ທ່ານ ເລມິງຄາຍ ສະເໜີໃນການປະຕິບັດງານຄັ້ງນີ້, ທ່ານ Alfonso Garcia Mora ຈະມີການເຮັດວຽກກັບບັນດາທ້ອງຖິ່ນຄື, ນະຄອນໂຮ່ຈີມິນ, ຫາຍຝ່ອງ, ແທັງຮວ໋າ… ເພື່ອໜູນຊ່ວຍບາງໂຄງການຮ່ວມມືພາກລັດ-ເອກະຊົນ, ເພື່ອໜູນຊ່ວຍບັນດາທ້ອງຖິ່ນເຂົ້າເຖິງແຫຼ່ງການເງິນໄລຍະຍາວກ່ຽວກັບການພັດທະນາພື້ນຖານໂຄງລ່າງ. ບັນດາອົງການຈັດຕັ້ງຂອງຫວຽດນາມ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບຫ້ອງການ IFC ພາກພື້ນຢູ່ຫວຽດນາມ ເພື່ອເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນອັນດີງາມລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ທ່ານ ເລມິງຄາຍ ກໍ່ປາດຖະໜາວ່າ IFC ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ໃນການປະຕິບັດບັນດາຄໍາໝັ້ນສັນຍາຂອງຫວຽດນາມ ຢູ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ປີ 2021 (COP 26); ສະເໜີ IFC ສືບຕໍ່ສົມທົບກັບທະນາຄານແຫ່ງລັດໜູນຊ່ວຍການປະຕິບັດແຜນຮ່າງສ້າງໂຄງປະກອບທະນາຄານຄືນໃໝ່ ແລະພັດທະນາຕະຫຼາດແກ້ໄຂໜີ້ເສຍ.

leftcenterrightdel
ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ຕ້ອນຮັບທ່ານ Alfonso Garcia Mora. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານ Alfonso Garcia Mora ກໍ່ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ນອນໃນກຸ່ມແຖວໜ້າໄດ້ຮັບການລົງທຶນ, ອຸປະຖໍາທຶນຂອງ IFC. ປະຈຸບັນ, IFC ໄດ້ ແລະກໍາລັງເພີ່ມຖັນແຖວບຸກຄະລາກອນເພື່ອໜູນຊ່ວຍຫວຽດນາມ. ໃນໄລຍະຈະມາເຖິງ, IFC ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາບັນຫາທີ່ກ່ຽວຂ້ອງເຖິງການເຕີບໂຕສີຂຽວ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະເພີ່ມສະມັດຕະພາບແຮງງານໃນພາກເອກະຊົນ.

ໂດຍ: ເກື່ອງດັ້ງ