ບັນຫາທຳອິດທີ່ສູນກາງພັກ ສຸມໃສ່ປຶກສາຫາລືແມ່ນຕີລາຄາໝາກຜົນແຫ່ງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2021. ດ້ວຍຈິດໃຈກົງໄປກົງມາ, ສູນກາງພັກ ຮັບຮູ້ໄດ້ຄວາມຫຍຸ້ງຍາກ, ຂໍ້ຈຳກັດໃນວຽກງານຊີ້ນຳ, ນຳພາ, ການຄຸ້ມຄອງບໍລິຫານ, ມີໄຫວພິບໃນການບໍລິຫານເພື່ອໃຫ້ພື້ນຖານເສດຖະກິດຮັບມືກັບການຜັນແປຢ່າງວ່ອງໄວຂອງສະຖານະການ ແລະຜົນສະທ້ອນຈາກພະຍາດໂຄວິດ-19. ເພາະສະນັ້ນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ໂດຍສະເພາະແມ່ນຜົນກະທົບຢ່າງຫຍໍ້ທໍ້ຈາກພະຍາດໂຄວິດ-19, ແຕ່ພື້ນຖານເສດຖະກິດຍັງຄົງມີສັນຍານຕັ້ງໜ້າ, ສ້າງທ່າເພື່ອໃຫ້ປະເທດກ້າວເຂົ້າສູ່ສະພາບປົກກະຕິໃໝ່.

leftcenterrightdel
ບັນຍາກາດທີ່ພິທີອັດກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຈາກພຶດຕິກຳຕົວຈິງຂອງຊີວິດ, ດ້ວຍຄຸນນະທາດ ແລະປະສົບການ, ຄະນະບໍລິຫານງານສູນກາງພັກ ໄດ້ປຶກສາຫາລື ແລະຕົກລົງຫຼາຍແຜນນະໂຍບາຍ, ມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຕັດສິນໃຈຫັນສິ່ງທ້າທາຍເປັນກາລະໂອກາດ; ຫັນກຳລັງແຮງພາຍໃນ ແລະການປະດິດສ້າງຂອງທົ່ວປວງຊົນທັງຊາດເປັນກຳລັງໜູນເພື່ອພັດທະນາ. ພິເສດ, ດ້ວຍຈິນຕະນາການໃໝ່, ວິທີການເຮັດໃໝ່ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19  ໄດ້ຊ່ວຍພວກເຮົາຮັບມືກັບຄວາມຫຍຸ້ງຍາກດ້ວຍຄວາມກ້າຫານ, ທະນົງອົງອາດ ແລະຄວາມເສຍສະຫຼະຂອງຊາດໜຶ່ງທີ່ເຄີຍຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງ.

ພ້ອມກັນນັ້ນ, ທີ່ກອງປະຊຸມຄັ້ງນີ້ ສູນກາງພັກ ໄດ້ໃຊ້ເວລາສ່ວນຫຼາຍ, ກຳລັງເຫື່ອແຮງ, ຈິດໃຈ, ສະຕິປັນຍາເພື່ອຕີລາຄາໝາກຜົນພາຍຫຼັງ 5 ປີແຫ່ງການປະຕິບັດມະຕິສະບັບເລກທີ 04-NQ/TW, ລົງວັນທີ 30 ຕຸລາ 2016 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XII ວ່າດ້ວຍການເພີ່ມທະວີການກໍ່ສ້າງ, ປັບປຸງພັກ; ສະກັດກັ້ນ, ຍູ້ຖອຍການເສື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ບັນດາປະກົດການ “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ. ຫຼືເວົ້າແນວອື່ນ, ເມື່ອເຕື້ອງເຖິງກອງປະຊຸມສູນກາງ ຄັ້ງທີ 4 ຂອງພັກ, ພວກເຮົາເຄີຍຄິດເຖິງກອງປະຊຸມເສີມຂະຫຍາຍຈິດໃຈຮັບຜິດຊອບສູງສຸດເພື່ອປຶກສາຫາລື, ຕັດສິນບັນຫາຫຼັກແຫຼ່ງ ແລະສຳຄັນກ່ຽວກັບວຽກງານກໍ່ສ້າງພັກ ໃນແຕ່ລະໄລຍະປະຫວັດສາດ.

