ກໍ່ຕາມໂຄສົກກະຊວງການຕ່າງປະເທດຫວຽດນາມແລ້ວ, ຫວຽດນາມ ຢຶດໝັ້ນນະໂຍບາຍປ້ອງກັນຊາດສັນຕິພາບ ແລະປ້ອງກັນຕົວ. ການເຄື່ອນໄຫວຂອງບັນດາກໍາລັງທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ປະຕິບັດຕາມກົດໝາຍຂອງຫວຽດນາມ ແລະສາກົນ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982). 

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມຂ່າວ. ພາບ: ຮົ່ງຫງວຽນ.

ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບສະພາບການມຽນມາ ໃນປັດຈຸບັນ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ: “ໂດຍແມ່ນປະເທດບ້ານໃກ້ເຮືອນຄຽງ ແລະເປັນສະມາຊິກຂອງອາຊຽນ ນໍາກັນ, ຫວຽດນາມ ປາດຖະໜາຢາກໃຫ້ມຽນມາ ມີສະພາບການທີ່ເປັນປົກກະຕິໂດຍໄວ ເພື່ອສ້າງສາ ແລະພັດທະນາປະເທດຊາດ, ເພື່ອຜົນປະໂຫຍດຂອງປະຊາຊົນມຽນມາ; ສືບຕໍ່ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ. ບົນຈິດໃຈສາມັກຄີ ແລະມີຄວາມຮັບຜິດຊອບ, ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບປະເທດກໍາປູເຈຍ - ປະທານອາຊຽນ 2022 ແລະບັນດາປະເທດສະມາຊິກອາຊຽນອື່ນ ເພື່ອຊຸກຍູ້ປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້, ປະກອບສ່ວນເຂົ້າໃນວິວັດການກໍ່ສ້າງປະຊາຄົມອາຊຽນ ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຂອງອາຊຽນ”.

ໂດຍ: ໄຊຊະນະ