ທີ່ເວທີປາໄສ, ທ່ານ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນະຄອນໂຮ່ຈີມິນ ໄດ້ຜັນຂະຫຍາຍໂຄງການເຫັນປ່ຽນດີຈີຕອນ, ກໍ່ສ້າງພື້ນຖານເສດຖະກິດດີຈີຕອນ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃນພື້ນຖານພັດທະນາຂອງຍຸກສະໄໝປະຕິວັດອຸດສາຫະກໍາ 4.0. ນີ້ກໍ່ແມ່ນທິດທາງພັດທະນາໃໝ່ຂອງນະຄອນ, ເພື່ອພັດທະນາໄວ, ຍືນຍົງ, ຮັບມືໃນເງື່ອນໄຂຍັງມີການຜັນແປຫຼາຍຢ່າງ. ຜ່ານເວທີປາໄສ, ການນໍານະຄອນໂຮ່ຈີມິນ ເຊື່ອໝັ້ນວ່າ ຈະຮັບເອົາຫຼາຍຄໍາເຫັນອັນລໍ້າຄ່າເພື່ອຜັນຂະຫຍາຍໂຄງການຫັນປ່ຽນດີຈີຕອນຢ່າງມີປະສິດທິຜົນ ແລະມີບັນດານະໂຍບາຍມາດຕະການຊຸກຍູ້ການພັດທະນາເສດຖະກິດດີຈີຕອນຢ່າງແຮງ.

leftcenterrightdel
ທ່ານ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: hanoimoi.com.vn

ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີ ສະເໜີນະຄອນໂຮ່ຈີມິນ ຕ້ອງສືບຕໍ່ຍູ້ແຮງການປັບປຸງສະພາບການລົງທຶນ, ດຶງດູດ ແລະຂຸດຄົ້ນທຸກແຫຼ່ງກໍາລັງ ເພື່ອພັດທະນາການຜະລິດດໍາເນີນທຸລະກິດ, ການບໍລິການ; ເພີ່ມທະວີການຮ່ວມມື, ແລກປ່ຽນ ແລະຖອດຖອນບົດຮຽນຈາກບັນດາປະເທດ, ບັນດາຄູ່ຮ່ວມມື, ເພື່ອນມິດສາກົນກ່ຽວກັບເສດຖະກິດດີຈີຕອນ, ປະຕິບັດການຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນດ້ວຍ “ຈິນຕະນາການບຸກທະລຸ, ວິໄສທັດຍຸດທະສາດ, ວິທີເຮັດຕົວຈິງ, ລະອຽດ.”

ໂດຍ: ນີດາ