ຫວນຄືນໄລຍະທາງຜ່ານມາ, ເຖິງວ່າຜົນງານແຫ່ງການກໍ່ສ້າງ, ປັບປຸງພັກ ໄດ້ຮັບຄວາມຊົມເຊີຍ ແລະຕີລາຄາສູງຈາກຫາງສຽງກໍ່ຕາມ, ແຕ່ເມື່ອປຶກສາຫາລື, ລົງມະຕິ, ຄະນະບໍລິຫານງານສູນກາງພັກ ຍັງເອົາໃຈໃສ່ຫຼາຍກວ່າເຖິງການຍົກອອກຈຸດອ່ອນ, ຂໍ້ຄົງຂ້າງຢ່າງກົງໄປກົງມາ, ເອົາໃຈໃສ່ຖອດຖອນບົດຮຽນ, ປະສົບການອັນລ້ຳຄ່າ, ມີຄຸນຄ່າເລິກເຊິ່ງທັງດ້ານທິດສະດີ ແລະພຶດຕິກຳຕົວຈິງ ເພື່ອສືບຕໍ່ເຮັດສຳເລັດພາລະກຳອັນສູງສົ່ງແມ່ນນຳພາປະເທດຊາດໃຫ້ພັດທະນາ.

ເພື່ອໃຫ້ຈິດໃຈ, ແຜນນະໂຍບາຍຂອງກອງປະຊຸມສູນກາງພັກ ຄັ້ງ 4, ຊຸດທີ XIII ເຂົ້າສູ່ຊີວິດ, ຮຽກຮ້ອງໃຫ້ທົ່ວລະບົບການເມືອງ ແລະທົ່ວສັງຄົມ, ໂດຍສະເພາະແມ່ນພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ທຳການຜະລິດຢ່າງສຸດຈິດສຸດໃຈ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ອຸທິດສ່ວນເພື່ອຜົນປະໂຫຍດລວມ. ເສີມຂະຫຍາຍຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ກຳແໜ້ນກາລະໂອກາດ; ຍູ້ແຮງຂະບວນການແຂ່ງຂັນຮັກຊາດ, ສ້າງບັນຍາກາດຟົດຟ້ືນ ແລະການພັດທະນາໃໝ່ຂອງປະເທດ.

ພ້ອມກັບທົ່ວພັກ, ທົ່ວປວງຊົນ, ໃນໄລຍະຜ່ານມາ, ອົງຄະນະພັກກອງທັບ ໄດ້ມານະພະຍາຍາມສູ້ຊົນບັນລຸໄດ້ໝາກຜົນສຳຄັນໃນວຽກງານກໍ່ສ້າງ, ປັບປຸງພັກ. ໃນການຕໍ່ສູ້ຕ້ານ “ສັດຕູໂຄວິດ-19”, ກອງທັບບໍ່ພຽງແຕ່ສະແດງໃຫ້ເຫັນບົດບາດຂອງກຳລັງຫຼັກແຫຼ່ງແກ່ນສານ, ນຳໜ້າເທົ່ານັ້ນ ຫາກຍັງຢັ້ງຢືນແມ່ນ “ແນວຫຼັງໃຫຍ່” ຂອງທົ່ວປວງຊົນ ແລະສັງຄົມ; “ຊ່ວຍເຫຼືອ” ກໍາລັງເຫື່ອແຮງ ແລະວັດຖຸອຸປະກອນໂດຍກົງໃຫ້ບັນດາອົງການ, ກົມກອງ, ທ້ອງຖິ່ນຢູ່ບ່ອນແຜ່ລະບາດພະຍາດໂຄວິດ-19 ຢ່າງສັບສົນອີກດ້ວຍ. ຫຼາຍອົງການ, ກົມກອງຂອງກອງທັບໄດ້ເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການປັບປຸງກົງຈັກການຈັດຕັ້ງກຳລັງ, ຮູບການເຄື່ອນໄຫວ, ຍູ້ແຮງການເພີ່ມພູນຜະລິດຜົນ, ເອົາໃຈໃສ່ຄົ້ນຄ້ວາ, ຜະລິດບັນດາຜະລິດຕະພັນຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ ແລະເພີ່ມທະວີກຳລັງຄວາມສາມາດດ້ານເສດຖະກິດໃຫ້ປະເທດ.

ດ້ວຍຈິດໃຈຈູບຈ້າວຫ້າວຫັນ ແລະມີຄວາມຮັບຜິດຊອບສູງ, ພະນັກງານ, ນັກຮົບທົ່ວກອງທັບສືບຕໍ່ມານະພະຍາຍາມສູ້ຊົນພ້ອມກັບທົ່ວພັກ, ທົ່ວປວງຊົນ ປະຕິບັດສຳເລັດໜ້າທີ່ຢ່າງດີເດັ່ນດ້ວຍຄວາມຕັດສິນໃຈດ້ານການເມືອງ ແລະຄວາມເຊື່ອໝັ້ນຕໍ່ໄຊຊະນະ!

ໂດຍ: ສົມເພັດ