ໃນການຕ້ອນຮັບ, ທ່ານ ເລມິງຮວານ ຢັ້ງຢືນວ່າ ປະເພດສິນຄ້າ, ຜະລິດຕະພັນແລກປ່ຽນລະຫວ່າງສອງຝ່າຍແມ່ນມີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນ ແລະທ່ານປາດຖະໜາຢາກໃຫ້ວິສາຫະກິດຂອງອີຢູ ເພີ່ມທະວີການລົງທຶນເຂົ້າຂະແໜງກະສິກໍາຫວຽດນາມ ຕາມທິດເຕັກໂນໂລຢີສູງ, ຜະລິດປຸງແຕ່ງ, ໝູນໃຊ້ມາດຖານສີຂຽວ, ເປັນມິດກັບສິ່ງແວດລ້ອມ, ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບວິສາຫະກິດທ້ອງຖິ່ນ ແລະຊາວກະສິກອນ. ພ້ອມກັນນັ້ນ, ກໍ່ສົ່ງເສີມ, ສ້າງເງື່ອນໄຂໃຫ້ວິສາຫະກິດ FDI ຂອງອີຢູ ໄດ້ສົ່ງອອກເຄື່ອງຈັກ, ອຸປະກອນ, ເຕັກໂນໂລຢີ, ວັດຖຸດິບທີ່ຈໍາເປັນມາຍັງຫວຽດນາມ ພ້ອມກັບຂັ້ນຕອນການລົງທຶນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: vov.vn.

ທ່ານ ເລມິງຮວານ ກໍ່ແບ່ງປັນຄວາມມານະພະຍາຍາມຂອງຫວຽດນາມ ໃນຂັ້ນຕອນການຜັນຂະຫຍາຍ, ປະຕິບັດຕາມຄໍາແນະນຳຂອງ EC ໃນການຕ້ານການຂຸດຄົ້ນສິນໃນນໍ້າຢ່າງຜິດກົດໝາຍ, ບໍ່ແຈ້ງ ແລະບໍ່ໄປຕາມຂໍ້ກຳນົດ (IUU) ແລະໃຫ້ຄໍາໝັ້ນສັນຍາວ່າຈະມານະພະຍາຍາມສູງສຸດເພື່ອແກ້ໄຂເນື້ອໃນຂອງຄຳແນະນຳຕໍ່ກັບເລື່ອງຍູ້ຖອຍ ແລະຢຸດຕິການຂຸດຄົ້ນ (IUU) ໃຫ້ດີທີ່ສຸດ. ທ່ານລັດຖະມົນຕີ ກໍ່ສະເໜີໃຫ້ອີຢູ ພິຈາລະນາຍົກເລີກ “ບັດເຫຼືອງ” ໃຫ້ຫວຽດນາມ ໂດຍໄວ.

ໂດຍ: ໄຊນີດາ