ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານໃຫ້ຮູ້ຄວາມໝາຍຂອງການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ໂດຍຮັບຄຳເຊີນຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຂອງພັກ, ລັດຫວຽດນາມ ໄດ້ໄປຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 9-10 ສິງຫາ. ເຖິງວ່າການຢ້ຽມຢາມໄດ້ດໍາເນີນພາຍໃນເວລາພຽງ 2 ວັນເທົ່ານັ້ນແຕ່ມີຄວາມໝາຍສຳຄັນໃນຫຼາຍດ້ານ, ປະກອບສ່ວນຍູ້ແຮງການພົວພັນມິດຕະພາບທີ່ຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

leftcenterrightdel
ພິທີສົ່ງປະທານປະເທດຫວຽດນາມ ຫງວຽນຊວນຟຸກ ແລະພັນລະຍາ ຢູ່ສະໜາມບິນສາກົນວັດໄຕ. ພາບ: ສຳນັກຂ່າວສານຫວຽດນາມ.

ນີ້ແມ່ນການຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV,   ແລະກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນປະທານປະເທດຫວຽດນາມ. ສຳລັບຝ່າຍເພື່ອນລາວ, ນີ້ແມ່ນຄະນະຜູ້ແທນປະມຸກລັດຕ່າງປະເທດທຳອິດມາຢ້ຽມຢາມລາວ ນັບແຕ່ເມື່ອລາວຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະສະພາປະຊາຊົນແຂວງ ຊຸດທີ II (ໃນໄຕມາດ I-2021) ປະສົບຜົນສຳເລັດ. ການຢ້ຽມຢາມດຳເນີນພາຍຫຼັງການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ, ເຊິ່ງແມ່ນການນຳຂັ້ນສູງຕ່າງປະເທດຜູ້ທຳອິດມາຢ້ຽມຢາມ ຫວຽດນາມພຽງໜຶ່ງກວ່າເດືອນເທົ່ານັ້ນ. ສິ່ງນີ້ພິສູດໃຫ້ເຫັນວ່າ ທັງສອງປະເທດລ້ວນແຕ່ໃຫ້ບູລິມະສິດສູງສຸດແກ່ການປັບປຸງ ແລະພັດທະນາການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ, ສະແດງໃຫ້ເຫັນການພົວພັນແບບພິເສດ, ຈົ່ງຮັກພັກດີ, ສະໜິດຕິດພັນຄືດັ່ງອ້າຍນ້ອງໃນຄອບຄົວດຽວ.

ເພື່ອນລາວໄດ້ຕ້ອນຮັບທ່ານ ຫງວຽນຊວນຟຸກ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງອົບອຸ່ນດ້ວຍພິທີການສູງສຸດ ແລະພິເສດສະເພາະຂອງການພົວພັນຫວຽດນາມ-ລາວ, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ມີການເຈລະຈາ, ພົບປະຂັ້ນສູງລະຫວ່າງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ 10 ຄັ້ງ ແລະການພົບປະແລກປ່ຽນລະຫວ່າງກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນສອງປະເທດ 15 ຄັ້ງ. ເນື່ອງໃນໂອກາດນີ້, ທ່ານປະເທດປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີມອບ-ຮັບຫໍສະພາແຫ່ງຊາດຫຼັງໃໝ່ ໂດຍພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້-ນີ້ແມ່ນຂອງຂວັນທີ່ມີຄວາມໝາຍທີ່ສຸດ, ເຊິ່ງພັກ, ລັດ ແລະປະຊາຊົນລາວ ຖືເປັນສຳຄັນທີ່ສຸດ.

ກໍ່ຢູ່ທີ່ຫໍສະພາແຫ່ງຊາດຫຼັງໃໝ່ນີ້, ທ່ານປະທານປະເທດຫວຽດນາມ ກໍ່ເປັນກຽດທີ່ເປັນການນຳຕ່າງປະເທດຜູ້ທຳອິດມີບົດກ່າວປາໄສສຳຄັນຕໍ່ສະພາແຫ່ງຊາດ ຊຸດທີ IX ເຊິ່ງໄດ້ຖ່າຍທອດສົດທາງສະຖານີໂທລະພາບ ແລະສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ ເຖິງປະຊາຊົນລາວ ອ້າຍນ້ອງທຸກຖ້ວນໜ້າ.

ກໍ່ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດຫວຽດນາມ ກໍ່ໄດ້ປະກາດຂອງຂວັນທີ່ຈະມອບໃຫ້ພັກ, ລັດ ແລະປະຊາຊົນລາວ ຕື່ມອີກແມ່ນໂຮງຮຽນທີ່ມີມູນຄ່າ 5 ລ້ານໂດລາສະຫະລັດ; ນອກຈາກນັ້ນຍັງມີຂອງຂວັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ມອບໃຫ້ຝ່າຍລາວ.

