ເນື່ອງໃນໂອກາດພັກເສລີພາບການາດາ ຍາດໄດ້ໄຊຊະນະໃນການເລືອກຕັ້ງທົ່ວປະເທດ ຄັ້ງທີ 44 ຂອງການາດາ, ວັນທີ 28 ກັນຍາ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງໂທລະເລກອວຍພອນທ່ານ Justin Trudeau ນາຍົກລັດຖະມົນຕີການາດາ.

leftcenterrightdel
ທ່ານ Justin Trudeau ນາຍົກລັດຖະມົນຕີການາດາ ກ່າວຄໍາເຫັນຊົມເຊີຍໄຊຊະນະກັບຜູ້ສະໜັບສະໜູນ. ພາບ: Reuters.

ທ່ານ ຟ້າມມິງຈິ໊ງ ສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ພາຍໃຕ້ການນໍາພາຂອງທ່ານ Justin Trudeau ນາຍົກລັດຖະມົນຕີການາດາ, ລັດຖະບານ ແລະປະຊາຊົນການາດາ ສືບຕໍ່ບັນລຸຜົນງານອັນຍິ່ງໃຫຍ່ໃນທຸກດ້ານ, ປະກອບສ່ວນຍົກສູງຖານະບົດບາດຂອງການາດາ ໃນເວທີສາກົນ.

ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ການາດາ ໃນປີ 2023, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນຄວາມປາດຖະໜາຢາກຮ່ວມມືກັບທ່ານ Justin Trudeau ແລະລັດຖະບານການາດາ ຢ່າງແໜ້ນແຟ້ນເພື່ອແນໃສ່ປັບປຸງ ແລະເຮັດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ ແລະໃນໂລກ.

ໂດຍ: ຈາງຫງວຽນ