ຜ່ານ 25 ປີແຫ່ງວັນສ້າງຕັ້ງ ແລະພັດທະນາ, ASEM ໄດ້ກາຍເປັນກົນໄກເຈລະຈາໃຫຍ່ທີ່ສຸດເຊື່ອມຕໍ່ບັນດາປະເທດອາຊີ ແລະເອີລົບ ດ້ວຍ 53 ສະມາຊິກ, ກວມເອົາພົນລະເມືອງປະມານ 60%, ການຄ້າ 55%, GDP 65% ແລະການທ່ອງທ່ຽວທົ່ວໂລກ 75%. ເນື້ອໃນການຮ່ວມມືຂອງ ASEM ນັບມື້ນັບເປີດກວ້າງ, ເອົາໃຈໃສ່ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະຮັບມືກັບສິ່ງທ້າທາຍທົ່ວໂລກ, ໂດຍສະເພາະແມ່ນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ຄຸ້ມຄອງຊັບພະຍາກອນແຫຼ່ງນ້ຳ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ຊຸກຍູ້ການພັດທະນາກວມລວມ, ຜັນຂະຫຍາຍການປ່ຽນແປງໃໝ່ຫົວຄິດປະດິດສ້າງ, ໜູນຊ່ວຍວິສາຫະກິດຂະໜາດໜ້ອຍ ແລະກາງ ເພື່ອຍົກສູງຄວາມສາມາດຮັບມືກັບການປະຕິວັດອຸດສາຫະກຳ 4.0... ອາດສາມາດເວົ້າໄດ້ວ່າດ້ວຍການຮ່ວມມືເປັນເວລາສ່ວນສີ່ສະຕະວັດ, ASEM ໄດ້ຢັ້ງຢືນບົດບາດສຳຄັນໃນການຊຸກຍູ້ທ່າອ່ຽງຮ່ວມມື,  ເພື່ອສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະພັດທະນາວັດທະນາຖາວອນຢູ່ສອງທະວີບ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນສະພາບການໂລກພວມມີການຫັນປ່ຽນຢ່າງເລິກເຊິ່ງ ແລະຮອບດ້ານຍ້ອນມີຄວາມກ້າວໜ້າກະໂດດຂັ້ນຂອງວິທະຍາສາດ-ເຕັກໂນໂລຢີ, ບັນດາການຫັນປ່ຽນຂອງພູມສາດດ້ານເສດຖະກິດ-ການເມືອງ, ສົ່ງຜົນກະທົບສັບສົນຂອງພະຍາດໂຄວິດ-19, ບັນດາສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່, ການພົວພັນຄູ່ຮ່ວມມື ແລະຮ່ວມມືອາຊີ-ເອີລົບ ນັບມື້ນັບມີຄວາມສຳຄັນກວ່າເວລາໃດໝົດ, ມີຄວາມໝາຍສຳຄັນຕໍ່ກັບຄວາມໝັ້ນຄົງ ແລະວັດທະນາຖາວອນຂອງໂລກ. ASEM ໄດ້ກໍານົດຕ້ອງກໍ່ສ້າງວິໄສທັດໃໝ່ເພື່ອແນໃສ່ມີກໍາລັງໜູນໃໝ່ ແລະພະລັງຊີວິດໃໝ່, ສວມບົດບາດເໝາະສົມໃນໂຄງປະກອບພາກພື້ນ ແລະທົ່ວໂລກ. ດ້ວຍຫົວຂໍ້ “ປັບປຸງລັດທິຫຼາຍຝ່າຍເພື່ອການເຕີບໂຕລວມ”, ກອງປະຊຸມສຸດຍອດ ASEM 13 ແມ່ນກາລະໂອກາດເພື່ອໃຫ້ກົນໄກຮ່ວມມືຫຼາຍຝ່າຍທີ່ມີຂອບຂະໜາດໃຫຍ່ຄື ASEM ສືບຕໍ່ສະແດງໃຫ້ເຫັນການສົມທົບກັນໃນນະໂຍບາຍ ແລະພຶດຕິກໍາຕົວຈິງກໍ່ຄືຄວາມດຶງດູດ, ຖານະບົດບາດ ແລະຄວາມສາມາດບົ່ມຊ້ອນໃນການຮ່ວມມືນັບມື້ນັບເພີ່ມຂຶ້ນ.