ນັກຂ່າວ: ທ່ານຮອງລັດຖະມົນຕີ ຕີລາຄາຄືແນວໃດກ່ຽວກັບໝາກຜົນຂອງການຢ້ຽມຢາມຄັ້ງນີ້?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີຕ່າງປະເທດຫວຽດນາມ: ຜ່ານການເຈລະຈາ, ພົບປະຂັ້ນສູງ ແລະແລກປ່ຽນໂດຍກົງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ສອງຝ່າຍບັນລຸໄດ້ໝາກຜົນລະອຽດ, ແທດຈິງ ແລະຮອບດ້ານຫຼາຍຢ່າງ.

ທີໜຶ່ງ, ການນຳສອງປະເທດໄດ້້ເຫັນດີເປັນເອກະພາບສູງຕໍ່ແຜນນະໂຍບາຍ, ມາດຕະການໃຫຍ່ເພື່ອສືບຕໍ່ນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະແທດຈິງ; ໂດຍສະເພາະແມ່ນໜຶ່ງໃນບັນດາຂົງເຂດຫຼັກແຫຼ່ງຄືການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ເສດຖະກິດ, ວັດທະນະທຳ, ພະລັງງານ... ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາໂຄງການຮ່ວມມືຫຼັກລະຫວ່າງຫວຽດນາມ ແລະລາວ ຄືທ່າກຳປັ່ນຫວູງອ໊າງ 1, 2, 3; ເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ, ສະໜາມບິນໜອງຄ້າງ...; ພ້ອມທັງເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດຢ່າງບໍ່ຢຸດຢັ້ງ, ຊ່ວຍລາວພັດທະນາແບບຍືນຍົງ, ມຸ່ງໄປສູ່ທະເລຂອງຫວຽດນາມ.

ທີສອງ, ໃນການແລກປ່ຽນກັບການນຳຂັ້ນສູງລາວ ແລະພິເສດໃນບົດກ່າວປາໄສຕໍ່ສະພາແຫ່ງຊາດປະເທດເພື່ອນລາວ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ ເນັ້ນໜັກເຖິງສານຂອງສອງປະເທດຫວຽດນາມ-ລາວ ແມ່ນຮ່ວມກັນສາມັກຄີ, ກ້າວຂຶ້ນລັດທິສັງຄົມນິຍົມບົນພື້ນຖານຂອງລັດທິມາກ-ເລນິນ ແລະແນວຄິດທີ່ມີຫຼາຍຈຸດຄ້າຍຄືກັນຂອງຜູ້ນຳທີ່ຍິ່ງໃຫຍ່ສອງທ່ານແມ່ນປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ; ພ້ອມທັງເພີ່ມທະວີການຮ່ວມມືສອງຝ່າຍ, ຍາດແຍ່ງການໜູນຊ່ວຍຈາກສາກົນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຊອກຫາບັນດາຂົງເຂດຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະລາວ ເພື່ອໝູນໃຊ້ກາລະໂອກາດ ແລະຕອບສະໜອງຄວາມຮຽກຮ້ອງໃໝ່ຂອງຍຸກສະໄໝອຸດສາຫະກຳ 4.0.

ທີສາມ, ເຫັນດີເປັນເອກະພາບວ່າ ປີ 2020 ແມ່ນ “ປີສາມັກຄີ, ມິດຕະພາບຫວຽດນາມ-ລາວ” ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ.

ທີສີ່, ກ່ຽວກັບການຮ່ວມມືໃນຂອບເຂດຫຼາຍຝ່າຍ, ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນໃນອາຊຽນ, ພ້ອມກັນຕັ້ງໜ້າປະກອບສ່ວນກໍ່ສ້າງປະຊາຄົມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂສິ່ງທ້າທາຍລວມ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ການຮັບມືກັບພະຍາດໂຄວິດ-19...

ທີຫ້າ, ໝາກຜົນທີ່ມີເນື້ອແທ້, ແທດຈິງຂອງການຢ້ຽມຢາມຍັງໄດ້ສະແດງໃຫ້ເຫັນຢ່າງລະອຽດຜ່ານການເຊັນເອກະສານຮ່ວມມື 7 ສະບັບໃນຂົງເຂດຍຸຕິທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການປ້ອງກັນ, ຕ້ານຢາເສບຕິດ, ການສຶກສາ, ການຮ່ວມມືທ້ອງຖິ່ນ... ບັນດາວິສາຫະກິດຂອງສອງປະເທດເຊັນຂ້ໍຕົກລົງ ແລະສັນຍາຮ່ວມມືທຸລະກິດ 7 ສະບັບໃນຂົງເຂດພະລັງງານ, ຊື້ຂາຍໄຟຟ້າ, ຂຸດຄົ້ນ ແລະປຸງແຕ່ງແຮ່ທາດ...

ເວົ້າລວມແລ້ວ, ດ້ວຍບັນດາໝາກຜົນຮອບດ້ານ, ແທດຈິງທີ່ບັນລຸໄດ້, ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສຳຄັນສືບຕໍ່ປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ໃນໄລຍະຈະມາເຖິງ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