leftcenterrightdel
ທ່ານ ຮວ່າງວັນເລີ້ຍ ເອກອັກຄະລັດຖະທູດ ມອບຜ້າອັດປາກ-ດັງ 50.000 ອັນໃຫ້ທ່ານນາງ Gaogane Tiny Mothobi ອຸປະທູດຊົ່ວຄາວບົດສະວານາ ປະຈໍາ ອາຟຣິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ.

ແລກປ່ຽນກັບເອກອັກຄະລັດຖະທູດ ນາມີບີ ແລະອຸປະທູດຊົ່ວຄາວບົດສະວານາ ຢູ່ພິທີມອບ-ຮັບຜ້າອັດປາກ-ດັງ, ທ່ານ ຮວ່າງວັນເລີ້ຍ ໃຫ້ຮູ້ວ່າ ຈໍານວນຜ້າອັດປາກ-ດັງນີ້ແມ່ນຂອງຊາວຫວຽດນາມ ທີ່ອາໄສ ແລະເຮັດວຽກຢູ່ອາຟຣິກາໃຕ້ ບໍລິຈາກເພື່ອແນໃສ່ໜູນຊ່ວຍຊາວອາຟຣິກາໃຕ້ ແລະປະຊາຊົນບັນດາປະເທດທີ່ສະຖານທູດຫວຽດນາມ ຮ່ວມຮັບຜິດຊອບເພື່ອຮ່ວມແຮງຮ່ວມໃຈຕ້ານພະຍາດໂຄວິດ-19.

ເອກອັກຄະລັດຖະທູດນາມີບີ ໄດ້ສະແດງຄວາມຂອບອົກຂອບໃຈປະຊາຊົນຫວຽດນາມ; ພ້ອມທັງເນັ້ນໜັກວ່າຜ້າອັດປາກ-ດັງແຕ່ລະອັນນີ້ໄດ້ສະແດງໃຫ້ເຫັນການກະທຳອັນສູງສົ່ງຂອງນໍ້າໃຈແຫ່ງຄວາມເປັນເພື່ອນ, ອ້າຍນ້ອງ ແລະຄວາມສາມັກຄີກັນລະຫວ່າງປະຊາຊົນສອງປະເທດ.

ໂດຍ: ກວຽດເຕີມ