ໂດຍແມ່ນສະມາຊິກເຂົ້າຮ່ວມສ້າງຕັ້ງ, ຫວຽດນາມ ໄດ້ສ້າງບັນດາຂີດໝາຍທີ່ມີຄວາມໝາຍໃນໄລຍະທາງກວ່າສອງທົດສະວັດຜ່ານມາຂອງ ASEM. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບແຖວໜ້າໃນການເຂົ້າຮ່ວມ ແລະຊຸກຍູ້ການຮ່ວມມື ASEM ເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາລວມຂອງພາກພື້ນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສະເໜີ 29 ຂໍ້ລິເລີ່ມ ແລະຮ່ວມອຸປະຖຳ 31 ຂໍ້ລິເລີ່ມກ່ຽວກັບບັນດາຂົງເຂດແທດຈິງກັບວິສາຫະກິດ ແລະປະຊາຊົນ, ຄື: ວັດທະນະທຳ, ການແພດ, ຄົມມະນາຄົມຂົນສົ່ງ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ, ວິທະຍາສາດ-ເຕັກໂນໂລຢີ, ການທ່ອງທ່ຽວ, ເສດຖະກິດ, ການເຕີບໂຕຂຽວ, ຮັບປະກັນຊີວິດສັງຄົມ, ພັດທະນາກວມລວມ, ເສດຖະກິດດີຈີຕອນ... ໃນປີ 2021, ຫວຽດນາມ ໄດ້ສະເໜີ ແລະຈັດຕັ້ງການເຈລະຈານະໂຍບາຍສຸດຍອດ ASEM ປະສົບຜົນສໍາເລັດ ເພື່ອແນໃສ່ສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງກົນໄກຮ່ວມມືນີ້. ນີ້ແມ່ນການເຄື່ອນໄຫວຮ່ວມມື ASEM ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເກີດພະຍາດໂຄວິດ-19  ດ້ວຍການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງຜູ້ຕາງໜ້າຂັ້ນສູງຂອງຫຼາຍປະເທດ ແລະອົງການຈັດຕັ້ງສາກົນ.

ບົນພື້ນຖານການຮ່ວມມື  ASEM, ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະບັນດາສະມາຊິກ ASEM ກໍ່ໄດ້ຍູ້ແຮງ ແລະຍົກລະດັບ. ບັນດາສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບພັນທະມິດເສດຖະກິດອາຊີ-ເອີລົບ (EAEU) ແລະສະຫະພາບເອີລົບ ໄດ້ສ້າງຂີດໝາຍພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືເອີລົບ, ພ້ອມທັງແມ່ນພະຍານຫຼັກຖານທີ່ມີຊີວິດຊີວາຢັ້ງຢືນຄວາມຕັດສິນໃຈຂອງບັນດາປະເທດອາຊີ-ເອີລົບ ຍູ້ແຮງການເຊື່ອມຕໍ່, ຮ່ວມສຳພັນເສດຖະກິດພາກພື້ນ ແລະທົ່ວໂລກ. ພ້ອມທັງບັນດາການປະກອບສ່ວນທີ່ມີຄວາມໝາຍ, ຖານະທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມື ASEM ນັບມື້ນັບໄດ້ຮັບການຍົກສູງຂຶ້ນຍ້ອນມີບັນດາຜົນງານພັດທະນາເສດຖະກິດ-ສັງຄົມ.

ທ່ານ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດ ASEM 13 ເພື່ອແນໃສ່ສືບຕໍ່ຢັ້ງຢືນຄວາມສຳຄັນຂອງຫວຽດນາມ ຕໍ່ກັບ ASEM ກໍ່ຄືຄໍາໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນກັບບັນດາສະມາຊິກເພື່ອຍົກສູງປະສິດທິຜົນການຮ່ວມມື ASEM. ຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບບັນດາສະມາຊິກກໍ່ສ້າງການພົວພັນຄູ່ຮ່ວມມືອາຊີ-ເອີລົບ ນັບມື້ນັບຂະຫຍັນຂັນເຄື່ອນ ແລະພັດທະນາຢ່າງແຮງ, ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນຂອງສອງທະວີບກໍ່ຄືທົ່ວໂລກ.

ໂດຍ: ແສງເດືອນ