້າຮ່ວມຢ່າງຕັ້ງໜ້າ ແລະໄດ້ຮັບຜົນປະໂຫຍດຈາກການເຕີບໂຕນີ້ກໍ່ຄືບັນດາການເຄື່ອນໄຫວເສດຖະກິດທີ່ກ່ຽວຂ້ອງ.

ນັບແຕ່ປີ 1993, ACIAR ໄດ້ລົງທຶນກວ່າ 32 ລ້ານໂດລາອົດສະຕາລີ ຜ່ານ 20 ໂຄງການຮ່ວມມືຄົ້ນຄວ້າສາກົນຢູ່ເຂດຕາເວັນຕົກສ່ຽງເໜືອເພື່ອພັດທະນາການປູກຝັງແບບຍືນຍົງຢູ່ເຂດດິນຄ້ອຍຊັນ, ຫັນຜະລິດຕະພັນກະເສດເປັນຫຼາຍຮູບຫຼາຍແບບ, ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະຍົກສູງລາຍຮັບໃຫ້ຊາວກະສິກໍາ.

ໃນ 10 ຜ່ານມາ, ACIAR ໄດ້ລົງທຶນກວ່າ 10,5 ລ້ານໂດລາອົດສະຕາລີ ໃຫ້ບັນດາໂຄງການຄົ້ນຄວ້າກະສິກໍາຢູ່ແຂວງດ້ຽນບຽນ ເພື່ອແນໃສ່ພັດທະນາບັນດາລະບົບລ້ຽງງົວ ແລະກະສິກຳ, ປ່າໄມ້ປະສານກັນ, ເພື່ອຍົກສູງການທໍາມາຫາກິນ ແລະຄວາມສະເໝີພາບໃຫ້ບັນດາຄອບຄົວຊາວກະສິກໍາໜ້ອຍ, ພິເສດແມ່ນບັນດາຄອບຄົວຊາວຊົນເຜົ່າສ່ວນໜ້ອຍ.

ໂດຍ: ໄຊນີດາ