ກ່າວຄໍາເຫັນທີ່ພິທີ, ທ່ານ ເຈີ່ນຮົ່ງຮ່າ ລັດຖະມົນຕີກະຊວງຊັບພະຍາກອນ ແລະສິ່ງແວດລ້ອມຫວຽດນາມ ຖືວ່າ ໃນສະຖານະການໂລກ ກໍາລັງມຸ່ງເຖິງກອງປະຊຸມ COP26 ດ້ວຍຄໍາໝັ້ນສັນຍາໃໝ່ທີ່ແຮງກວ່າເພື່ອຍູ້ຖອຍ “ວິກິດການ” ດິນຟ້າອາກາດ, ເລື່ອງຫວຽດນາມ ແລະຍີ່ປຸ່ນ ເຊັນຕໍ່ກຳນົດເວລາບົດບັນທຶກຊ່ວຍຈໍາເພື່ອຜັນຂະຫຍາຍກົນໄກ JCM ເຖິງໝົດປີ 2030 ແມ່ນມີຄວາມໝາຍສໍາຄັນສຸດ.

leftcenterrightdel
ພິທີເຊັນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືກ່ຽວກັບການເຕີບໂຕກາກບອນຕໍ່າ. ພາບ: Monre.

ນີ້ບໍ່ພຽງແຕ່ແມ່ນພື້ນຖານເພື່ອໃຫ້ສອງລັດຖະບານຊຸກຍູ້ການພັດທະນາການເຄື່ອນໄຫວຮ່ວມມືຕ່າງໆເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງລັດຖະບານສອງປະເທດຕໍ່ສິ່ງທ້າທາຍກ່ຽວກັບດິນຟ້າອາກາດ ອີກດ້ວຍ. ທ່ານລັດຖະມົນຕີ ປາດຖະໜາວ່າ ກົນໄກຮ່ວມມືນີ້ຈະກາຍເປັນແບບຢ່າງກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະຍີ່ປຸ່ນ ໃນການພັດທະນາ ແລະຖ່າຍທອດເຕັກໂນໂລຢີ, ດຶງດູດການເຂົ້າຮ່ວມຂອງວິສາຫະກິດຫວຽດນາມ ແລະຍີ່ປຸ່ນເປັນຈໍານວນຫຼວງຫຼາຍ.

ທ່ານ Yamaguchi Tsuyoshi Michael ລັດຖະມົນຕີກະຊວງສິ່ງແວດລ້ອມຍີ່ປຸ່ນ  ຕີລາຄາສູງຕໍ່ການປະກອບສ່ວນຂອງຫວຽດນາມ ໃນການຮ່ວມມືແກ້ໄຂບັນດາບັນຫາຮີບດ່ວນກ່ຽວກັບສະພາບແວດລ້ອມສາກົນ ແລະພາກພື້ນເວົ້າລວມ ກໍ່ຄືການປະຕິບັດກົນໄກ JCM ເວົ້າສະເພາະໃນໄລຍະຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ ບົດບັນທຶກຊ່ວຍຈໍາຈະແມ່ນພື້ນຖານສໍາຄັນເພື່ອໃຫ້ສອງປະເທດພ້ອມກັນຊຸກຍູ້ການເຄື່ອນໄຫວຮ່ວມມືໃນການປະຕິບັດຄໍາໝັ້ນສັນຍາກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນອາຍພິດເຮືອນແກ້ວ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ກັບເປົ້າໝາຍປ່ອຍກາກບອນຂອງຫວຽດນາມ.

ໂດຍ: ເກື່ອງດັ້ງ