ເວທີປາໄສຂັ້ນສູງຫັນປ່ຽນດີຈີຕອນຫວຽດນາມ-ອາຊີ 2022 (Asia DX Summit 2022) ດ້ວຍຫົວຂໍ້ “ຮ່ວມກໍາລັງຫັນປ່ຽນດີຈີຕອນ” ໂດຍ VINASA ສົມທົບກັບກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຈັດຕັ້ງໃນລະຫວ່າງວັນທີ 24-25 ພຶດສະພາ ຢູ່ຮ່າໂນ້ຍ ແບບໂດຍກົງ ແລະທາງໄກຜ່ານຊ່ອງຂອງ VINASA.

ຕາມທ່ານ ຫງວຽນວັນຄວາ, ປະທານ VINASA ແລ້ວ: ເວທີປາໄສຂັ້ນສູງຫັນປ່ຽນດີຈີຕອນຫວຽດນາມ-ອາຊີ ປີ 2022 ດ້ວຍຫົວຂໍ້ “ຮ່ວມກໍາລັງຫັນປ່ຽນດີຈີຕອນ”. ນີ້ກໍ່ແມ່ນຫົວຂໍ້ຕົ້ນຕໍຂອງ VINASA ໃນປີສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 20 ປີ. ຄວາມຫວັງຂອງພວກຂ້າພະເຈົ້າແມ່ນເຕົ້າໂຮມແຫຼ່ງກໍາລັງໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະສາມາດເຮັດໄດ້ຈາກພາກລັດ ແລະເອກະຊົນຕະຫຼອດຮອດອົງການຈັດຕັ້ງສາກົນ, ນັບແຕ່ວິສາຫະກິດ, ຖັນແຖວພະນັກງານເຕັກໂນໂລຢີຂໍ້ມູນຂ່າວສານຈົນເຖິງບັນດານັກຊ່ຽວຊານ, ແຕ່ບົດຮຽນປະສົບການຈົນເຖິງແຫຼ່ງກໍາລັງດ້ານການເງິນເພື່ອເພີ່ມຄວາມໄວໃນການຫັນປ່ຽນດີຈີຕອນ.

ບັນດາແຫຼ່ງກໍາລັງ ແລະພິເສດແມ່ນບັນດາວິສາຫະກິດເຕັກໂນໂລຢີດີຈີຕອນທີ່ຕ້ອງການຮ່ວມມື, ຮ່ວມສຳພັນນຳກັນ, ກໍານົດບົດບາດເພື່ອສ້າງລະບົບນິເວດດີຈີຕອນໃຫ້ສົມບູນ, ສອດຄ່ອງກັບບັນດາອົງການຈັດຕັ້ງ, ວິສາຫະກິດຫວຽດນາມ. VINASA ຫາກໍ່ສ້າງຕັ້ງຄະນະກໍາມະການສະເພາະກິດ 2 ຄະນະ ເພື່ອປະຕິບັດໜ້າທີ່ຍຸດທະສາດນີ້ໃນໄລຍະ 2022-2025 ລວມມີ: ຄະນະກໍາມະການພັດທະນາລັດຖະບານດີຈີຕອນ, ແລະຄະນະກໍາມະການຫັນປ່ຽນດີຈີຕອນໃຫ້ແກ່ວິສາຫະກິດ.

leftcenterrightdel
ບັນຍາກາດທີ່ການພົບປະກັບສື່ມວນຊົນ. ພາບ: Vietnamplus.vn.

ຄຽງຂ້າງກັນນັ້ນ, ປີນີ້ແມ່ນຄັ້ງທໍາອິດທີ່ Vietnam - Asia DX Summit ຈະມີໜຶ່ງຫົວຂໍ້ໃຫຍ່ຕື່ມອີກນັ້ນແມ່ນ “ພັດທະນາວິສາຫະກິດດີຈີຕອນ” ດ້ວຍ 5 ວາລະປະຊຸມສໍາມະນາລົງເລິກລວມມີ “ລະບົບ Cloud ແລະໂຄງລ່າງຂໍ້ມູນໃຫ້ວິສາຫະກິດດີຈີຕອນ”, “ແຫຼ່ງຊັບພະຍາກອນມະນຸດໃຫ້ວິສາຫະກິດດີຈີຕອນ”, “ພັດທະນາ Startup ດີຈີຕອນ” ແລະ “ຫັນປ່ຽນດີຈີຕອນວິສາຫະກິດ SMEs”, “ຫັນປ່ຽນດີຈີຕອນວິສາຫະກິດຜະລິດ”.

ຕາມກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລ້ວ, ປີ 2022 ຈະແມ່ນປີເພີ່ມຄວາມໄວໃນການຫັນປ່ຽນດີຈີຕອນເພື່ອເປັນກໍາລັງແຮງໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດ. ປະຈຸບັນ, ມີທ້ອງຖິ່ນກວ່າ 95% ໄດ້ປະກາດໃຊ້ມະຕິ ຫຼື ແຜນການ ຫຼື ໂຄງການກ່ຽວກັບການຫັນປ່ຽນດີຈີຕອນ.

ວັນທີ 15 ມີນາ 2022, ນາຍົກລັດຖະມົນຕີ ໄດ້ເຊັນຂໍ້ຕົກລົງເລກທີ 27/QĐ-UBCĐSQG, ປະກາດໃຊ້ແຜນການເຄື່ອນໄຫວຂອງຄະນະກໍາມະການແຫ່ງຊາດກ່ຽວກັບການຫັນປ່ຽນດີຈີຕອນປີ 2022 ດ້ວຍບັນດາເປົ້າໝາຍລະອຽດຂອງປີ.

ໂດຍ: ໄຊນີດາ